ໂດຍໄດ້ຮັບແຫຼ່ງບັນດານໃຈຈາກວັດທະນະທຳ ດ້າຍວຽດ ຕອນສະຕະວັດທີ 10, ເມື່ອງເກົ່າແຫ່ງນີ້ໄດ້ວາດພາບຢ່າງມີຊີວິດຊີວາໃນຄວາມງາມກ່ຽວກັບສະຖາປັດຕະຍາກຳ, ການດຳລົງຊີວິດທາງດ້ານວັດທະນະທຳສັງຄົມ, ພ້ອມກັບບັນດາຮີດຄອງປະເພນີທີ່ພົ້ນເດັ່ນຂອງຊາວຫວຽດນາມ ຜ່ານຫຼາຍລຸ້ນຄົນ.
ເມືອງເກົ່າ ຮວາລື (ພາບ: vov.gov.vn)
ອາທິດຜ່ານມາ, ພະແນກກະຈາຍສຽງພາກບັນດາພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍອີເມວ 387 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄ້ວນ. ໃນນັ້ນລາຍການພາກພາສາລາວ ໄດ້ຮັບຈົດໝາຍ 24 ສະບັບ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຈະຄັດສະເໜີບາງຄຳເຫັນ, ຕອບບາງຄຳຖາມເຊິ່ງຜູ້ຟັງໄດ້ສົ່ງມາຍັງລາຍການໃນອາທິດຜ່ານມາ.
ເພື່ອນ Manisha Chakraborty (ນັກຂ່າວຊາວອິນເດຍ) ໄດ້ຂຽນມາວ່າ: ວິທະຍຸກະຈາຍສຽງ ຫວຽດນາມ ແມ່ນແຫຼ່ງຂໍ້ມູນທີ່ລ້ຳຄ່າ ຊ່ວຍຊອກຫາກ່ຽວກັບຫຼາຍແງ່ມູນທີ່ອຸດົມສົມບູນຂອງປະເທດຊາດ ຫວຽດນາມ, ພ້ອມທັງອັບເດດບັນດາເຫດການ ແລະ ການຜັນແປທີ່ສຳຄັນໃຫ້ແກ່ພວກຂ້າພະເຈົ້າ. ໜຶ່ງໃນບັນດາຈຸດດູດດື່ມທີ່ສຸດໃນບັນດາລາຍການຂອງ VOV ນັ້ນແມ່ນຄວາມສາມາດໃນການຖ່າຍທອດມໍລະດົກວັດທະນະທຳທີ່ອຸດົມສົມບູນຂອງ ຫວຽດນາມ ຢ່າງມີຊີວິດຊີວາ, ນຳມາເຊິ່ງບັນດາໂອກາດເພື່ອຊອກຮູ້ຄົ້ນຫາຮີດຄອງປະເພນີ, ວັດທະນະທຳພື້ນເມືອງ ກໍ່ຄືບັນດາບາດກ້າວພັດທະນາຂອງປະເທດ ຫວຽດນາມ ໃຫ້ແກ່ທ່ານຜູ້ຟັງ.
ເພື່ອນ Juan Franco Crespo ມາຈາກ ແອັດສະປາຍ ໄດ້ຂຽນວ່າ: ຂອບໃຈ VOV ເຊິ່ງຍາມໃດກໍ່ເອົາໃຈໃສ່ເຖິງທ່ານຜູ້ຟັງ, ກ່ອນອື່ນໜົດແມ່ນຜ່ານລາຍການ ໂອ້ລົມກັບທ່ານຜູ້ຟັງ, ຖັດຈາກນັ້ນແມ່ນບັນດາໃບຢັ້ງຢືນຟັງວິທະຍຸທີ່ລ້ຳຄ່າ ແລະ ພາບຖ່າຍທີ່ສວຍງາມ ກ່ຽວກັບເຂດດິນແດນທີ່ມີຄວາມປະທັບໃຈກ່ຽວກັບທຳມະຊາດ ແລະ ຜູ້ຄົນ. ຂ້າພະເຈົ້າຂໍສະແດງຄວາມຍິນດີຕໍ່ພວກເພື່ອນຍ້ອນມີສາງຫົວຂໍ້ທີ່ອຸດົມສົມບູນ ເຊິ່ງພວກເພື່ອນໄດ້ສະເໜີໃນເວັບໄຊ, ບາງຄັ້ງຂ້າພະເຈົ້າແວ່ຢາມເວັບໄຊເພື່ອຮັບຊົມບັນດາພາບຖ່າຍທີ່ສວຍງາມພ້ອມກັບບັນດາບົດຂຽນຂອງພວກເພື່ອນ. ປັດຈຸບັນ, ພວກເຮົາກໍ່ມີໂອກາດໄດ້ຮັບຟັງບັນດາລາຍການໃໝ່ ເຊິ່ງຂ້າພະເຈົ້າຄິດວ່າ ແນ່ນອນວ່າຈະພິຊິດໃຈທ່ານຜູ້ຟັງໃນທົ່ວໂລກໄດ້.
ເພື່ອນ ຄຳພັນ ມາຈາກນະຄອນຫຼວງ ວຽງຈັນ, ລາວ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ໂດຍແມ່ນພະນັກງານເຮັດວຽກງານຊາວໜຸ່ມ, ຂ້າພະເຈົ້າມີຄວາມສົນໃຈຕໍ່ບັນດາບັນຫາສຳລັບຊາວໜຸ່ມ ເປັນຕົ້ນແມ່ນການເຄື່ອນໄຫວຂອງຄະນະຊາວໜຸ່ມ ຫວຽດນາມ ທີ່ຈັດໃຫ້ແກ່ສະມາຊິກຊາວໜຸ່ມ. ດັ່ງນັ້ນ, ຂ້າພະເຈົ້າຢາກຖາມວ່າ ປີນີ້, ສູນກາງຄະນະຊາວໜຸ່ມ ໄດ້ຈັດການເຄື່ອນໄຫວຫຍັງແດ່ໃຫ້ແກ່ຊາວໜຸ່ມນະຄອນ ຮ່າໂນ້ຍ. ຂໍຂອບໃຈ.
ເພື່ອນ ຄຳພັນ ທີ່ຮັກແພງ! ຕົ້ນເດືອນມິຖຸນາ, ຢູ່ມະຫາວິທະຍາໄລ ຊົນລະປະທານ, ຊາວໜຸ່ມນະຄອນ ຮ່າໂນ້ຍ ໄດ້ຈັດລາຍການອອກເຄື່ອນທັບບັ້ນຍຸດທະສາດຊາວໜຸ່ມອາສາສະໝັກ ລະດູຮ້ອນ ແລະ ສະຫຼຸບເດືອນຊາວໜຸ່ມ ປີ 2025.
ດ້ວຍເປົ້າໝາຍ ຊາວໜຸ່ມນະຄອນຫຼວງ ຕະລຸມບອນ, ອາສາສະໝັກເພື່ອຊີວິດປະຊາຄົມ” ແລະ ທິດນຳທີ່ວ່າ “ຕະລຸມບອນ - ມີຫົວຄິດປະດິດສ້າງ - ປອດໄພ - ມີປະສິດທິຜົນ”, ບັ້ນຍຸດທະສາດຊາວໜຸ່ມອາສາສະໝັກ ລະດູຮ້ອນ 2025 ໄດ້ດຳເນີນແຕ່ເດືອນເມສາ ຫາເດືອນສິງຫາ ດ້ວຍ 1 ໂຄງການ ແລະ 4 ຍຸດທະສາດຈຸດສຸມແມ່ນ: ເພີ່ມກຳລັງແຮງລະດູການເສັງ, ລະດູຮ້ອນສີຂຽວ, ດອກຝາງແດງ, ໄລຍະພັກຜ່ອນສີບົວ ແລະ ການເຄື່ອນທັບສີຂຽວ.
ຍຸດທະສາດມຸ່ງໄປເຖິງການລະດົມການເຂົ້າຮ່ວມຂອງສະມາຊິກຊາວໜຸ່ມ, ຊາວໜຸ່ມ 250.000 ເທື່ອຄົນ ເຊິ່ງຜັນຂະຫຍາຍບັນດາການເຄື່ອນໄຫວກ່ຽວກັບການສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ, ປົກປັກຮັກສາສິ່ງແວດລ້ອມ, ຫັນເປັນດີຈີຕອນປະຊາຄົມ, ເບິ່ງແຍງດູແລເຍົາວະຊົນ ແລະ ຮັບປະກັນການຊ່ວຍເຫຼືອສັງຄົມ. ອາດເວົ້າໄດ້ວ່າ ປີນີ້ຍຸດທະສາດມີຄວາມໝາຍສຳຄັນພິເສດ. ໂດຍໄດ້ຮັບຖືວ່າແມ່ນກຳລັງທີ່ມີຄວາມຂະຫຍັນຂັນເຄື່ອນ, ມີໄຫວພິບໄວກັບເຕັກໂນໂລຢີ, ສະມາຊິກຊາວໜຸ່ມ, ຊາວໜຸ່ມທີ່ມີຄວາມຮັບຜິດຊອບຕ້ອງຮ່ຳຮຽນຢ່າງບໍ່ຢຸດຢັ້ງ ແລະ ແຜ່ກະຈາຍແງ່ຫວັງອຸທິດສ່ວນ, ຫັນເຕັກໂນໂລຢີກາຍເປັນເຄື່ອງມືທີ່ແທດຈິງ, ຊ່ວຍປະຊາຊົນ, ສ້າງປະຊາຄົມດີຈີຕອນ, ສັງຄົມດີຈີຕອນ ແລະ ນຳປະເທດຊາດກ້າວເຂົ້າສູ່ສັງກາດດີຈີຕອນ.
ເພື່ອນ ຄຳໃບ ຢູ່ນະຄອນຫຼວງວຽງຈັນ ລາວ ໄດ້ສົ່ງຈົດໝາຍມາຍັງລາຍການຜ່ານ Facebook ດ້ວຍເນື້ອໃນຢາກຮັບຟັງການແນະນຳກ່ຽວກັບເມືອງເກົ່າ ຮວາລື.
ເພື່ອນ ຄຳໃບ ທີ່ຮັກແພງ, ເມືອງເກົ່າ ຮວາລື ຕັ້ງຢູ່ເຂດ ພູກີເລິນ, ແຂວງ ນິງບິ່ງ ເຊິ່ງນຳເຂົ້າເຄື່ອນໄຫວຢ່າງເປັນທາງການນັບແຕ່ຕົ້ນປີ 2022. ໂດຍໄດ້ຮັບແຫຼ່ງບັນດານໃຈຈາກວັດທະນະທຳ ດ້າຍວຽດ ຕອນສະຕະວັດທີ 10, ເມື່ອງເກົ່າແຫ່ງນີ້ໄດ້ວາດພາບຢ່າງມີຊີວິດຊີວາໃນຄວາມງາມກ່ຽວກັບສະຖາປັດຕະຍາກຳ, ການດຳລົງຊີວິດທາງດ້ານວັດທະນະທຳສັງຄົມ, ພ້ອມກັບບັນດາຮີດຄອງປະເພນີທີ່ພົ້ນເດັ່ນຂອງຊາວຫວຽດນາມ ຜ່ານຫຼາຍລຸ້ນຄົນ. ເມືອງເກົ່າ ຮວາລື ນິງບິ່ງ ໄດ້ແບ່ງເປັນສອງເຂດ: ເຂດວາງສະແດງຜະລິດຕະພັນ ແລະ ເຂດອາຫານການກິນ, ແຕ່ລະເຂດລ້ວນແຕ່ສ່ອງແສງບັນດາຄຸນຄ່າທາງດ້ານວັດທະນະທຳ ແລະ ປະຫວັດສາດກ່ຽວກັບທາງດ້ານວັດຖຸ ແລະ ຈິດໃຈ.
ນະທີ່ນີ້, ເພື່ອນອາດສາມາດຢ້ຽມຊົມບັນດາຮ້ານຂາຍເຄື່ອງຫັດຖະກຳທີ່ເປັນມູນເຊື້ອ ຈາກບັນດາໝູ່ບ້ານອາຊີບໃນແຂວງ ແລະ ເຂດໃກ້ຄຽງຄື ໝູ່ບ້ານຫີນສິລະປະກຳ ນິງເວິນ, ເຄື່ອງປັ້ນດິນເຜົາ ໂບບາດ, ຕ່ຳແຜ່ນປັກແສ່ວ ວັນເລິມ, ພາບແຕ້ມ ໂບ່ເດ່, ພາບແຕ້ມ ດົງໂຮ່, ພາບແຕ້ມສີຂັດມັນ ອີອຽນ… ເພື່ອນກໍ່ສາມາດຮັບປະທານບັນດາເຍື່ອງອາຫາສິນພິເສດຄື: ເຂົ້າຂຽບ, ເຂົ້າໜົມ ເນັບ, ເຂົ້າໜົມ ເມິດ, ເຂົ້າໜົມ ຂວາຍແຕັບ… ທັງໝົດນີ້ໄດ້ວາງສະແດງແບບງາມຕາຕາມຮູບແບບດັ້ງເດີມ. ເມື່ອມານີ້, ເພື່ອນບໍ່ພຽງແຕ່ໄດ້ໄປຢ້ຽມຢາມ, ຮັບຊົມບັນດາລາຍການສະແດງວັດທະນະທຳຄື: ຟ້ອນຕຸກກະຕານ້ຳ, ຟ້ອນຕັກຊິງ, ຂັບແທນ, ຂັບແຈ່ວ, ຂັບເຊິມ…ເທົ່ານັ້ນ ຫາກຍັງໄດ້ເຂົ້າຮ່ວມບັນດາການຫຼະລິ້ນພື້ນເມືອງອີກດ້ວຍ.