ຂ່າວສານ

ແນະນຳງານບຸນຕາມທ້ອງຖະໜົນຢູ່ ຊາປາ ແລະ ໂຮງງານໄຟຟ້າ ຊົງດາ

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 389 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄ້ວນ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 389 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄ້ວນ.

    

ພາບປະກອບ

ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 23 ສະບັບຈາກທ່ານຜູ້ຟັງລາວ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ.

ຜູ້ຟັງ ຈັນທິດາ ບົວສອນ, ຈາກແຂວງຄຳມ່ວນ ໄດ້ສົ່ງອີເມວເຖິງລາຍການ ໂດຍໃຫ້ຮູ້ວ່າ: ເດືອນພະຈິກນີ້້າພະເຈົ້າຈະໄປຫາໝູ່ ຫວຽດນາມ ຢູ່ແຂວງ ດ້ຽນບຽນຂ້າພະເຈົ້າຫວັງວ່າບັນນາທິການພາກພາສາລາວ ຈະແນະງານບຸນຕ່າງໆທີ່ຈະຈັດຂຶ້ນໃນເດືອນພະຈິກຢູ່ບັນດາແຂວງພູດອຍພາກເໜືອຖ້າມີໂອກາດຂ້າພະເຈົ້າຈະເຂົ້າຮ່ວມ.

ເພື່ອນ ຈັນທິດາ ບົວສອນ ທີ່ຮັກແພງ, ໃນຕົ້ນເດືອນພະຈິກ ນີ້, ແຂກທ່ອງທ່ຽວໄປຢາມແຂວງ ໄຕບັກ ອາດຈະມີໂອກາດເຂົ້າຮ່ວມງານບຸນຕາມທ້ອງຖະໜົນຢູ່ ຊາປາ, ເຊິ່ງໄດ້ຮັບການຈັດຂຶ້ນເປັນຄັ້ງທຳອິດເພື່ອແນໃສ່ສະເຫຼີມສະຫຼອງ 110 ປີແຫ່ງວັນການທ່ອງທ່ຽວ ຊາປາ. ເມື່ອເຂົ້າຮ່ວມງານບຸນຕາມທ້ອງຖະໜົນນີ້, ເພື່ອນສາມາດຮັບຊົມການສະແດງສິລະປະທີ່ເຂັມຄົ້ນໄປດ້ວຍສີສັນວັດທະນະທຳ, ຮີດຄອງປະເພນີຂອງປະຊາຊົນເຜົ່າ ມົ້ງ, ຢ້າວ, ໄຕ່, ໄຢ໊… ດ້ວຍຫົວຂໍ້ຄື: “ປ່າດອກໄມ້ ຊາປາ”, “ຊາປາ - ເຫຼົ້າ”, “ຊາປາ - ຢຸກຢາ”, “ສຽງແຄນຕ້ອນຮັບເພື່ອນ”… ງານບຸນຄັ້ງນີ້ຈະເຕົ້າໂຮມນັກສິລະປິນ, ນັກສະແດງນັບຮ້ອຍຄົນເຂົ້າຮ່ວມດ້ວຍຂອບຂະໜາດໃຫຍ່ ແລະ ການເຄື່ອນໄຫວຕ່າງໆທີ່ເປັນເອກະລັກສະເພາະ, ໃໝ່ອ່ຽມ. ຫວັງວ່າ, ບັນດາຂໍ້ມູນດັ່ງກ່າວຈະຊ່ວຍໃຫ້ເພື່ອນມີການທ່ອງທ່ຽວທີ່ເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ຈັບໃຈ.

ເພື່ອນ ບົວລະພາ ວົງຄຳມີ, ຢູ່ແຂວງ ວຽງຈັນ ໄດ້ສົ່ງອີເມວເຖິງລາຍການໂດຍຢາກ ຖາມກ່ຽວກັບເຂດປູກຕົ້ນໝາກອາງຸ່ນ ຢູ່ແຂວງນິງທ້ວນ, ເພື່ອນໃຫ້ຮູ້ວ່າ: ຂ້້າພະເຈົ້າ ແລະ ເອື້ອຍຄີງມັກກິນໝາກອາງຸ່ນຫຼາຍມື້ກ່ອນ , ຊາວ ຫວຽດ ຄົນໜຶ່ງຢູ່ບ້ານໃກ້ຄຽໄດ້ເອົາໝາກອາງຸ່ນ ແລະ ໝາກກະທັນໃຫ້ຖາມແລ້ວຈຶ່ງຮູ້ວ່າໝາກໄມ້ສອງຊະນິດນີ້ປູກຢູ່ ຫວຽດນາມຂ້າພະເຈົ້າຢາກຮູ້ແຈ້ງກ່ຽວກັບເຂດປູກໝາກ ອາງຸ່ນ ແຫ່ງນີ້ຕື່ມອີກ?

ເພື່ອນ ບົວລະພາ ວົງຄຳມີ ທີ່ຮັກແພງ, ແຂວງ ນິງທ້ວນ - ເຊິ່ງແມ່ນເຂດດິນແດນໃຕ້ສຸດຂອງພາກກາງ ທີ່ມີແດດຮ້ອນ ແລະ ຊາຍຂາວ, ເປັນທີ່ຮູ້ຈັກກັນດີແມ່ນເຂດປູກຕົ້ນໝາກອາງຸ່ນຂອງ ຫວຽດນາມ. ຕົ້ນອາງຸ່ນແມ່ນຕົ້ນໄມ້ເປັນສິນຄ້າ ແລະ ແມ່ນປະເພດໝາກໄມ້ມີລົດຫວານແຊບທີ່ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຫຼາຍຄົນ. ປະຈຸບັນ, ເນື້ອທີ່ດິນປູກໝາກອາງຸ່ນຂອງແຂວງ ນິງທ້ວນ ລວມມີປະມານ 1.100 ha, ສຸມໃສ່ຕົ້ນຕໍຢູ່ເມືອງ ນິງເຟືອກ, ນິງຫາຍ, ນິງເຊີນ ແລະ ນະຄອນ ຟານຣາງ - ທາບຈ໋າມ. ປະລິມານໝາກອາງຸ່ນໃນແຕ່ລະປີບັນລຸ 31.310 ໂຕນ ແລະ ຍອດລາຍຮັບແມ່ນປະມານ 830 ຕື້ດົ່ງ. ບັນດາໝາກອາງຸ່ນພັນຂຽວ, ແດງ, ສີອິດລ້ວນແຕ່ໄດ້ຮັບການປູກຢູ່ທົ່ວທຸກບ່ອນໃນແຂວງຍ້ອນສະພາບທີ່ດິນ, ອາກາດຢູ່ນິງທ້ວນເໝາະສົມ ແລະ ກໍ່ໃຫ້ສະມັດຕະພາບສູງກ່ວາບັນດາປະເພດໝາກອາງຸ່ນນຳເຂົ້າ. ສະພາບຕົວຈິງຢູ່ສວນຕ່າງໆຂອງແຂວງ ນິງທ້ວນ ແມ່ນມີລາຍຮັບສະເລ່ຍປະມານແຕ່ 100 – 150 ລ້ານດົ່ງ/ha/ປີ, ເຈົ້າຂອງບາງສວນທີ່ທຳການປູກຝັງເກັ່ງ ກໍສາມາດປູກໝາກອາງຸ່ນພັນຂຽວ ບັນລຸໄດ້ລາຍຮັບປະມານ 300 ລ້ານດົ່ງ/ha/ປີ.

ທ່ານ ແສງຟ້າ, ຈາກແຂວງ ຫຼວງພະບາງ ສົ່ງອີເມວເຖິງລາຍການດ້ວຍເນື້ອໃນວ່າ: ອາທິດແລ້ວນີ້ຫຼານສາວຂ້າພະເຈົ້າໄດ້ໄປຢາມເຮືອນໝູ່ຢູ່ແຂວງ ລາຍເຈົາໃນໂອກາດນີ້ເພື່ອນໄດ້ພາຫຼານສາວໄປຢ້ຽມຊົມອ່າງເກັບນ້ຳຂອງໂຮງໄຟຟ້າລາຍເຈົຫຼານຂ້າພະເຈົ້າດີໃຈຫຼາຍ ແລະ ໄດ້ເລົ່າເລື່ອງກ່ຽວກັບສະຖານທີ່ແຫ່ງນີ້ໃຫ້ສະມາຊິກໃນຄອບຄົວຟັງຜ່ານການເລົ່າຂອງຫຼານຂ້າພະເຈົ້າກໍ່ໄດ້ຮູ້ສ່ວນໃດສ່ວນໜຶ່ງກ່ຽວກັບຂອບຂະໜາດຂອງໂຮງໄຟຟ້າແຫ່ງນີ້ຫວັງວ່າບັນນາທິການພາກພາສາລາວ ຈະໃຫ້ຂ້າພະເຈົ້າຮູ້ກ່ຽວກັບປະຫວັດຄວາມເປັນມາຂອງໂຮງໄຟຟ້າແຫ່ງນີ້ຕື່ມອີກ.

ທ່ານແສງຟ້າ ທີ່ຮັກແພງ, ໂຮງໄຟຟ້າ ລາຍເຈົາ ແມ່ນກິດຈະກຳຈຸດສຸມແຫ່ງຊາດຂອງ ຫວຽດນາມ, ໄດ້ຮັບການກໍ່ສ້າງໃນສາຍຫຼັກແມ່ນ້ຳ ຊົງດາ ຢູ່ຕາແສງ ນ້ຳຮ່າງ, ເມືອງ ເມື່ອງແຕ່, ແຂວງລາຍເຈົາ. ໂຮງໄຟຟ້າແຫ່ງນີ້ມີຍອດກຳລັງການຜະລິດ 1.200 MW ດ້ວຍ 3 ກຸ່ມໂຮງຈັກ, ໄດ້ເລີ່ມການກໍ່ສ້າງໃນວັນທີ 5 ມັງກອນ 2011. ກິດຈະກຳແຫ່ງນີ້ມີຍອດເງິນລົງທຶນຄາດວ່າ ກ່ວາ 35.700 ຕື້ດົ່ງ. ໂຮງໄຟຟ້າ ລາຍເຈົາ ຈະສະໜອງໄຟຟ້າໃຫ້ຕາໜ່າງໄຟຟ້າແຫ່ງຊາດປະມານ 4.670,8 ລ້ານ kWh. ນີ້ແມ່ນກິດຈະກຳໄຟຟ້າບໍ່ພຽງແຕ່ປະກອບສ່ວນສຳຄັນໃຫ້ແກ່ການພັດທະນາໄຟຟ້າ, ສະໜອງນ້ຳໃຫ້ເຂດທົ່ງພຽງແມ່ນ້ຳແດງໃນລະດູແລ້ງເທົ່ານັ້ນ ຫາກຍັງໄດ້ສ້າງກາລະໂອກາດພັດທະນາ ເສດຖະກິດ - ສັງຄົມໃຫ້ແຂວງລາຍເຈົາ ແລະ ດ້ຽນບຽນ ອີກດ້ວຍ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງເຂດໄຕບັກ. ໂຮງໄຟຟ້າ ລາຍເຈົາ ນອນໃນຕອນເໜືອສຸດຂອງແມ່ນ້ຳ ຊົງດາ ຕອນຢູ່ ຫວຽດນາມ, ຕິດກັບຊາຍແດນປະເທດຈີນ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມຜ່ານບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ.

(ແຫຼ່ງຄັດຈາກ VOV)


top