ຂ່າວສານ

ແນະ​ນຳ “ປະ​ເທດ​ຊາດ​, ປະ​ຊາ​ຊົນ ອາ​ຊຽນ” ຜ່ານ​ພາບ​ຖ່າ​ຍ​ສິ​ລະ​ປະ 200 ແຜ່ນ

ງານວາງສະແດງໄດ້ແນະນຳພາບຖ່າຍສິລະປະກວ່າ 200 ແຜ່ນ ເຖິງມະຫາຊົນ ໂດຍເປັນຜົນງານຂອງບັນດານັກຖ່າຍຮູບມາຈາກ 10 ປະເທດ ອາຊີຕາເວັນອອກສ່ຽງໃຕ້. ບັນດາຜົນງານເຫຼົ່ານັ້ນກໍສະແດງໃຫ້ເຫັນບັນດາການເຄື່ອນໄຫວຮ່ວມມື, ແລກປ່ຽນລະຫວ່າງບັນດາປະເທດ ອາຊຽນ ອີກດ້ວຍ.
ພິທີໄຂງານວາງສະແດງ (ພາບ: TTXVN)

ວັນທີ 12 ພຶດສະພາ, ຢູ່ຫໍພິພິທະພັນແຂວງ ເງະອານ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ເງະອານ ຈັດຕັ້ງການຜັນຂະຫຍາຍງານວາງສະແດງພາບຖ່າຍພາຍໃຕ້ຫົວຂໍ້ “ປະເທດຊາດ, ປະຊາຊົນ ອາຊຽນ”. ນີ້ແມ່ນເຫດການວັດທະນະທຳທີ່ພົ້ນເດັ່ນໃນລະບົບການເຄື່ອນໄຫວຕອບສະໜອງງານບຸນບ້ານແຊນ ປີ 2025.

        ງານວາງສະແດງໄດ້ແນະນຳພາບຖ່າຍສິລະປະກວ່າ 200 ແຜ່ນ ເຖິງມະຫາຊົນ ໂດຍເປັນຜົນງານຂອງບັນດານັກຖ່າຍຮູບມາຈາກ 10 ປະເທດ ອາຊີຕາເວັນອອກສ່ຽງໃຕ້. ບັນດາຜົນງານເຫຼົ່ານັ້ນກໍສະແດງໃຫ້ເຫັນບັນດາການເຄື່ອນໄຫວຮ່ວມມື, ແລກປ່ຽນລະຫວ່າງບັນດາປະເທດ ອາຊຽນ ອີກດ້ວຍ.

        ຕອນຄ່ຳວັນທີ 12 ພຶດສະພາ, ຢູ່ໂຮງລະຄອນສິລະປະພື້ນເມືອງ ແຂວງ ເງະອານ, ນະຄອນ ວິງ, ກົມຮູບເງົາ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ສົມທົບກັບ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ເງະອານ ຈັດພິທີໄຂສັບປະດາຟິມຮູບເງົາ ສະເຫຼີມສະຫຼອງ 135 ປີ ແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2025). ນີ້ກໍແມ່ນເຫດການທີ່ນອນໃນລະບົບການເຄື່ອນໄຫວຂອງງານບຸນບ້ານແຊນ ທົ່ວປະເທດ 2025.


top