ແຕ່​ລະ​ກະ​ຊວງ, ຂະ​ແໜງ​ການ​ລ້ວນ​ແຕ່​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ວຽກ​ງານ​ສົມ​ທົບ​ກັນ​ເຜີຍ​ແຜ່​, ​ສຶ​ກ​ສາ​ ກົດ​ໝາຍ

ກອງປະຊຸມສະພາສົມທົບກັນເຜີຍແຜ່, ສຶກສາກົດໝາຍສູນກາງພັກ ປີ 2022 ໄດ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິງ, ປະທານສະພາສົມທົບກັນເຜີຍແຜ່, ສຶກສາກົດໝາຍຂັ້ນສູນກາງ.

ຕອນບ່າຍວັນທີ 10 ກຸມພາ, ຢູ່ຮ່າໂນ້ຍ, ກອງປະຊຸມສະພາສົມທົບກັນເຜີຍແຜ່, ສຶກສາ ກົດໝາຍສູນກາງພັກ ປີ 2022 ໄດ້ດຳເນີນ ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິງ, ປະທານສະພາສົມທົບກັນເຜີຍແຜ່, ສຶກສາກົດໝາຍ ຂັ້ນສູນກາງ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: baochinhphu.vn )

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ເນັ້ນໜັກວາ ນີ້ແມ່ນວາລະປະຊຸມຄັ້ງທຳອິດ ນັບແຕ່ໄດ້ ບູລະນະສະພາມາ. ທ່ານຮອງນາຍົກລັດຖະມົນຕີ ສະເໜີວ່າຄວນເພີ່ມທະວີກ່ວາອີກກ່ຽວກັບກົນໄກສົມທົບກັນລະຫວ່າງອົງການປະຈຳສະພາ ແມ່ນ ກະຊວງຍຸຕິທຳ ກັບບັນດາສະມາຊິກໃນສະພາ, ລະຫວ່າງບັນດາສະມາຊິກໃນສະພານຳກັນ, ໃນນັ້ນ, ຍົກສູງສະຕິຄວາມຮັບຮູ້ ຂອງສະມາຊິກແຕ່ລະຄົນ ໃນວຽກງານເຜີຍແຜ່, ສຶກສາກົດໝາຍ.

ກ່ຽວກັບໜ້າທີ່ລະອຽດໃນປີ 2022, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ໄດ້ສະເໜີໃຫ້ສືບຕໍ່ເພີ່ມເຕີມບັນດາວຽກງານລະອຽດຂອງສະພາດ່ຽວກ່ຽວກັບແຕ່ລະກະຊວງ, ຂະແໜງການ. ກະຊວງການເງິນ ແມ່ນສຸມໃສ່ແກ້ໄຂກົນໄກການເງິນ, ແຫຼ່ງກຳລັງໃຫ້ແກ່ວຽກງານເຜີຍແຜ່, ສຶກສາກົດໝາຍ ໃຫ້ແກ່ບັນດາທ້ອງຖິ່ນ ທີ່ບໍ່ມີງົບປະມານພຽງພໍ, ທ້ອງຖິ່ນຢູ່ເຂດຫ່າງໄກສອກຫຼີກ.

 (ແຫຼ່ງຄັດຈາກ VOV)


top