ຂ່າວສານ

ແບ່ງປັນທັກສະການເຈລະຈາກ່ຽວກັບການແກ່ງແຍ້ງໃນ FTA

      ແບ່ງປັນທັກສະການເຈລະຈາກ່ຽວກັບການແກ່ງແຍ້ງໃນ FTA - ນີ້ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 19 ສິງຫາ, ໃນຂອບເຂດກອງປະຊຸມເຈົ້າໜ້າທີ່ອາວຸໂສ APEC (SOM3) ພວມຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ. 

 ພາບປະກອບ
      ນີ້ແມ່ນໂອກາດເພື່ອໃຫ້ບັນດາພື້ນຖານເສດຖະກິດສະມາຊິກ APEC ໄດ້ແລກປ່ຽນ, ແບ່ງປັນ, ຖອດຖອນບົດຮຽນໃນບັນດາທັກສະການເຈລະຈາກ່ຽວກັບການແກ່ງແຍ້ງໃນບັນດາສັນຍາການຄ້າເສລີ ກໍ່ຄືສັນຍາຄູ່ຮ່ວມມືເສດຖະກິດຈາກບັນດາພື້ນຖານເສດຖະກິດພັດທະນາໃນ APEC. ທີ່ກອງປະຊຸມສຳມະນາ, ບາງຄຳເຫັນຖືວ່າ ຫວຽດນາມ ຄວນເພີ່ມທະວີ, ເພີ່ມເຕີມບັນດາຂອບກົດໝາຍໃນການແກ່ງແຍ້ງ ເພື່ອຫັນບັນດາສິ່ງທ້າທາຍກາຍເປັນທ່າແຮງໃຫ້ຕົນ. ພ້ອມກັນນັ້ນ, ດ້ວຍບັນດານະໂຍບາຍໜູນຊ່ວຍຢ່າງແຮງຈາກບັນດາພື້ນຖານເສດຖະກິດສະມາຊິກ APEC, ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ຮ່ຳຮຽນເອົາບົດຮຽນທີ່ດີຈາກບັນດາພື້ນຖານເສດຖະກິດພັດທະນາກ່ວາໃນ APEC. ກ່ຽວກັບເນື້ອໃນນີ້, ທ່ານນາງ ເຈີ່ນທິມິງເຟືອງ, ຫົວໜ້າກົມຄຸ້ມຄອງການແກ່ງແຍ້ງ, ກະຊວງອຸດສາຫະກຳ ການຄ້າ, ໃຫ້ຮູ້ວ່າ:
        “ອົງການແກ່ງແຍ້ງຂອງ ຫວຽດນາມ ກໍ່ຕັ້ງໜ້າເຂົ້າຮ່ວມໃນກຸ່ມນັກຊ່ຽວຊານການແກ່ງແຍ້ງຂອງ APEC ແລະ ກໍ່ຖອດຖອນເອົາບົດຮຽນຂອງບັນດາພື້ນຖານເສດຖະກິດສະມາຊິກໃຫ້ຫຼາຍຢ່າງທີ່ສຸດ. ກົມຄຸ້ມຄອງການແກ່ງແຍ້ງກໍ່ພວມດຳເນີນການປັບປຸງກົດໝາຍວ່າດ້ວຍການແກ່ງແຍ້ງ, ບາງເນື້ອໃນກໍ່ມີຄວາມຄືບໜ້າ ເໝາະສົມກັບທຳນຽມບໍ່ສະເພາະຂອງ APEC ເທົ່ານັ້ນ ຫາກຍັງຂອງສາກົນເວົ້າລວມອີກດ້ວຍ.”
(ແຫຼ່ງຄັດຈາກ VOV)

top