ຂ່າວສານ

ແນວໂຮມປະເທດຊາດຫວຽດນາມແລະບັນດາອົງການຈັດຕັ້ງການເມືອງ-ສັງຄົມກັບວຽກງານຕອບບຸນແທນຄຸນ

      ຕອນເຊົ້າວັນທີ 28 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ສູນກາງບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ແລະ ສະຫະພັນສະຫະກອນຫວຽດນາມ ສົມທົບກັນຈັດຕັ້ງກອງປະຊຸມສະຫຼຸບການປະຕິບັດລາຍການສົມທົບກັນ ແລະ ວຽກງານແຂ່ງຂັນຍ້ອງຍໍ 6 ເດືອນຕົ້ນປີ.

ແນວໂຮມປະເທດຊາດຫວຽດນາມແລະບັນດາອົງການຈັດຕັ້ງການເມືອງ
ສັງຄົມກັບວຽກງານຕອບບຸນແທນຄຸນ
(ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທນເມີ້ນ ໄດ້ຕີລາສູງບັນດາຂະບວນການແຂ່ງຂັນພັດທະນາຢ່າງກວ້າງຂວາງ, ທົ່ວເຖິງ ແລະ ມີຊີວິດຊີວາ. ກ່ຽວກັບວຽກງານທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ທ່ານ ເຈີ່ນແທນເມີ້ນ ຖືວ່າ: ນັ້ນແມ່ນບັນດາການເຄື່ອນໄຫວແທດຈິງ ເພື່ອເອົາໃຈໃສ່ເບິ່ງແຍງໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.
        “ພວກເຮົາຂົນຂວາຍກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໄດ້ 18.000 ຫຼັງ, ສ້ອມແປງເຮືອນຊານດ້ວຍມູນຄ່າ 723 ຕື້ດົງ, ມອບຂອງວັນໃຫ້ບັນດາຄອບຄົວທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ, ວິລະຊົນກຳລັງປະກອບອາວຸດ, ຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ດ້ວຍມູນຄ່າປະມານ 121 ຕື້ດົ່ງ”.
        ທ່ານເຈີນແທງເມີ້ນ ກໍສະເໜີຜັນຂະຫຍາຍການປະຕິບັດບັນດາເນື້ອໃນຂອງລາຍການສົມທົບກັນ ແລະ ເປັນເອກະພາບກັນໃນການເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ ໃນປີ 2017 ໃຫ້ເປັນຢ່າງດີ.
 (ແຫຼ່ງຄັດຈາກ VOV)

top