ອາຫານການກິນ

ແບັ໋ງແຊ່ວ ໂຢ່ງຍ໊ານ

ໂຢ່ງຍ໊ານ ແມ່ນ​ຊື່​ ຂອງ​ ສວນ​ລຳໄຍ ທີ່ເກົ່າແກ່ມີຄວາມຍາວ 10 ກມ, ກວ້າງ​ປະ​ມານ 230 ເຮັກ​ຕາ, ຕັ້ງ​ຢູ່​ລຽບຫາດ​ຊາຍ​ ແຫ່ງໜຶ່ງ​ ຂອງ 2ຕາ​ແສງ ຮຽບແທ່ງ ແລະ ຫວີງແຈັກດົງ ມີລາຍການອາຫານ ແບັ໋ງແຊ່ວ ທີ່ມີ​ຊື່​ສຽງ​ ໃນ​ທົ່ວທຸກ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ.

 

ແບັ໋ງແຊ່ວ ໂຢ່ງຍ໊ານ ສີເຫຼືອງກອບ ກັບໃຈລວມມີຊີ້ນ, ກຸ້ງທີ່ຫອມແຊບ ກິນແກ້ມກັບຜັກຫອມທຸກຊະນິດ ແລະ ນຳ້ແຈ່ວສົ້ມຫວານ. ພາບ: ທົງຫາຍ

ໂຢ່ງຍ໊ານ ແມ່ນ​ຊື່​ ຂອງ​ ສວນ​ລຳໄຍ ທີ່ເກົ່າແກ່ມີຄວາມຍາວ 10 ກມ, ກວ້າງ​ປະ​ມານ 230 ເຮັກ​ຕາ, ຕັ້ງ​ຢູ່​ລຽບຫາດ​ຊາຍ​ ແຫ່ງໜຶ່ງ​ ຂອງ 2ຕາ​ແສງ ຮຽບແທ່ງ ແລະ ຫວີງແຈັກດົງ ມີລາຍການອາຫານ ແບັ໋ງແຊ່ວ ທີ່ມີ​ຊື່​ສຽງ​ ໃນ​ທົ່ວທຸກ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ.

ແບັ໋ງແຊ່ວ ຢູ່ທີ່ນີ້ມີຄວາມດຶງດູດໃຈ ຍ້ອນ ແປ້ງ ແບັ໋ງແຊ່ວ ມີຄວາມ ອ່ອນໜຽວພໍດີ, ເກາະແໜ້ນ ແຕ່ບໍ່ຕິດກັນເປັນລືບ ເມື່ອຖືກບົດດ້ວຍ ຄົກຫີນ. ຍິ່ງໄປກວ່ານັ້ນ, ແບັ໋ງແຊ່ວ ແຊບ ແມ່ນຍ້ອນ ສ່ວນແປ້ງ ແບັ໋ງແຊ່ວໄດ້ຮັບການຖອກຢ່າງຄ່ອງແຄ້ວໃຫ້ກອບ, ໃຈແບັ໋ງແຊ່ວ ໃສ່ຊີ້ນໝູ ບໍ່ມີມັນ, ກຸ້ງຜອຍ, ຖົ່ວຂຽວ, ຖົ່ວງອກ, ມັນ ແລະ ຫົວຜັກບົ່ວໃຫຍ່. ກຸ້ງຜອຍ ຢູ່ແຂວງ ບາກລຽວ ມີລົດຊາດຫວານເຄັມ ເປັນພິເສດ.

 
ແບັ໋ງແຊ່ວ ຍັງ​ມີ​ຊື່​ສຽງ ເນື່ອງຈາກ ຜັກຂຽວ ທີ່ປູກດ້ວຍດິນຢູ່ “ໂຢ່ງ” ຈຶ່ງມີລົດຊາດຫອມກອບ. ຜັກ​ສົດ​ ຢູ່ທີ່ນີ້ ມີທຸກຊະນິດເຊັ່ນ: ຜັກສະຫຼັດ, ຜັກກາດຂຽວ, ບອກໂຄລີ, ຜັກຄາວທອງ..​. ນຳແຈ່ວກໍໄດ້ຮັບການ ປຸງແຕ່ງຢ່າງຄ່ອງແຄ້ວ ລະຫວ່າງລົດຊາດເຄັມ, ຫວານ, ສົ້ມກັບລົດຊາດ ເຜັດໆ ຮ້ອນໆ ຂອງຜັກທຽມ ແລະ ໝາກເຜັດ... ໄດ້ຮັບປະທານ ລາຍການອາຫານ ແບັ໋ງແຊ່ວ ໂຢ່ງຍ໊ານ ທັງກິນ ເຫຼົ້າລຳໄຍ ຊຶ່ງເປັນ ຜະລິດຕະພັນພິເສດ ຂອງ ທ້ອງຖິ່ນ ຈະເປັນປະສົບການຕົວຈິງ ທີ່່ຍາກຈະຫຼົງລືມ. 

ປະຕິບັດໂດຍ: ທົງຫາຍ/VNP - ແປໂດຍ: ບິກລຽນ


top