ຂ່າວສານ

ແຕ່​ລະ​ຄອບ​ຄົວ​ຫວຽດ​ນາມ ຕ້ອງ​ເພື່ອ​ຫວຽດ​ນາມ ທີ່​ບືນ​ຕົວ​ຂຶ້ນ​ໃນ​ໂລກ, ຈະ​ເລີນເຂັ້ມແຂງ ແລະ ວັດ​ທະ​ນາ​ຖາ​ວອນ

ທ່ານປະທານປະເທດສະເໜີໃຫ້ ຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ບັນດາຫົວໜ່ວຍ, ທ້ອງຖິ່ນສືບຕໍ່ປະຕິບັດບັນດາແຜນນະໂຍບາຍຂອງພັກ, ລັດ ກ່ຽວກັບວຽກງານຄອບຄົວໃຫ້ເປັນຢ່າງດີ ແລະ ມີປະສິດທິຜົນ. ທ່ານກໍ່ມີຄວາມປາດຖະໜາວ່າ ແຕ່ລະຄອບຄົວ ຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈະສູ້ຊົນບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ເພື່ອເປັນການສະເຫຼີມສະຫຼອງ 20 ປີແຫ່ງວັນຄອບຄົວ ຫວຽດນາມ (28 ມິຖຸນາ 2001 – 28 ມິຖຸນາ 2021), ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງສານອວຍພອນ ໄປຍັງທຸກໆຄອບຄົວ ຫວຽດນາມ. ທ່ານປະທານປະເທດ ໄດ້ເນັ້ນໜັກວ່າ: ວັນຄອບຄົວ ຫວຽດນາມ ແມ່ນວັນຍ້ອງຍໍສັນລະເສີນບັນດາຄຸນຄ່າຄອບຄົວ, ແມ່ນຫຼັກໝາຍສຳຄັນ ເພື່ອໃຫ້ຊາວຫວຽດນາມ ມຸ່ງໄປເຖິງກົກເຄົ້າເຫງົ້າກໍ່, ຄິດເຖິງບັນດາຜູ້ທີ່ຮັກແພງ, ຜ່ານນັ້ນກໍ່ໄດ້ຫຼໍ່ລ້ຽງ ບັນດານ້ຳໃຈອັນດີງາມ, ບັນດາຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອ ອັນສູງສົ່ງຂອງຊາດ. ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນນັ້ນ, ມີພະນັກງານ, ແພດໝໍ, ນັກຮົບຫຼາຍຄົນບໍ່ຫວາດຫວັ້ນຕໍ່ຄວາມຫຍຸ້ງຍາກລຳບາກໄດ້ໄປຍັງເຂດໃຈກາງຂອງໂລກລະບາດໂຄວິດ - 19. ຍ້ອນມີຄອບຄົວຍາມໃດກໍ່ແມ່ນບ່ອນອີງ, ມີຄວາມໄວ້ເນື້ອເຊື່ອໃຈ, ລະດົມກຳລັງໃຈໃຫ້ເຂົາເຈົ້າຜ່ານຜ່າຄວາມຫຍຸ້ງຍາກ ເພື່ອປະຕິບັດສຳເລັດໜ້າທີ່. ມີຫຼາຍຄອບຄົວໄດ້ອະປຸຖຳ, ສະໜັບສະໜູນທາງດ້ານວັດຖຸ, ຈິດໃຈ, ເປັນແບບຢ່າງທີ່ດີ, ເປັນກຳລັງໃຈໃຫ້ຄົນທີ່ຮັກແພງຂອງຕົນປະຕິບັດແຜນນະໂຍບາຍໃຫ້ເປັນຢ່າງດີ, ຮ່ວມແຮງຮ່ວມໃຈກັບພັກ, ລັດ ແລະ ທົ່ວລະບົບການເມືອງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເພື່ອໃຫ້ ຫວຽດນາມ ກາຍເປັນຈຸດເດັ່ນປະກາຍແຈ້ງທີ່ໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ.

        ທ່ານປະທານປະເທດສະເໜີໃຫ້ ຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ບັນດາຫົວໜ່ວຍ, ທ້ອງຖິ່ນສືບຕໍ່ປະຕິບັດບັນດາແຜນນະໂຍບາຍຂອງພັກ, ລັດ ກ່ຽວກັບວຽກງານຄອບຄົວໃຫ້ເປັນຢ່າງດີ ແລະ ມີປະສິດທິຜົນ. ທ່ານກໍ່ມີຄວາມປາດຖະໜາວ່າ ແຕ່ລະຄອບຄົວ ຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈະສູ້ຊົນບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ປະຊາຊົນ ຫວຽດນາມ ແຕ່ລະຄົນ ຈົ່ງສະແດງໃຫ້ເຫັນບົດບາດຄວາມຮັບຜິດຊອບຂອງພົນລະເມືອງ, ຄວາມຮັບຜິດຊອບ, ນ້ຳໃຈຕໍ່ຍາດຕິພີ່ນ້ອງໃນຄອບຄົວຢ່າງສູງສຸດ, ສືບຕໍ່ເພີ່ມພູນຄູນສ້າງ, ກໍ່ສ້າງຄອບຄົວ ເປັນແຫຼ່ງກຳລັງທີ່ສຳຄັນ ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດ ຫວຽດນາມທີ່ຮັກແພງ - ເພື່ອຫວຽດນາມທີ່ບືນຕົວໄປໄກອອກສູ່ໂລກ, , ຈະເລີນເຂັ້ມແຂງ ແລະ ວັດທະນາຖາວອນ.

(ແຫຼ່ງຄັດຈາກ VOV)


top