ຂ່າວສານ

ແຕ່ສັງກາດເອກະລາດ, ເສລີພາບ ໄປສູ່ສັງກາດບຸກບືນຂອງຊາດ

ປະຈຸບັນ, ຫວຽດນາມ ແມ່ນໜຶ່ງໃນຈຳນວນ 40 ພື້ນຖານເສດຖະກິດໃຫຍ່ທີ່ສຸດຂອງໂລກ, ນອນໃນກຸ່ມ 20 ພື້ນຖານການຄ້າແຖວໜ້າ, ຢືນອັນດັບທີ 32 ໃນ top 100 ຄຸນຄ່າເຄື່ອງໝາຍການຄ້າແຫ່ງຊາດທີ່ເຂັ້ມແຂງໃນໂລກ.
ພິທີຊັກທຸງຢູ່ສະໜາມຫຼວງ ບາດິ່ງ (ພາບ: TTXVN)

ວັນທີ 19 ສິງຫາ 1945 ໄດ້ກ້າເຂົ້າສູ່ປະຫວັດສາດຂອງຊາດ ຫວຽດນາມ ຄືດັ່ງຂີດໝາຍອັນສະຫງ່າລາສີເປີດອອກສັງກາດເອກະລາດເສລີພາບໃຫ້ແກ່ຊາດ. 80 ປີຜ່ານມາໄຊຊະນະຂອງການປະຕິວັດ ຍາມໃດກໍ່ແມ່ນກຳລັງໜູນໃຫ້ແກ່ບັນດາຜົນສຳເລັດຂອງ ຫວຽດນາມ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດແມ່ນໜຶ່ງໃນບັນດາພື້ນຖານສຳຄັນເພື່ອນຳ ຫວຽດນາມ ກ້າວເຂົ້າສັງກາດບຸກບືນພັດທະນາໃຫ້ຮັ່ງມີເຂັ້ມແຂງວັດທະນາຖາວອນຢ່າງໝັ້ນຄົງ.

ພາຍຫຼັງໄຊຊະນະຂອງການປະຕິວັດເດືອນ ສິງຫາ ປີ 1945, ປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ - ລັດປະຊາທິປະໄຕປະຊາຊົນທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້, ໄດ້ກຳເນີດເກີດຂຶ້ນ. ນັບແຕ່ນີ້, ປະເທດ ຫວຽດນາມ ໄດ້ມີຊື່ໃນແຜນທີ່ໂລກ, ສັງຄົມ ຫວຽດນາມ ຈາກລະບອບຫົວເມືອງຂຶ້ນເຄິ່ງສັກດີນາ ຫັນໄປສູ່ລະບອບສັງຄົມໃໝ່, ລະບອບສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.

ຄຸນຄ່າປະຫວັດສາດ ແລະ ຂອບຂະໜາດຍຸກສະໄໝ

ເດືອນ ສິງຫາ ປີ 1945, ພາຍໃຕ້ການນຳພາຂອງພັກ ແລະ ປະທານ ໂຮ່ຈີມິນ, ປະຊາຊົນ ຫວຽດນາມ ໄດ້ລຸກຮື້ຂຶ້ນຍາດເອົາອຳນາດການປົກຄອງ, ໂຄ່ນລົ້ມແອກປົກຄອງຂອງລ່າເມືອງຂຶ້ນ, ຟາດຊິດ ແລະ ສັກດີນາ, ສ້າງເປັນລັດປະຊາທິປະໄຕປະຊາຊົນ. ໄຊຊະນະຂອງການປະຕິວັດເດືອນ ສິງຫາ ແມ່ນໜຶ່ງໃນບັນດາວິລະກຳທີ່ເລີດລ້ຳ ແລະ ໄຊຊະນະນັ້ນມີຄວາມໝາຍປະຫວັດສາດ ແລະ ຍຸກສະໄໝຂອງຊາດ ຫວຽດນາມ ໃນສະຕະວັດທີ 20, ເປີດສັງກາດໃໝ່, ສັງກາດຂອງປະເທດ ຫວຽດນາມ ເອກະລາດ ແລະ ມີສິດຕັດສິນດ້ວຍຕົນເອງ. ທ່ານ ຫງວຽນຈ້ອງເງັ້ຍ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ຢືນຢັນວ່າ:

“ການປະຕິວັດເດືອນ ສິງຫາ ໄດ້ສ້າງບັນດາບົດຮຽນປະຫວັດສາດອັນລ້ຳຄ່າໃຫ້ແກ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດສັງຄົມນິຍົມ ຫວຽດນາມກ່ຽວກັບບົດບາດນຳພາຂອງພັກກອມມູນິດ ຫວຽດນາມຂອງພັກ ແລະ ຂອງປະທານ ໂຮ່ຈີມິນ, ແມ່ນເຂັມຊີ້ທິດໃຫ້ທຸກໄຊຊະນະຂອງການປະຕິວັດ ຫວຽດນາມ ກ່ຽວກັບກາກຳໄດ້ໂອກາດກ່ຽວກັບການເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ດ້ວຍຄວາມໄວ້ເນື້ອເຊື່ອໃຈທີສຸດຕໍ່ປະຊາຊົນ”.

ບໍ່ພຽງແຕ່ມີຄຸນຄ່າ ແລະ ຄວາມໝາຍຢ່າງໃຫຍ່ຫຼວງຕໍ່ການປະຕິວັດ ຫວຽດນາມ ເທົ່ານັ້ນ, ການປະຕິວັດເດືອນ ສິງຫາ ສຳເລັດຜົນນັ້ນ ຍັງແມ່ນເຫດການສຳຄັນຂອງຂະບວນການຕໍ່ສູ້ປົດປ່ອຍຊາດຢູ່ໂລກ ໃນສະຕະວັດທີ 20 ອີກດ້ວຍ. ທ່ານ ຮສ.ປອ ບຸຍດິ່ງຟອງ, ອາຈານຂັ້ນສູງ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຊີ້ແຈ້ງວ່າ:

“ຂ້າພະເຈົ້າຄິດວ່າ ມີ 2 ຄຸນຄ່າສຳຄັນພິເສດ. ທີໜຶ່ງແມ່ນຄຸນຄ່າຊົນຊາດທີສອງແມ່ນຄຸນຄ່າແຫ່ງຍຸກສະໄໝ. ຄຸນຄ່າຊົນຊາດຢູ່ທີ່ນີ້ນັ້ນແມ່ນ ດ້ວຍໄຊຊະນະຂອງການປະຕິວັດເດືອນ ສິງຫາ ແລະ ເຫດການປະທານ ໂຮ່ຈີມິນ ກ່າວຖະແຫຼງການປະກາດເອກະລາດພວກເຮົາໄດ້ສະຖາປະນາປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ. ໄຊຊະນະດັ່ງກ່າວກໍ່ເປີດອອກສັງກາດໃໝ່ສັງກາດແຫ່ງເອກະລາດເສລີພາບຂອງຊາດ. ຂ້າພະເຈົ້າຖືວ່າ ໄຊຊະນະຂອງການປະຕິວັດເດືອນ ສິງຫາ ບໍ່ພຽງແຕ່ແມ່ນບັນຫາຊົນຊາດເທົ່ານັ້ນຫາກຍັງມີຄວາມໝາຍພິເສດມີຄວາມສຳຄັນທີ່ສຸດນັ້ນແມ່ນຂອບຂະໜາດຂອງຍຸກສະໄໝ”.

ສືບທອດປະຫວັດສາດ

ໂດຍສືບຕໍ່ສັງກາດເອກະລາດ, ເສລີພາບ, ພາລະກິດປ່ຽນແປງໃໝ່ ໄດ້ສ້າງເປັນສັງກາດປ່ຽນແປງໃໝ່ ແລະ ພັດທະນາຂອງປະເທດຊາດ, ຂອງຊາດ ຫວຽດນາມ. ໃນໄລຍະເກືອບ 40 ປີແຫ່ງການປ່ຽນແປງໃໝ່ ນັບແຕ່ປີ 1986 ມາຮອດປະຈຸບັນ, ຫວຽດນາມ ບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງ. ປະຈຸບັນ, ຫວຽດນາມ ແມ່ນໜຶ່ງໃນຈຳນວນ 40 ພື້ນຖານເສດຖະກິດໃຫຍ່ທີ່ສຸດຂອງໂລກ, ນອນໃນກຸ່ມ 20 ພື້ນຖານການຄ້າແຖວໜ້າ, ຢືນອັນດັບທີ 32 ໃນ top 100 ຄຸນຄ່າເຄື່ອງໝາຍການຄ້າແຫ່ງຊາດທີ່ເຂັ້ມແຂງໃນໂລກ; ຈາກປະເທດຖືກປິດລ້ອມ, ຂວ້ຳບາດ, ຫວຽດນາມ ໄດ້ມີການພົວພັນຢ່າງເລິກເຊິ່ງ, ກວ້າງຂວາງກັບ 194 ປະເທດ, ພັດທະນາການພົວພັນດ້ານການຄ້າກັບກວ່າ 230 ພື້ນຖານເສດຖະກິດໃນໂລກ… ປະຈຸບັນ, ຫວຽດນາມ ພວມເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການໃນປະຊາຄົມສາກົນ. ທ່ານ ສຈ.ປອ ຟ້າມຮົ່ງຕຸງ, ອະດີດຫົວໜ້າສະຖາບັນ ຫວຽດນາມ ວິທະຍາ ແລະ ວິທະຍາສາດພັດທະນາ, ມະຫາວິທະຍາໄລ ຮ່າໂນ້ຍ, ຖືວ່າ:

“ເມື່ອຫວນຄືນພາຍຫຼັງ 80 ປີພວກເຮົາຍິ່ງເຫັແຈ້ງກວ່າຂອບຂະໜາດອັນໃຫຍ່ຫຼວງ ແລະ ຄວາມໝາຍເກີນຍຸກສະໄໝຂອງການປະຕິວັດເດືອນ ສິງຫາ. ຜົນສຳເລັດໃຫຍ່ຫຼວງສອງຢ່າງຂອງການປະຕິວັດເດືອນ ສິງຫາ ນີ້ແມ່ນເອກະລາແຫ່ງຊາດ ແລະ ລະບອບສາທາລະນະລັດປະຊາທິປະໄຕທີ່ປົກຄອງດ້ວຍກົດໝາຍ - ນັ້ນແມ່ນພື້ນຖານດ້ານການເມືອງຈິດໃຈ ແລະ ວັດທະນະທຳໃຫ້ທຸກການເຄື່ອນໄຫວປະຫວັດສາດທີ່ຍິ່ງໃຫຍ່ຂອງຊາດ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ຢ່າງພິລະອາດຫານຕ້ານສັດຕູຕ່າງດ້າວເຂົ້າມາຮຸກຮານກໍ່ຄືໃນພາລະກິດແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້ກັບສາກົນ. ກ້າວເຂົ້າສູ່ສັງກາດພັດທະນາໃໝ່ບັນດາປັດໄຈເປັນພື້ນຖານນັ້ນຍັງສືບຕໍ່ເປັນບ່ອນອີງແມ່ນແຫຼ່ງກຳລັງ ແລະ ແມ່ນແຫຼ່ງບັນດານໃຈທີ່ລົ້ນເຫຼືອໃຫ້ແກ່ວິວັດທະນາການພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງປະເທດຊາດ”.

ນັບແຕ່ເມື່ອການປະຕິວັດເດືອນ ສິງຫາ 1945, ສັງກາດເອກະລາດ, ເສລີພາບໄດ້ຮັບການສືບທອດດ້ວຍສັງກາດທ້ອນໂຮມປະເທດຊາດເປັນເອກະພາບ, ສັນຕິພາບ ແລະ ພັດທະນາ. ປະຈຸບັນແມ່ນຈຸດເວລາທີ່ປະເທດ ຫວຽດນາມ ເຕົ້າໂຮມກຳລັງແຮງຂອງອະດີດຕະການປະຫວັດສາດ, ປະຈຸບັນ ແລະ ອະນາຄົດ, ນຳຊາດ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່, ເພື່ອປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ປະຊາທິປະໄຕ, ສີວິໄລ, ຈະເລີນຮຸ່ງເຮືອງ, ວັດທະນາຖາວອນ.


top