ຂ່າວສານ

ແນະ​ນຳ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ຫວຽດ​ນາມ ຄັ້ງ​ທີ 5

ເວທີປາໄສຈະເຮັດແຈ້ງການຮັບປະກັນບັນດາຄວາມດຸ່ນດ່ຽງໃຫ່ຍຂອງພື້ນຖານເສດຖະກິດ, ເລືອກເຟັ້ນນະໂຍບາຍໃຫ້ເໝາະສົມໃນປີ 2023 ແລະ ຊຸມປີຕໍ່ໄປ.
    

ຕອນເຊົ້າວັນທີ 12 ທັນວາ, ຢູ່ຮ່າໂນ້ຍ, ຄະນະເສດຖະກິດສູງກາງ ໄດ້ຈັດກອງປະຊຸມຂ່າວ ກ່ຽວກັບເວທີປາໄສເສດຖະກິດຫວຽດນາມ ຄັ້ງທີ 5 ດ້ວຍຫົວເລື່ອງ “ເສດຖະກິດຫວຽດນາມ 2023: ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫ່ຍ, ຜ່ານຜ່າສິ່ງທ້າທາຍ” ຊື່ງຈັດຂຶ້ນໃນວັນທີ 17 ທັນວາ ຢູ່ຮ່າໂນ້ຍ. ເວທີປາໄສຄັ້ງນີ້ ໄດ້ຈັດຂຶ້ນແບບຊຶງໜ້າສົມທົບກັບທາງໄກ ດ້ວຍການເຂົ້າຮ່ວມຂອງຜູ້ແທນກ່ວາ 1000 ທ່ານ ແມ່ນການນຳບັນດາຄະນະ, ກະຊວງ, ຂະແໜງການສູງກາງ ແລະ ທ້ອງຖິ່ນ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນຫຼາຍຝ່າຍ ແລະ ສະຖານທູດ, ສະຖານກົງສູນບາງປະເທດ, ບັນດາວິສາຫະກິດ…

ເວທີປາໄສຈະເຮັດແຈ້ງການຮັບປະກັນບັນດາຄວາມດຸ່ນດ່ຽງໃຫ່ຍຂອງພື້ນຖານເສດຖະກິດ, ເລືອກເຟັ້ນນະໂຍບາຍໃຫ້ເໝາະສົມໃນປີ 2023 ແລະ ຊຸມປີຕໍ່ໄປ.


top