ແບັ໋ງແຕ໊ ຟູ໋ຍີ ຫຼື ຍັງເອີ້ນວ່າ ແບັ໋ງແຕ໊ເຊີນໄຕ (ເຮັດຈາກແປ້ງເຂົ້າຈ້າວ, ໃຈເຮັດດ້ວຍຊີ້ນໝູສາມຊັ້ນ ແລະ ເຫັດຫູໜູ, ຫໍ່ດ້ວຍໃບກ້ວຍ) ມີຊື່ສຽງ ຕັ້ງແຕ່ໃດມາ ໄດ້ຖືວ່າ ມີຕົ້ນກຳເນີດມາຈາກບ້ານ ຝູ໋ຖິ້ງ, ເທດສະບານເມືອງ ເຊີນໄຕ (ຮ່າໂນ້ຍ). ນັກທ່ອງທ່ຽວ ມັກຈະຊື້ແບັ໋ງແຕ໊ ເປັນຂອງຝາກຂອງຕ້ອນ ສຳລັບ ພີ່ນ້ອງໝູ່ເພື່ອນ ຫຼື ຜູ້ຄົນ ເຊີນໄຕ ມັກລ້ຽງແຂກທີ່ຮັກແພງ.
ແບັ໋ງແຕ໊ ເຊີນໄຕ (ເຮັດຈາກແປ້ງເຂົ້າຈ້າວ, ໃຈເຮັດດ້ວຍຊີ້ນໝູ ສາມ ຊັ້ນ ແລະ ເຫັດຫູໜູ, ຫໍ່ດ້ວຍໃບກ້ວຍ) ມີຊື່ສຽງ ຕັ້ງແຕ່ໃດມາ ໄດ້ຖືວ່າ ມີຕົ້ນກຳເນີດມາຈາກບ້ານ ຝູ໋ຖິ້ງ, ເທດສະບານເມືອງ ເຊີນໄຕ (ຮ່າໂນ້ຍ). ນັກທ່ອງທ່ຽວ ມັກຈະຊື້ແບັ໋ງແຕ໊ ເປັນຂອງຝາກຂອງຕ້ອນ ສຳລັບ ພີ່ນ້ອງໝູ່ເພື່ອນ ຫຼື ຜູ້ຄົນ ເຊີນໄຕ ມັກລ້ຽງແຂກທີ່ຮັກແພງ. ແບັ໋ງແຕ໊ ຫຼື ເອີ້ນວ່າ ແບັ໋ງຣັງເບື່ອ ແມ່ນຂອງຕ້ອນ ທີ່ຄຸ້ນເຄີຍ ຢູ່ເຂດ ຊົນນະບົດພາກເໜືອ ຫວຽດນາມ. ຢູ່ຕາແສງ ເດື່ອງເລີມ, ແບັ໋ງແຕ໊ ແຊບສຸດ ແມ່ນຢູ່ໝູ່ບ້ານ ຝູ໋ຍີ, ປັດຈຸບັນ ສັງກັດ ຕາແສງ ຟູ໋ຖິ້ງ, ເທດສະບານ ເມືອງ ເຊີນໄຕ, ຮ່າໂນ້ຍ.
ນັກທ່ອງທ່ຽວມັກເວົ້າວ່າ ແບັ໋ງແຕ໊ ຟູ໋ຍີແຊບຫຼາຍ ເມື່ອກິນແລ້ວ ຢາກກິນອີກ. ສຳລັບຊາວທ້ອງຖິ່ນ, ໃນງານລ້ຽງ ເບິ່ງຄືວ່າ ຍາມໃດກໍ ມີລາຍການອາຫານ ແບ໋ັງແຕ໊.
ປັດຈຸບັນ, ຢູ່ ເຊີນໄຕ, ມີສະຖານທີ່ເຮັດ ແບ໋ັງແຕ໊ ທີ່ມີຊື່ສຽງຫຼາຍ ແຫ່ງ ດ້ວຍລົດຊາດທີ່ແຕກຕ່າງກັນ. ຈາກເປັນຂອງຕ້ອນທີ່ລຽບງ່າຍ, ແບ໋ັງແຕ໊ ໄດ້ກາຍເປັນລາຍການອາຫານພິເສດ ທີ່ເປັນຕົວແທນ ຂອງ ຊາວພາກເໜືອ ຫວຽດນາມ.
ໃນລາຍການ “ປີໃໝ່ ໝູ່ບ້ານ ຫວຽດນາມ” ເພື່ອຕ້ອນຮັບບຸນປີໃໝ່ປະຈຳຊາດ ປີເຖາະ, ແບັ໋ງແຕ໊ ໄດ້ຮັບເລືອກ ແນະນຳຕໍ່ ບັນດາ ນັກ ການທູດຕ່າງປະເທດ ທີ່ກຳລັງເຮັດວຽກຢູ່ ຮ່າໂນ້ຍ ແລະ ໄດ້ຮັບ ຄວາມຍິນດີຕ້ອນຮັບຈາກທຸກຄົນ.
ແຂກຕ່າງປະເທດຊີມ ແບັ໋ງແຕ໊ ຝູ໋ຍີ ໃນໂອກາດ “ປີໃໝ່ ໝູ່ບ້ານ ຫວຽດ” ຢູ່ ເຊີນໄຕ.
ປະຕິບັດໂດຍ: ຫວຽດເກື່ອງ - ແປໂດຍ: ບິກລຽນ