ອາຫານການກິນ

ແບັ໋ງ ຣາມອິດ ເມືອງເຫວ້

ເມື່ອກ່າວເຖິງ ອາຫານເມືອງ ເຫວ້, ນັກທ່ອງທ່ຽວບໍ່ອາດ ຈະລືມໄດ້ ລົດຊາດ ແບບພິເສດ ແລະ ແປກໃໝ່ ຂອງ ແບັ໋ງ ຣາມອິດ. 
ແບັ໋ງຣາມອິດ (ເຂົ້າໜົມ ຣາມອິດ) ມີ 2 ຊະນິດຄື: ແບັ໋ງອິດ ອ່ອນ ໜຸ້ມ ຢູ່ເທິງ ແລະ ສ່ວນແບັ໋ງຣາມ ຫອມກອບຢູ່ລຸ່ມ. ສອງ ລົດຊາດ ທີ່ຄິດວ່າ ບໍ່ສາມາດ ເຂົ້າກັນໄດ້, ແຕ່ເມື່ອຜ່ານສີມື ອັນຄ່ອງແຄ້ວ ຂອງ ພໍ່ຄົວ ຈະ ສ້າງເປັນລົດຊາດທີ່ມີຄວາມຈູງໃຈສະເພາະ. ເມື່ອ ຮັບປະທານ ແບັ໋ງຣາມອິດ, ທ່ານ ຈະຮູ້ສຶກໄດ້ເຖິງຄວາມຫອມກອບ ແລະ ອ່ອນໜຸ້ມ ຂອງ ແບັ໋ງຣາມ ແລະ ແບັ໋ງອິດ ຈະປະສານ ເຂົ້າ ກັນ ຢ່າງກົມກຽວ ຊຶ່ງນັກຊີມ ສາມາດຮັບປະທານ ໄດ້ຫຼາຍແຕ່ ບໍ່ເບື່ອ.

ໃຈແບັ໋ງອິດ ຈະໃຊ້ ກຸ້ງ “ເດິດ”. ກຸ້ງ ເດິດ ເປັນຜະລິດຕະພັນ ພິເສດ ເປັນເອກະລັກ ຂອງ ອາຫານ ເມືອງ ເຫວ້. ກຸ້ງ ຈະຖືກຂົ້ວກັບ ນໍ້າ ມັນ ຫົວຜັກບົ່ວຈຽວ ຈົນສຸກແລ້ວ ຕັກອອກ. ໃຊ້ກຸ້ງເດິດເປັນໃຈ ຈະ ສ້າງລົດຊາດ ທີ່ເປັນເອກະລັກ ໃຫ້ລາຍການອາຫານ ແບັ໋ງຣາມອິດ ຢູ່ເມືອງ ເຫວ້.
 
ແບັ໋ງຣາມອິດ ມີຕົ້ນກຳເນີດ ມາຈາກ  ພະລາຊະວັງ ເຫວ້. 


ເມື່ອຈັດວາງ ແບັ໋ງຣາມອິດ ໃສ່ຈານ, ບັນດາຄອບຄົວຢູ່ ເຫວ້ ມັກ ຈັດວາງສ່ວນແບັ໋ງອິດ ຢູ່ເທິງ ແບັ໋ງຣາມ ແລ້ວຕັ້ງຢູ່ເທິງໃບຕອງ ຫຼື ຈານສີຂາວ ເພື່ອສ້າງຄວາມສວຍງາມ ຢ່າງຈັບໃຈ ຜູ້ຊົມ. ໄປພ້ອມ ກັບຈານ ແບັ໋ງຣາມອິດ ແມ່ນຖ້ວຍນ້ຳແຈ່ວ ສົ້ມຫວານ.

ຢູ່ ເຫວ້ ມີ ຫຼາຍຄອບຄົວ ເຮັດແບັ໋ງຣາມອິດ ຜ່ານຫຼາຍຮຸ່ນຄົນ. ດ້ວຍ ເຫດນັ້ນ, ເມື່ອມາຍັງ ເຫວ້, ນັກທ່ອງທ່ຽວ ຈະພົບເຫັນ ລາຍການອາ ຫານແບັ໋ງຣາມອິດ ຢູ່ຕາມຮ້ານອາຫານ ລະດັບຊັ້ນນຳ ຫຼື ຢູ່ຕາມ ຮ້ານທົ່ວໄປກໍມີ.

ບົດ: ບິກເວິນ - ພາບ: ແທງຢາງ - ແປໂດຍ: ບິກລຽນ


top