ຂ່າວສານ

ແນະ​ນຳ​ການ​ຕອບ​ຄຳ​ຖາມ​ຂໍ້​ທີ 3 ແລະ ຂໍ້​ທີ 4

ເພື່ອແນໃສ່ໜູນຊ່ວຍຜູ້ຟັງ, ຜູ້ອ່ານຕອບຄຳຖາມໃນການເສັງເພື່ອນຮູ້ຫຍັງແດ່ ກ່ຽວກັບ ຫວຽດນາມ ປີ 2025, ມື້ນີ້, ພວກຂ້າພະເຈົ້າຈະສືບຕໍ່ແນະນຳເນື້ອໃນທີ່ກ່ຽວຂ້ອງເຖິງຄຳຖາມທີ 3 ແລະ ທີ 4 ເຖິງທ່ານຜູ້ຟັງ, ຜູ້ອ່ານ.
(ພາບປະກອບ: VGP)

ຄຳຖາມທີ 3: ໃນປີ 2025, ຫວຽດນາມ ວາງເປົ້າໝາຍ GDP ບັນລຸລະດັບເຕີບໂຕ 8% ຂຶ້ນໄປ. ເພື່ອນຈົ່ງໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ໄດ້ ແລະ ພວມປະຕິບັດບັນດາມາດຕະການແກ້ໄຂຢ່າງຂ້ຽວຂາດ, ຄົບຊຸດໃດແດ່ ເພື່ອສ້າງບາດກ້າວບຸກທະລຸຢ່າງເຂັ້ມແຂງກ່ຽວກັບລະບອບລະບຽບການ, ການແກ້ໄຂບັນດາຈຸດອຸດຕັນ ແລະ ຮົ້ວກີດຂວາງເພື່ອບັນລຸໄດ້ເປົ້າໝາຍ

ການເຕີບໂຕດັ່ງກ່າວ? ທ່ານຜູ້ຟັງ, ຜູ້ອ່ານສາມາດຄົ້ນຄວ້າໃນບັນດາເນື້ອໃນບົດຂຽນດັ່ງນີ້: “ຫວຽດນາມ ຮັບມືກັບການຜັນປ່ຽນເພື່ອປະຕິບັດສຳເລັດເປົ້າໝາຍການເຕີບໂຕ” (ວັນທີ 06 ກຸມພາ 2025); “ສ້າງພື້ນຖານນິຕິກຳໃຫ້ແກ່ການສັບຊ້ອນກົງຈັກ (ວັນທີ  17 ເມສາ 2025); “ຄວາມຕັດສິນໃຈສູງ, ຄວາມມານະພະຍາຍາມຢ່າງໃຫຍ່ຫຼວງ, ການກະທຳຢ່າງຂ້ຽວຂາດປະຕິບັດສຳເລັດບັນດາເປົ້າໝາຍຂອງໄລຍະ 2021 – 2025” (ວັນທີ 05 ພຶດສະພາ 2025) ແລະ ຂ່າວ “ທ່ານເລຂາທິການໃຫຍ່ ໂຕເລິມ: ບຸກທະລຸລະບອບລະບຽບການ, ກົດໝາຍເພື່ອໃຫ້ປະເທດຊາດບືນຕົວຂຶ້ນ” (ວັນທີ 04 ພຶດສະພາ 2025). ບັນດາຂ່າວ, ບົດດັ່ງກ່າວ ໄດ້ສະແດງໃຫ້ເຫັນການຊີ້ນຳຢ່າງໃກ້ຊິດຂອງພັກ, ລັດ, ການເຂົ້າຮ່ວມຢ່າງຄົບຊຸດ ດ້ວຍຄວາມຕັດສິນໃຈສູງຂອງອຳນາດການປົກຄອງທຸກຂັ້ນ, ທຸກກະຊວງ, ຂະແໜງການ, ທ້ອງຖິ່ນໃນການຜັນຂະຫຍາຍບັນດາໜ້າທີ່, ມາດຕະການເພື່ອແນໃສ່ບັນລຸໄດ້ບັນດາເປົ້າໝາຍການເຕີບໂຕທີ່ໄດ້ວາງອອກ.

ສຳລັບຄຳຖາມທີ 4: ບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນໃນປະຈຸບັນມີຄືແນວໃດ? ບັນດາເນື້ອໃນທີ່ກ່ຽວຂ້ອງນັ້ນ ລະບຸໃນຂ່າວ, ບົດດັ່ງນີ້: “ການພົວພັນຕ່າງປະເທດ ຫວຽດນາມ ປີ 2025 ປະກອບສ່ວນເຂົ້າໃນສັງກາດບຸກບືນຂອງຊາດ” (ວັນທີ 31 ມັງກອນ 2025); “ບືນຕົວຂຶ້ນໃນການເຊື່ອມໂຍງເຂົ້າກັບສາກົນ” (ວັນທີ 03 ເມສາ 2025) ແລະ ຂ່າວ “ທ່ານເລຂາທິການໃຫຍ່ ໂຕເລິມ: ພາລະກຳຂອງພັກກອມມູນິດ ຫວຽດນາມ ແມ່ນຊີ້ນຳ, ນຳພາປະເທດຊາດກ້າວເຂົ້າສູ່ສັງກາດພັດທະນາ ແລະ ຮັ່ງມີເຂັ້ມແຂງ” (ວັນທີ 02 ກຸມພາ 2025). ໃນບັນດາຂ່າວ, ບົດເຫຼົ່ານັ້ນ ທ່ານຜູ້ຟັງ, ຜູ້ອ່ານຈະເຫັນປະເທດ ຫວຽດນາມ ພວມພັດທະນາກ່ຽວກັບທຸກດ້ານ ແລະ ນັບມື້ນັບຢັ້ງຢືນໄດ້ບົດບາດ, ທີ່ຕັ້ງສຳຄັນໃນເວທີສາກົນ.

ທ່ານຜູ້ຟັງສາມາດເຂົ້າອ່ານຂ່າວ, ບົດໃນເວັບໄຊ vovworld.vn ຕື່ມອີກ.

 ຂໍອວຍພອນໃຫ້ທ່ານຈົ່ງຂຽນບົດເສັງໄດ້ເປັນຢ່າງດີ ແລະ ຍາດໄດ້ລາງວັນສູງໃນການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025.

ຈົ່ງເຂົ້າຮ່ວມການເສັງເພື່ອມີໂອກາດຄົ້ນຫາຄວາມງາມຂອງປະເທດ ຫວຽດນາມ!


top