ຂ່າວສານ

ແນະນຳກ່ຽວກັບຫາດຊາຍທະເລສວຍງາມບາງແຫ່ງທີ່ພົ້ນເດັ່ນຂອງ ຫວຽດນາມ

ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 390 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ລາຍການກະຈາຍສຽງພາກພາສາ ລາວ ໄດ້ຮັບຈົດໝາຍ 15 ສະບັບ. ເນື້ອໃນຈົດໝາຍມີຫຍັງແດ່.

ເລື່ອງ ຫວຽດນາມ ເປີດປະຕູເຄື່ອນໄຫວການທ່ອງທ່ຽວຄືນໃໝ່ໄດ້ດຶງດູດຄວາມສົນໃຈຈາກທ່ານຜູ້ຟັງຫຼາຍທ່ານ ໂດຍຜ່ານການສົ່ງຂໍ້ຄວາມ, ຈົດໝາຍມາຫາ VOV5 ໃນອາທິດຜ່ານມາ.

  ງານບຸນບອນລຸມທີ່ຖືກຈັດຂຶ້ນຢູ່ຮ່າໂນ້ຍ (ພາບ: vietnamnet.vn)  

 ທ່ານຜູ້ຟັງ Juan Diez ຢູ່ ແອັດສະປາຍ ມີຄວາມສົນໃຈເປັນພິເສດຕໍ່ການເຄື່ອນໄຫວຟື້ນຟູຂະແໜງທ່ອງທ່ຽວຂອງ ຫວຽດນາມ. ລາວແບ່ງປັນວ່າ: ການໄປທ່ອງທ່ຽວ ຢູ່ ຫວຽດນາມ ຈະແມ່ນວິທີທີ່ດີທີ່ສຸດເພື່ອສ້າງພະລັງຊີວິດໃໝ່ພາຍຫຼັງຕ້ອງດຳລົງຊີວິດແບບອຶດອັດ, ອິດເມື່ອຍ ຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ - 19. ນີ້ແມ່ນວິທີຜັກຜ່ອນຢ່ອນອາລົມຢ່າງສະບາຍທີ່ສຸດຢູ່ປະເທດທີ່ມີທິວທັດທຳມະຊາດສວຍສົດງົດງາມຫຼາຍແຫ່ງ ແລະ ປະຊາຊົນຍາມໃດກໍມີຄວາມເຊື່ອໝັ້ນຕໍ່ອະນາຄົດ, ຮັກຊີວິດ, ຮັກແພງແຂກຄົນ.”

ທ່ານຜູ້ຟັງ Makino Shin ຢູ່ແຂວງ Saitama, ຍີ່ປຸ່ນ ໄດ້ຂຽນມາວ່າ: ເລື່ອງ ຫວຽດນາມ ເປີດປະຕູເຄື່ອນໄຫວການທ່ອງທ່ຽວ ແລະ ເຊື່ອມຕໍ່ສາຍການບິນສາກົນຄືນໃໝ່ ແມ່ນຂ່າວດີສຳລັບພວກຂ້າພະເຈົ້າ. ຂ້າພະເຈົ້າພ້ອມດ້ວຍຄອບຄົວຢາກໄປທ່ຽວ ຫວຽດນາມ ມາແຕ່ດົນແລ້ວ ແລະ ຈົນມາຮອດບັດນີ້ ຄວາມຫວັງດັ່ງກ່າວກໍໃກ້ຈະປະກົດຜົນເປັນຈິງແລ້ວ. ພວກຂ້າພະເຈົ້າເຫັນໄດ້ຂີດໝາຍຂອງການຟື້ນຟູ ແລະ ພັດທະນາໃໝ່ ພາຍຫຼັງທີ່ຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ໃນໄລຍະຜ່ານມາ”. 

        ຕໍ່ໄປແມ່ນຄຳແບ່ງປັນຂອງເພື່ອນລາວ ທີ່ໄດ້ສົ່ງຂໍ້ຄວາມ, ຈົດໝາຍມາຫາລາຍການພາກພາສາລາວໃນອາທິດຜ່ານມາ.

  ດອກງີ່ວ ແລະ ດອກຫວງຈຸ້ຍ ພາກັນເບັ່ງບານອວດອ້າງສີສັນ   

 ທ່ານ ຄຳມາ ຢູ່ ແຂວງ ຈຳປາສັກ ໄດ້ສົ່ງຂໍ້ຄວາມຜ່ານທາງ ເຟັດບຸກ ມາຫາລາຍການ ແລະ ແບ່ງປັນວ່າ “ຂອບໃຈລາຍການພາກພາສາລາວ ທີ່ໄດ້ແນະນຳຮູບພາບຖະໜົນສາຍຕ່າງໆຢູ່ ຮ່າໂນ້ຍ ທີ່ມີດອກໄມ້ຫຼາຍຊະນິດພາກັນເບັ່ງບານອວດອ້າງສີສັນຢ່າງງາມຕາ. ຂ້າພະເຈົ້າກໍມີຄວາມປະທັບໃຈກັບພາບຖ່າຍງານບຸນບອນລຸມທີ່ຖືກຈັດຂຶ້ນຢູ່ຮ່າໂນ້ຍ. ຂ້າພະເຈົ້າກໍຢາກລອງຂີ່ເບິ່ງຈັກເທື່ອຊິຮູ້ສຶກແນວໃດ. ນອກຈາກຢູ່ນະຄອນ ຮ່າໂນ້ຍແລ້ວ, ມີແຂວງ, ນະຄອນໃດແດ່ຂອງ ຫວຽດນາມ ຈັດງານບຸນບອນລູນອີກບໍ?

  ບອນລູນ ຂອງບໍລິສັດການບິນ Vietjet ຈະຕາງໜ້າປະເທດ ຫວຽດນາມ ເຂົ້າຮ່ວມງານບຸນນີ້ (ພາບ: Vietnam+)  

 ງານບຸນ ບອນລູນ ບໍ່ພຽງແຕ່ແມ່ນການເຄື່ອນໄຫວກະຕຸ້ນຄວາມຕ້ອງການຢາກໄປທ່ອງທ່ຽວ ແລະ ເປີດສາກແກ່ການຟື້ນຟູຂອງຂະແໜງທ່ອງທ່ຽວ ຮ່າໂນ້ຍເທົ່ານັ້ນ, ຍັງມີຫຼາຍແຂວງ, ນະຄອນອື່ນຂອງ ຫວຽດນາມ ຄື ດ່າໜັງ, ຕວຽນກວາງ ກໍຈັດງານບຸນນີ້ ເພື່ອຕ້ອນຮັບ ແລະ ດຶງດູດແຂກທ່ອງທ່ຽວເຊັ່ນດຽວກັນ. ພິເສດ, ໃນລະຫວ່າງວັນທີ 30 ມີນາ ຫາວັນທີ 03 ເມສານີ້, ງານບຸນ ບອນລູນ ສາກົນ ຈະໄດ້ຈັດຂຶ້ນຢູ່ແຂວງ ຕວຽນກວາງ ໂດຍມີ ບອນລູນ 20 ໜ່ວຍທີ່ມາຈາກຫຼາຍປະເທດໃນໂລກເຂົ້າຮ່ວມຄື: ອັງກິດ, ອາເມລິກາ, ຍີ່ປຸ່ນ, ໄຕ້ຫວັນ (ຈີນ), ສ.ເກົາຫຼີ, ໄທ, ແອັດສະບາຍ, ໂຮນລັງ… ສຳລັບຝ່າຍ ຫວຽດນາມ, ບອນລູນ ຂອງບໍລິສັດການບິນ Vietjet ຈະຕາງໜ້າປະເທດ ຫວຽດນາມ ເຂົ້າຮ່ວມງານບຸນນີ້. ງານບຸນດັ່ງກ່າວ ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ແຂກທ່ອງທ່ຽວໄດ້ທົດລອງກິດຈະກຳທີ່ຫວາດສຽວ, ໃໝ່ອ່ຽມເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອຮັບຊົມຄວາມງາມຂອງແຂວງ ຕວຽນກວາງ ຢູ່ຈຸດສູງອີກດ້ວຍ. ພິເສດ, ເມື່ອບອນລູນພາບິນໄປ, ແຂກທ່ອງທ່ຽວສາມາດຮັບຊົມຄວາມງາມຂອງທົ່ວບັນຍາກາດຂອງພູຜາປ່າໄມ້ ແລະ ໜອງ ນາຮາງ … ເຊິ່ງເປັນຮູບພາບທີ່ຈັບອົກຈັບໃຈດ້ວຍຄວາມງາມແບບປະຖົມປະຖານ, ລຶກລັບມະຫັດສະຈັນ.

ໃນຂໍ້ຄວາມໜຶ່ງທີ່ໄດ້ຝາກມາຈາກນະຄອນຫຼວງ ວຽງຈັນ, ເພື່ອນ ດວງຈັນ ກໍຢາກຊອກຮູ້ກ່ຽວກັບຫາດຊາຍທະເລສວຍງາມຂອງ ຫວຽດນາມ ເພື່ອກຽມຂຶ້ນແຜນໄປຄົ້ນຫາ ຫວຽດນາມ ໃນລະດູຮ້ອນນີ້.

ຫວຽດນາມ ແມ່ນປະເທດທີ່ມີຫາດຊາຍທະເລຫຼາຍແຫ່ງແຈກຢາຍແຕ່ເໜືອຮອດໃຕ້ ແລະ ແຕ່ລະແຫ່ງຈະມີຄວາມງາມສະເພາະຂອງມັນ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ທາງລາຍການຂໍແນະນຳໃຫ້ເພື່ອນ ພ້ອມດ້ວຍທ່ານຜູ້ຟັງທັງຫຼາຍ ຫາດຊາຍທະເລທີ່ສວຍງາມຂອງ ຫວຽດນາມ ພົ້ນເດັ່ນຈຳນວນໜຶ່ງ ເຊິ່ງແຂກທ່ອງທ່ຽວສາກົນມີຄວາມນິຍົມຊົມຊອບທີ່ສຸດ.

  ຫາດຊາຍ ຊາວ (Bai Sao) ຢູ່ ຝູກວັກ  

 ທຳອິດ, ພວກຂ້າພະເຈົ້າຂໍແນະນຳໃຫ້ທ່ານຜູ້ຟັງກ່ຽວກັບຫາດຊາຍທະເລທີ່ມີຊື່ສຽງຂອງເກາະ ຝູກວັກ, ນັ້ນຄື ຫາດຊາຍ ຊາວ (Bai Sao). ຫາດຊາຍ ຊາວ ມີຄວາມຍາວປະມານ 7 ກິໂລແມັດ ແລະ ມີຄວາມງາມທີ່ເປັນເອກະລັກສະເພາະທີ່ສຸດ ເຊິ່ງແຫ່ງອື່ນໆຍາກທີ່ຈະມີໄດ້. ຊາຍຢູ່ ຫາດຊາຍຊາວມີສີຂາວກ້ຽງງາມດີ, ນຸ້ມຄືຄີມ, ຍາວຢຽດ ແລະ ຄົດລ້ຽວເປັນຮູບກົ່ງ. ທະເລແຫ່ງນີ້ສະຫງົບງຽບ, ບໍ່ວ່າຈະເປັນລະດູຝົນ ຫຼື ລະດູແລ້ງ, ນ້ຳທະເລຢູ່ທີ່ນີ້ກໍຂຽວໃສ.

ທີສອງແມ່ນ ຫາດຊາຍທະເລ ຢູ່ ມຸ໊ຍແນ໊ (ຟານທຽດ), ພິເສດແມ່ນ ຫາກ ເຣີມ ເຊິ່ງຕັ້ງຢູ່ຕີນພູທີ່ມີຕົ້ນໄມ້ໃບຫຍ້າຂຽວອຸ່ມທຸ່ມຍາມລະດູຝົນ ແລະ ເຫຼືອງອາລາມໃນລະດູຮ້ອນ. ນ້ຳທະເລຢູ່ທີ່ນີ້ກໍຂຽວໃສ, ບັນຍາກາດໃສສົດ, ປອດໂປ່ງເໝາະແກ່ການພັກຜ່ອນບຳລຸງສຸຂະພາບ, ກໍຄືຫຼີ້ນກິລາປະເພດຂີ່ຈ້ອງເວີ່ນເວຫາ, ວິນເຊີບ.

ທີສາມແມ່ນທະເລ ຍາຈາງ: ເມື່ອເບິ່ງແຕ່ບ່ອນສູງລົງມາ, ທະເລຍາຈາງ ຄົດລ້ຽວຄືກັບຮູບຊີກວົງເດືອນ ໂອບກອດເອົາອ່າວທະເລຂຽວໃສແວວວາວຄືເພັດ. ດ້ວຍຄວາມຍາວສ່ຳກັບຫາດຊາຍ ຊາວ ຢູ່ ຝູກວັກ, ຫາດທະເລ ຍາຈາງ ມີທິວທັດທຳມະຊາດທີ່ສວຍງາມດັ່ງໃນຝັນ ແລະ ກວ້າງໃຫຍ່ໄພສານ ດ້ວຍຫາດຊາຍສີນ້ຳຕານເຫຼືອແວວວາວ, ນ້ຳຂຽວໃສ ພ້ອມດ້ວຍແຖວຕົ້ນໝາກພ້າວ, ຕົ້ນສົນໄດ້ປູກລຽບຕາມແຄມຫາດຊາຍທະເລ. ເມື່ອມາແຫ່ງນີ້, ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ອາບນ້ຳທະເລທີ່ເຢັນສະບາຍເທົ່ານັ້ນ, ຫາກຍັງໄດ້ເຂົ້າຮ່ວມກິດຈະກຳລະຫຼີ້ນບັນເທີງທີ່ດູດດື່ມຄື ຂີ່ຈ້ອງເວີ່ນເວຫາ, ວິນເຊີບ, ຂີ່ກາໂນ ຫຼື flyboard… ອີກດ້ວຍ.

ເນື້ອໃນດັ່ງກ່າວກໍເປັນການປິດທ້າຍລາຍການໂອ້ລົມກັບເພື່ອນລາວໃນມື້ນີ້. ຂໍຂອບໃຈທ່ານຜູ້ຟັງທຸກໆທ່ານທີ່ໃຫ້ກຽດຕິດຕາມຮັບຟັງ. ຖ້າຫາກທ່ານຜູ້ຟັງຜູ້ອ່ານທ່ານໃດມີ ຄວາມສົນໃຈຕໍ່ບັນຫາໃດໜຶ່ງກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າພາກພາສາລາວວິທະຍຸກະຈາຍສຽງຫວຽດນາມເຮືອນເລກທີ 45 ຖະໜົນບ່າຈ້ຽວຮ່າໂນ້ຍຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວlaovov5@gmail.comທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້.


top