ຂ່າວສານ

ແນວຄິດບຸກທະລຸ, ວິໄສທັດຍຸດທະສາດເພື່ອພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຈະກາຍເປັນໂຄງສ້າງເສດຖະກິດຢ່າງສົມບູນ, ເຄື່ອນໄຫວຢ່າງມີໄຫວພິບ, ຂະຫຍັນຂັນເຄື່ອນ.

ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຈະກາຍເປັນໂຄງສ້າງເສດຖະກິດຢ່າງສົມບູນ, ເຄື່ອນໄຫວຢ່າງມີໄຫວພິບ, ຂະຫຍັນຂັນເຄື່ອນ.

    

(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ)

ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແມ່ນສູນໃຫຍ່ກ່ຽວກັບການປູກເຂົ້າສານ, ໝາກໄມ້, ປູກລ້ຽງ ແລະ ປຸງແຕ່ງສິນໃນນ້ຳ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້້ຳຂອງຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ນີ້ກໍ່ແມ່ນເຂດທີ່ປະເຊີນໜ້າກັບສິ່ງທ້າທາຍໃຫຍ່ຫຼວງຫຼາຍຢ່າງ, ໃນນັ້ນມີການປ່ຽນແປງຂອງດິນຟ້າອາກາດ, ເຊື່ອມຕໍ່ເຂດເພື່ອພັດທະນາ. ທີ່ກອງປະຊຸມຊຸກຍູ້ການພັດທະນາກະສິກຳເຂດທົ່ງພຽງແມ່ນນ້ຳຂອງທາງພາກໃຕ້ ຫວຽດນາມ ແບບຍືນຍົງ ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເຊິ່ງດຳເນີນໃນທ້າຍອາທິດຜ່ານມາ, ຢູ່ແຂວງ ກຽນຢາງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ບັນດາຜູ້ແທນໄດ້ບັນດາຄຳຄິດເຫັນເພື່ອຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນຂອງແຂງ.

ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ລວມມີ 13 ແຂວງ, ນະຄອນທີ່ມີຄວາມສາມາດບົ່ມຊ້ອນແຕກຕ່າງກັນ, ມີກາລະໂອກາດພົ້ນເດັ່ນ ແລະ ທ່າແຮງແກ່ງແຍ້ງ ດ້ວຍເນື້ອທີ່ທຳມະຊາດເກືອບ 4 ລ້ານ ກິໂລຕາແມັດ, ກວມເອົາ 12,2% ເນື້ອທີ່ຂອງທັງປະເທດ ແລະ ກວມເອົາ 19% ຈຳນວນພົນລະເມືອງຂອງ ຫວຽດນາມ. ເຂດນີ້ໄດ້ນຳໜ້າໃນທົ່ວປະເທດກ່ຽວກັບປະລິມານເຂົ້າສານ, ປາຈາ ແລະ ໝາກໄມ້. ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ພວມຢືນຢູ່ຕໍ່ໜ້າການຫັນປ່ຽນ “ຈາກຈິນຕະນາການຜະລິດກະສິກຳ” ໄປສູ່ “ຈິນຕະນາການເສດຖະກິດກະສິກຳ” ເພື່ອຊຸກຍູ້ເຂດດິນແດນທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງນີ້ໃຫ້ພັດທະນາ.

ຈິນຕະນາການບຸກທະລຸ

ພັດທະນາກະສິກຳຊີວະພາບບັນລຸປະສິດທິຜົນສູງ, ຊົນນະບົດທັນສະໄໝ ແມ່ນຄວາມຮຽກຮ້ອງສຳຄັນໃນການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ໃນນັ້ນ, ຕິດພັນຢ່າງແໜ້ນແຟ້ນລະຫວ່າງກະສິກຳ, ອຸດສາຫະກຳ, ການບໍລິການ, ເອົາແຫຼ່ງທຶນຂອງລັດເພື່ອນຳພາ, ລະດົມທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາ.

ກ່ຽວກັບດ້ານພື້ນຖານໂຄງລ່າງ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແມ່ນເຂດມີທ່າແຮງດ້ານຄົມມະນາຄົມທາງນ້ຳ, ທາງທະເລ ແຕ່ຍັງບໍ່ທັນໄດ້ຮັບການຂຸດຄົ້ນ. ຍ້ອນເຫດນັ້ນ, ບັນດາທ້ອງຖິ່ນໃນເຂດສືບຕໍ່ພັດທະນາລະບົບເສັ້ນທາງຄວາມໄວສູງ ແລະ ຂຸດຄົ້ນທ່າແຮງຄົມມະນາຄົມທາງນ້ຳ; ພັດທະນາພື້ນຖານໂຄງລ່າງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພື້ນຖານໂຄງລ່າງຫັນປ່ຽນພະລັງງານ ໃນສະພາບທີ່ເຂດມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງກ່ຽວກັບແສງຕາເວັນ ແລະ ແຮງລົມ… ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ເນັ້ນໜັກວ່າ:

“ພື້ນຖານໂຄງລ່າງສຸມໃສ່ບັນດາພື້ນຖານໂຄງລ່າງຍຸດທະສາດ. ທີໜຶ່ງແມ່ນຄົມມະນາຄົມ, ປະຈຸບັນ ລວມທັງຄົມມະນາຄົມທາງບົກ, ທາງລົດໄຟ, ທາງການບິນ. ພວກເຮົາສາມາດຍູ້ແຮງຄົມມະນາຄົມທາງນ້ຳ, ທາງທະເລທີ່ຍັງບໍ່ທັນຂຸດຄົ້ນໄດ້. ແລະພວກເຮົາຕ້ອງພັດທະນາເສັ້ນທາງຄວາມໄວສູງ, ເສັ້ນທາງແຄມທະເລ. ຕ້ອງຫັນແຫຼ່ງພະລັງງານເປັນສີຂຽວຢ່າງເດັດຂາດ, ຍ້ອນມີຜະລິດຕະພັນປອດສານພິດແລ້ວ”.

ເຊື່ອມຕໍ່ບັນດາແຫຼ່ງກຳລັງ

ຕາມທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິນຮວານ ແລ້ວ, ການເຊື່ອມຕໍ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ບໍ່ແມ່ນເລກບວກກ່ຽວກັບດ້ານພົນລະເມືອງ, ເນື້ອທີ່, ແຫຼ່ງກຳລັງເປັນຮູບປະທຳຂອງ 13 ແຂວງ, ນະຄອນ.

ເພື່ອສ້າງໄມ້ງັດໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃຫ້ພັດທະນານັ້ນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈະໜູນຊ່ວຍການປະສານງານກ່ຽວກັບການວາງແຜນກຳນົດການຜະລິດ, ຫັນເຂດວັດຖຸດິບເປັນມາດຕະຖານ; ເຊື່ອມຕໍ່ວິສາຫະກິດລົງທຶນເຂົ້າໃນຂົງເຂດອຸດສາຫະກຳເຕັກໂນໂລຊີສູງ, ປຸງແຕ່ງ; ເຊື່ອມຕໍ່ຂະແໜງສິນຄ້າ, ໜູນຊ່ວຍຍົກສູງຄຸນນະພາບສະຫະກອນ, ສ້າງການຮ່ວມສຳພັນລະຫວ່າງການຜະລິດ ແລະ ຈຳໜ່າຍ; ປະສານງານການເຄື່ອນໄຫວບັນດາກິດຈະກຳຊົນລະປະທານ ຮັບປະກັບທັງລະບົບໃຫ້ຄົບຊຸດ; ຊຸກຍູ້ການຫັນກະສິກຳລະດັບເຂດເປັນດີຈີຕອນ.

ປະຈຸບັນ, ກະຊວງກະສິກຳ ແລະ ຊົນນະບົດ ຫວຽດນາມ ພວມຕັ້ງໜ້າເຈລະຈາ, ຮຽກຮ້ອງບັນດາໂຄງການລົງທຶນພື້ນຖານໂຄງລ່າງ logistics ດ້ານກະສິກຳ, ຊົນນະບົດ, ໃນນັ້ນມີລະບົບສາງເກັບມ້ຽນເຄື່ອງແຊ່ເຢັນເພື່ອເກັບຮັກສາຜະລິດຕະພັນກະເສດລະຫວ່າງເມືອງ, ລະຫວ່າງແຂວງລຽບຕາມແມ່ນຳ້ ເຮົ້າ ແລະ ແມ່ນ້ຳ ຕຽນ.

ທີ່ກອງປະຊຸມ ຊຸກຍູ້ການພັດທະນາກະສິກຳເຂດທົ່ງພຽງແມ່ນນ້ຳຂອງພາກພາກໃຕ້ ຫວຽດນາມ ແບບຍືນຍົງ ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ພ້ອມກັບຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ລົງນາມໂຄງການສົມທົບກັນກ່ຽວກັບການພັດທະນາກະສິກຳ, ຊົນນະບົດໃນໄລຍະຈະມາເຖິງ.

ຮອດປີ 2025, ພ້ອມກັບລະບົບພື້ນຖານໂຄງລ່າງຄົມມະນາຄົມ, ພື້ນຖານໂຄງລ່າງດ້ານກະສິກຳ, ພື້ນຖານໂຄງລ່າງສັງຄົມ, ການສຶກສາ, ແຫຼ່ງຊັບພະຍາກອນມະນຸດ, ຈິນຕະນາການຮ່ວມສຳພັນເຂດ ຈະຕັດສິນການພັດທະນາແບບຍືນຍົງໃຫ້ແກ່ເຂດທົ່ງພຽງນີ້. ໃນຄາວນັ້ນ, ແຕ່ລະທ້ອງຖິ່ນ, ດ້ວຍເງື່ອນໄຂ, ທ່າແຮງພິເສດສະເພາະ ຈະເປັນເຈົ້າການປະກອບສ່ວນຢ່າງກົມກຽວເຂົ້າໃນພື້ນຖານເສດຖະກິດລວມ. ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຈະກາຍເປັນໂຄງສ້າງເສດຖະກິດຢ່າງສົມບູນ, ເຄື່ອນໄຫວຢ່າງມີໄຫວພິບ, ຂະຫຍັນຂັນເຄື່ອນ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາແບບຍືນຍົງຂອງພື້ນຖານເສດຖະກິດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


top