ຂ່າວສານ

ແຕ່ງຕັ້ງກຳມະການກົມການເມືອງ,ກຳມະການຄະນະເລຂາທິການພັກກອມມູນິດຫວຽດນາມຊຸດທີ 12


(ບັນຊີລາຍຊື່ກຳມະການກົມການເມືອງ)


ວັນ​ທີ 04/02/2016, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຕາງໜ້າ​ກົມ​ການ​ເມືອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ເຊັນ​ຂໍ້​ຕົກລົງ​ແຕ່ງ​ຕັ້ງ​ກຳມະການ​ກົມ​ການ​ເມືອງ, ກຳມະການ​ຄະນະ​ເລຂາທິການ​ຊຸດ​ທີ 12. ຕາມ​ນັ້ນ​ແລ້ວ, ກົມ​ການ​ເມືອງ ຕົກລົງ​ແຕ່ງຕັ້ງ​ກຳມະການ​ກົມ​ການ​ເມືອງ, ກຳມະການ​ຄະນະ​ເລຂາທິການ​ຊຸດ​ທີ 12 ສຳລັບ 7 ຕຳ​ແໜ່​ງດັ່ງ​ຕໍ່​ໄປ​ນີ້:
1.   ທ່ານ ດິງ​ເທ໋ຮີ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການຄະນະ​ເລຂາທິການ.
2.   ທ່ານ ຟ້າ​ມມີ​ງຈີ໋ງ, ກຳມະການ​ກົມ​ການ​ເມືອງ, ຫົວ​ໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ.
3.   ທ່ານ ຫວໍ​ວັນ​ເ​ຖືອງ, ກຳມະການ​ກົມ​ການ​ເມືອງ, ຫົວໜ​້າຄະນະ​ໂຄສະນາ​ສຶກສາ​ສູນ​ກາງ.
4.   ທ່ານ ​ເຈືອງ​ທິມາຍ, ກຳມະການ​ກົມ​ການ​ເມືອງ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນສູນ​ກາງ.
5.   ທ່ານ ຮ່ວາງ​ຈູງ​ຫາຍ, ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ.
6.   ທ່ານ ດິງລາ​ທັງ, ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ.
7.   ທ່ານ ຫງວຽນ​ວັນ​ເນນ, ​ເລຂາ​ທິການສູນ​ກາງ​ພັກ, ຫົວ​ໜ້າ​ຫ້ອງວ່າການ​ສູນ​ກາງ​ພັກ.
ກົມ​ການ​ເມືອງ​ກໍ່ຕົກລົງ​ແຕ່ງຕັ້ງ​ກຳມະການ​ກົມ​ການ​ເມືອງ​ບາງ​ທ່ານ​ເຂົ້າ​ຮ່ວ​ມ​ໃນ​ຄະນະ​ເລຂາທິການ​ສູນ​ກາງ​ພັກ,​​       ເຊິ່ງປະກອບ​ມີ:
1.   ທ່ານ ຫງວຽນ​ຟູ໋ຈ້ອງ, ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ.
2.   ທ່ານ ດິງ​ເທ໋ຮີ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການຄະນະ​ເລຂາທິການ.
3.   ທ່ານ ​ເຈິ່ນກວົກ​ເວື້ອງ, ກຳມະການ​ກົມ​ການ​ເມືອງ, ຫົວໜ້າ​ຄະນະ​ກວດກາ​ສູນ​ກາງ.
4.   ທ່ານ ຟ້າ​ມມີ​ງຈີ໋ງ, ກຳມະການ​ກົມ​ການ​ເມືອງ, ຫົວ​ໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ.
5.   ທ່ານ ຫວໍ​ວັນ​ເ​ຖືອງ, ກຳມະການ​ກົມ​ການ​ເມືອງ, ຫົວໜ​້າຄະນະ​ໂຄສະນາ​ສຶກສາ​ສູນ​ກາງ.
6.   ທ່ານ ​ເຈືອງ​ທິມາຍ, ກຳມະການ​ກົມ​ການ​ເມືອງ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນສູນ​ກາງ.
 (ແຫຼ່ງຄັດຈາກ VOV)
 

top