ຂ່າວສານ

ແຜນການສັນຕິພາບຕາເວັນອອກກາງສະບັບໃໝ່ຂອງອາເມລິກາ ຍາກທີ່ຈະປະຕິບັດໄດ້

      ແຜນການສັນຕິພາບຕາເວັນອອກກາງ ນັ້ນແມ່ນການສືບຕໍ່ຂອງບັນດາບາດກ້າວກ່ອນໜ້ານີ້ ເຊິ່ງທ່ານປະທານາທິບໍດີ D.Trump ໄດ້ປະຕິບັດແລ້ວ

ທ່ານປະທານາທິບໍດີອາເມລິກາ Donald Trump
(ພາບ: The Nation)
      ວັນທີ 28 ມັງກອນຜ່ານມາ, ຕໍ່ໜ້າການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີອິດສະຣາແອັນ Benjamin Netanyahu, ຢູ່ທຳນຽບຂາວ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ປະກາດແຜນການສັນຕິພາບຕາເວັນອອກກາງ ດ້ວຍເນື້ອໃນຕົ້ນຕໍແມ່ນສະເໜີມາດຕະການແກ້ໄຂ “2 ລັດເປັນຄວາມຈິງ” ໃຫ້ແກ່ອິດສະຣາແອັນ ແລະ ປາແລັດສະຕິນ. ທ່ານປະທານາທິບໍດີອາເມລິກາ ຢືນຢັນວ່າ ຂໍ້ສະເໜີດັ່ງກ່າວແມ່ນ “ຂໍ້ຕົກລົງແຫ່ງສະຕະວັດ”, ແມ່ນ “ກາລະໂອກາດປະຫວັດສາດ” ເພື່ອໃຫ້ປາແລັດສະຕິນ ສ້າງຕັ້ງລັດເອກະລາດໄດ້. ເຖິງຢ່າງໃດກໍ່ຕາມ, ໃນສະພາບຕົວຈິງ, ປະຕິກິລິຍາຂອງອິດສະຣາແອັນ, ໂລກແຫ່ງອາຣັບ ແລະ ປະຊາຄົມສາກົນແມ່ນມີຄວາມແຕກຕ່າງກັນຫຼາຍ.
        ແຜນການມີ 80 ໜ້າດ້ວຍບັນດາເນື້ອໃນຫຼັກແຫຼ່ງແມ່ນດ້ານການເມືອງ ລວມມີ 50 ໜ້າ, ໃນນັ້ນສະເໜີມາດຕະການ “2 ລັດ” ໃຫ້ແກ່ວິກິດການປະທະກັນທີ່ແກ່ຍາວມາເປັນເວລາຫຼາຍທົດສະຫວັດຜ່ານມາລະຫວ່າງອິດສະຣາແອັນ ແລະ ປາແລັດສະຕິນ. ຕາມນັ້ນແລ້ວ, ທ່ານປະທານາທິບໍດີອາເມລິກາ ສະເໜີສ້າງຕັ້ງລັດອິດສະຣາແອັນ ເອກະລາດດ້ວຍນະຄອນຫຼວງແມ່ນ ບາງເຂດຢູ່ທິດຕາເວັນອອກ Jerusalem, ມີສິດຄວບຄຸມເນື້ອທີ່ຜືນແຜ່ນດິນໃຫຍ່ທົບ 2 ເທົ່າເມື່ອທຽບໃສ່ປະຈຸບັນ ແລະ ກໍ່ສ້າງທາງໃຕ້ດິນເຊື່ອມຕໍ່ເຂດຕາເວັນຕົກແມ່ນ້ຳຈໍແດນ ແລະ ເຂດກາຊາ. ເຖິງຢ່າງໃດກໍ່ຕາມ, ເງື່ອນໄຂຕິດພ້ອມແມ່ນປາແລັດສະຕິນ ຕ້ອງຮັບຮອງ Jerusalem ແມ່ນນະຄອນຫຼວງຂອງອິດສະຣາແອັນ. ສ່ວນອິດສະຣາແອັນ, ອາເມລິກາ ຈະຮັບຮອງບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງອິດສະຣາແອັນ ທີ່ກໍ່ສ້າງຢູ່ບັນດາເຂດດິນຢຶດຄອງຂອງປາແລັດສະຕິນ ຢູ່ເຂດຕາເວັນຕົກແມ່ນ້ຳຈໍແດນ, ເຊິ່ງເຄີຍຖືກຖືວ່າແມ່ນຜິດກົດໝາຍ ຕາມກົດໝາຍສາກົນ.
ແຜນການໜ້າປົກໃໝ່ເນື້ອໃນເກົ່າ
        ຕາມວົງການນັກໄຈ້ແຍກ, ວິທີສຳຜັດຂອງທ່ານປະທານາທິບໍດີອາເມລິກາ ສຳລັບບັນດາບັນຫາຫຼັກແຫຼ່ງທີ່ສຸດຂອງການປະທະກັນຢູ່ຕາເວັນອອກກາງ, ລວມມີຂໍ້ກຳນົດກົດລະບຽບຂອງ Jerusalem, ບັນດາເຂດຕັ້ງຖິ່ນຖານຄົງທີ່ຊາວ ຢິວ ຫຼື ບັນດາຜືນແຜ່ນດິນທີ່ຖືກຢຶດຄອງ…, ໃນຕົວຈິງແມ່ນບໍ່ມີຫຍັງໃໝ່.
        ແຜນການສັນຕິພາບຕາເວັນອອກກາງ ນັ້ນແມ່ນການສືບຕໍ່ຂອງບັນດາບາດກ້າວກ່ອນໜ້ານີ້ ເຊິ່ງທ່ານປະທານາທິບໍດີ D.Trump ໄດ້ປະຕິບັດແລ້ວ ຄືຮັບຮອງເອົາ Jerusalem ແມ່ນນະຄອງຫຼວງຂອງອິດສະຣາແອັນ (ເດືອນທັນວາ 2017), ຍົກຍ້າຍສະຖານທູດອາເມລິກາ ຈາກ Tel Aviv ໄປຍັງ Jerusalem (ເດືອນ ພຶດສະພາ 2018), ຮັບຮອງເອົາເຂດພູພຽງ Golan ຂຶ້ນກັບອະທິປະໄຕຂອງອິດສະຣາແອັນ (ເດືອນ ມີນາ 2019) ແລະ ຫວ່າງແລ້ວນີ້ແມ່ນ ສະໜັບສະໜູນອິດສະຣາແອັນ ໃນການກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ ຢູ່ບັນດາເຂດດິນແດນທີ່ຢຶດຄອງຂອງປາແລັດສະຕິນ ທາງເຂດຕາເວັນຕົກແມ່ນ້ຳຈໍແດນ (18 ພະຈິກ 2019). ບັນດາການກະທຳດັ່ງກ່າວລ້ວນແຕ່ຖືກຕີລາຄາວ່າແມ່ນການລຳອຽງຂອງອາເມລິກາ ທີ່ມີຕໍ່ອິດສະຣາແອັນ ແລະ ບັນດາສິ່ງນັ້ນລ້ວນແຕ່ຖືກປາແລັດສະຕິນ ແລະ ຫຼາຍປະເທດຄັດຄ້ານຢ່າງແຮງ, ພ້ອມທັງຖືກຖືວ່າແມ່ນຮົ້ວກີດຂວາງເຮັດໃຫ້ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ ນັບມື້ນັບຖືກຕົກເຂົ້າສູ່ສະພາບບໍ່ມີທາງອອກຫຼາຍກວ່າ.
        ທີ່ກອງປະຊຸມວິສາມັນຢູ່ນະຄອນ Jeddah ຂອງ ຊະອຸດີ ອາຣັບບີ ໃນວັນທີ 03 ກຸມພາ, ອົງການຮ່ວມມືອິດສະລາມ (OIC) ລວມມີ 57 ປະເທດສະມາຊິກ ທີ່ຕາງໜ້າໃຫ້ຊາວມຸດສະລິມ ກວ່າ 1,5 ຕື້ຄົນໃນໂລກ, ໄດ້ອອກຖະແຫຼງການຄັດຄ້ານແຜນການສັນຕິພາບຕາເວັນອອກກາງຂອງທ່ານປະທານາທິບໍດີ D.Trump, ພ້ອມທັງກະຕຸກຊຸກຍູ້ບັນດາປະເທດສະມາຊິກ ບໍ່ສະໜັບສະໜູນການປະຕິບັດເອກະສານສະບັບດັ່ງກ່າວ. ຖະແຫຼງການຊີ້ແຈ້ງວ່າ “ຄັດຄ້ານແຜນການຂອງອາເມລິກາ ແລະ ອິດສະຣາແອັນ ຍ້ອນສິ່ງດັ່ງກ່າວບໍ່ໄດ້ຕອບສະໜອງຄວາມມຸ່ງມາດປາດຖະໜາຕ່ຳສຸດ ແລະ ບັນດາສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນປາແລັດສະຕິນ, ກໍຄືໄປຝືນກັບວິວັດທະນາການສັນຕິພາບ”.
        ກ່ອນໜ້ານັ້ນວັນທີ 01 ກຸມພາ, ໃນຖະແຫຼງການຢ່າງເປັນທາງການຂອງສະຫະພັນອາຣັບ (AL) ໄດ້ປະຕິເສດແຜນການຕາເວັນອອກກາງຂອງທ່ານປະທານາທິບໍດີ D.Trump, ຖືວ່າ ແຜນການດັ່ງກ່າວ “ບໍ່ມີຄວາມຍຸຕິທຳ” ຕໍ່ກັບຊາວປາແລັດສະຕິນ. ໃນຫຼາຍປີຜ່ານມາ, ຍາມໃດບັນດາມະຕິຂອງກອງປະຊຸມສຸດຍອດອາຣັບ ກໍ່ຖືທາງທິດຕາເວັນອອກ Jerusalem ແມ່ນນະຄອນຫຼວງຂອງລັດປາແລັດສະຕິນ ເອກະລາດ ດ້ວຍເສັ້ນຊາຍແດນທີ່ໄດ້ຂີດຂັ້ນຄືດັ່ງກ່ອນທີ່ເກີດສົງຄາມເມື່ອປີ 1967. ຍ້ອນເຫດນັ້ນ, ບັນດາການນຳອາຣັບ ຢືນຢັນວ່າ ຈະບໍ່ຮ່ວມມືກັບອຳນາດການປົກຄອງອາເມລິກາ ເພື່ອປະຕິບັດແຜນການດັ່ງກ່າວ. ສ່ວນວົງການການເມືອງ ປາແລັດສະຕິນ ມີປະຕິກິລິຍາຢ່າງຮຸນແຮງກວ່າ, ໄດ້ກ່າວຫາອາເມລິກາ ຢ່າງຕໍ່ເນື່ອງວ່າ ພວມທຳລາຍວິວັດທະນາການສັນຕິພາບຕາເວັນອອກກາງ ເມື່ອປະກາດແຜນການ “ບໍ່ມີຄວາມຮັບຜິດຊອບ” ແລະ “ຂາດຄວາມພາວະວິໄສ”.
ຂາດລັກສະນະເປັນໄປໄດ້ ແລະ ຊ້ອນແຝງຄວາມສ່ຽງ
        ຫາງສຽງສາກົນຖືວ່າ, ປະຕິກິລິຍາດັ່ງກ່າວຂອງຊາວປາແລັດສະຕິນ ແລະ ໂລກອາຣັບ ແມ່ນເລື່ອງເຂົ້າໃຈໄດ້ງ່າຍ ແລະ ເປັນການສະແດງໃຫ້ເຫັນແຜນການສັນຕິພາບຕາເວັນອອກກາງຂາດຄວາມເປັນໄປໄດ້. ວັນທີ 02 ກຸມພາ, ໃນຖະແຫຼງການເປັນທາງການ, ທ່ານ Josep Borrel ຮອງປະທານຄະນະກຳມະການເອີລົບ (EC) ທັງຮັບໜ້າທີ່ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງສະຫະພາບເອີລົບ (EU) ໄດ້ຢືນຢັນວ່າ, ແຜນການຕາເວັນອອກກາງໃໝ່ຂອງທ່ານປະທານາທິບໍດີອາເມລິກາ ຈະບໍ່ປະສົບຜົນສຳເລັດໄດ້, ຖ້າຫາກບໍ່ມີຄວາມເຫັນດີເຫັນພ້ອມຂອງທຸກໆຝ່າຍທີ່ກ່ຽວຂ້ອງ. ພ້ອມກັບປະຕິກິລິຍາຂອງປາແລັດສະຕິນ ແລະ ໂລກອາຣັບ, ເຊິ່ງເຄີຍແມ່ນບັນດາຝ່າຍທີ່ກ່ຽວຂ້ອງວິວັດທະນາການໂດຍກົງ, ອາດເຂົ້າໃຈໄດ້ວ່າເປັນຫຍັງເອີລົບ ຍັງບໍ່ທັນເຊື່ອໝັ້ນຕໍ່ລັກສະນະເປັນໄປໄດ້ຂອງແຜນການເຊິ່ງທ່ານປະທານາທິບໍດີອາເມລິກາ ຫາກໍ່ປະກາດ.
        ຍິ່ງກວ່ານັ້ນມີນັກໄຈ້ແຍກຫຼາຍທ່ານໄດ້ຖືວ່າ, ວິທີສຳຜັດຂອງອາເມລິກາ ໃນບັນຫາເຂດຕັ້ງຖິ່ນຖານຄົງທີ່ຊາວຢິວ ແມ່ນໄປຝືນກັບຫຼັກການກ່ຽວກັບມາດຕະການ 2 ລັດ ເຊິ່ງໄດ້ຮັບການສະໜັບສະໜູນຈາກປະຊາຄົມສາກົນມາແຕ່ດົນແລ້ວ, ເຊິ່ງສະແດງອອກແຈ້ງຜ່ານມະຕິສະບັບເລກທີ 2334 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດລົງວັນທີ 23 ທັນວາ 2016. ໝາຍຄວາມວ່າ, “ຂໍ້ຕົກລົງສະຕະວັດ” ຂອງອາເມລິກາ ໃຫ້ແກ່ການປະທະກັນຢູ່ຕາເວັນອອກກາງ ບໍ່ໄປຖືກຕ້ອງຕາມແຜນການສັນຕິພາບເຊິ່ງປະຊາຄົມສາກົນພວມເດີນຕາມ ເພື່ອແນໃສ່ນຳປາແລັດສະຕິນ ແລະ ອິດສະຣາແອັນ ກັບຄືນສູ່ໂຕະເຈລະຈາ. ຍ້ອນເຫດນັ້ນ, ດ້ວຍແຜນການທີ່ຜິດທາງດັ່ງກ່າວ, ບໍ່ອີງໃສ່ຄວາມດຸນດ່ຽງດ້ານຜົນປະໂຫຍດໃຫ້ແກ່ບັນດາຝ່າຍ, ແນ່ນອນວ່າບໍ່ສາມາດສ້າງບາດກ້າວບຸກທະລຸໄດ້, ຊ້ຳບໍ່ໜຳຍັງສືບຕໍ່ຍູ້ໃຫ້ຕາເວັນອອກກາງ ນັບມື້ນັບຕົກເຂົ້າສູ່ວິກິດການບໍ່ມີທາງອອກຫຼາຍກວ່ານີ້ອີກ.
 (ແຫຼ່ງຄັດຈາກ VOV)


top