ຂ່າວສານ

ແດນສະຫວັນທ່ອງທ່ຽວທະເລ ພູເກັດ ມຸ່ງໄປເຖິງການພັດທະນາກາຍເປັນສູນຈັດຕັ້ງເຫດການ ແລະ ສູນເບິ່ງແຍງດູແລສຸຂະພາບລະດັບໂລກ

ດ້ວຍຫົວຂໍ້ “ຊີວິດການເປັນຢູ່ອະນາຄົດ: ການດຳລົງຊີວິດກົມກຽວ ແລະ ແບ່ງປັນຄວາມວັດຖະນາຖາວອນ”, ໄທ ພວມອອກສະໝັກເປັນເຈົ້າພາບຈັດງານຕະຫຼາດນັດສະເພາະຂະແໜງ Specialised Expo 2028 ຢູ່ ພູເກັດ. ເປົ້າໝາຍຂອງ ໄທ ແມ່ນຊຸກຍູ້ການສົມທົບລະຫວ່າງການປ່ຽນແປງໃໝ່ ແລະ ພູມປັນຍາ, ຄວາມສົມດຸນລະຫວ່າງການເຕີບໂຕ ແລະ ການໃຊ້ສອຍທີ່ເປັນມິດກັບສິ່ງແວດລ້ອມກໍ່ເຮັດໃຫ້ ພູເກັດ ໄດ້ຮັບການຮູ້ຈັກເຖິງບໍ່ພຽງແຕ່ແມ່ນຈຸດນັດພົບໃນຝັນດ້ວຍເຂດແຄມທະເລທີ່ສວຍງາມເທົ່ານັ້ນ ຫາກຍັງແມ່ນສູນເບິ່ງແຍງດູແລສຸຂະພາບ ແລະ ກາຍຍະກຳ ລະດັບໂລກສຳລັບທຸກຄົນອີກດ້ວຍ.
  ທ່ານ ເອກອັກຄະລັດຖະທູດໄທ ນິກອນເດດ ພະລາງກຸນ ແລະ ຮອງນາຍົກລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ  

ທີ່ກອງປະຊຸມໃຫຍ່ປະຈຳປີຄັ້ງທີ 171 ຂອງອົງການງານວາງສະແດງສາກົນ (BIE – Bureau International des Expositions) ຈັດຂຶ້ນແຕ່ວັນທີ 27 – 29 ພະຈິກ ຢູ່ ປາຣີ, ພູເກັດ - ປະເທດໄທ ມີໂອກາດໄດ້ບັນລະຍາຍ 2 ເທື່ອກ່ຽວກັບການເປັນເຈົ້າພາບຈັດງານຕະຫຼາດນັດສະເພາະຂະແໜງ Specialised Expo 2028 ພາຍຫຼັງສືບຕໍ່ລອດເຂົ້າຮອບສຸດທ້າຍດ້ວຍບັນດາຜູ້ຕາງໜ້າຂອງປະເທດ ອາກຊັງຕີນ, ແຊັກບີ, ປອກຕຸຍການ ແລະ ອາເມລິກາ. ທ່ານ ນິກອນເດດ ພະລາງກຸນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ໄທ ປະຈຳ ຫວຽດນາມ, ໃຫ້ຮູ້ວ່າ:

 “ປະເທດໄທ ມີຄວາມມຸ່ງຫວັງຈະໄດ້ຮັບການສະໜັບສະໜູນການເປັນເຈົ້າພາບຈັດຕັ້ງງານຕະຫຼາດນັດດັ່ງກ່າວ ເພາະວ່າ ເຮົາຈະຈັດຢູ່ ພູເກັດ. ພູເກັດ ແມ່ນສະຖານທີ່ຫຼາຍຄົນຮູ້ຈັກຢູ່ແລ້ວ, ເຊິ່ງປະເທດໄທ ຢາກແນະນຳ ບໍ່ພຽງແຕ່ແຫ່ງນີ້ມີຫາດຊາຍທະເລງາມ, ມີເກາະ ແຕ່ສິ່ງທີ່ພວກເຮົາຢາກແນະນຳໃນແງ່ມູມໃໝ່ນັ້ນແມ່ນ ອາຫານການກິນ, ວັດທະນະທຳ, ນອກຈາກນັ້ນ ເມື່ອໄດ້ຈັດ Specialised Expo ນັ້ນ, ແຂກທ່ອງທ່ຽວ, ຜູ້ເຂົ້າຮ່ວມກອງປະຊຸມຈະໄດ້ໃຊ້ບໍລິການຄົບວົງຈອນ. ພວກຂ້າພະເຈົ້າຫວັງວ່າຈະໄດ້ຮັບການເລືອກຕັ້ງຈາກ 171 ປະເທດສະມາຊິກໃນເດືອນ ກໍລະກົດ ປີ 2023 ຢູ່ນະຄອນຫຼວງ ປາຣີ”.

ຂອບຂະໜາດຂອງ Specialised Expo ແມ່ນຖັດຈາກ World Expo ເທົ່ານັ້ນ, ດ້ວຍການຈັດຕັ້ງທີ່ແກ່ຍາວເປັນເວລາ 3 ເດືອນ. ດັ່ງນັ້ນ, ດ້ວຍການອອກສະໝັກເປັນເຈົ້າພາບຈັດຕັ້ງຄັ້ງນີ້, ໄທ ໄດ້ສະແດງຄວາມຕັດສິນໃຈ ແລະ “ຄວາມຫວັງສູງ” ເປັນຄັ້ງທຳອິດຈະໄດ້ຈັດ Specialised Expo ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້. ຍ້ອນເຫດນັ້ນ, ໄທ ມີຄວາມສົນໃຈຕໍ່ການສະໜັບສະໜູນຂອງບັນດາປະເທດໃນພາກພື້ນ, ພິເສດແມ່ນ ໄທໄດ້ຖື ຫວຽດນາມ ເປັນສຳຄັນ. ທ່ານ ນິກອນເດດ ພະລາງກຸນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ໄທ ປະຈຳ ຫວຽດນາມ, ໃຫ້ຮູ້ຕື່ມອີກວ່າ:

“ໃນການກອງປະຊຸມ ເອເປັກ, ທ່ານນາຍົກລັດຖະມົນຕີ ໄທ ໄດ້ສະເໜີໃຫ້ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ວ່າ ຢາກໄດ້ຮັບການສະໜັບສະໜູນຈາກ ຫວຽດນາມ, ຍ້ອນວ່າພວກເຮົາເປັນເພື່ອນມິດ ສະໜິດສະໜົມກັນ ແລະ ກໍ່ແມ່ນສະມາຊິກ ອາຊຽນ ນຳກັນ”.

ນອກຈາກໂຮງໝໍໃຫຍ່ 3 ແຫ່ງ, ບັນລຸມາດຖານລະດັບຊາດ ແລະ ສາກົນ ເຊິ່ງແມ່ນ: ໂຮງໝໍ Vachira Phuket, ດ້ວຍຂອບຂະໜາດ 600 ຕຽງ; ໂຮງໝໍ Bangkok Phuket, ດ້ວຍຂອບຂະໜາດ 200 ຕຽງ ແລະ ໂຮງໝໍ Bangkok Hospital Siriroj, ໄທ ພວມວາງແຜນຜັງເຂດດິນກ້ວາງ 1.600 ຕາແມັດ ຢູ່ເມືອງທາລາງ ເພື່ອແນໃສ່ປະຕິບັດໂຄງການຍົກລະດັບໂຄງການທ່ອງທ່ຽວປິ່ນປົວພະຍາດ ພູເກັດ ກາຍເປັນສູນທ່ອງທ່ຽວປິ່ນປົວພະຍາດລະດັບໂລກ.

  ແຂກສາກົນຖ່າຍທູບທີ່ລະນຶກທີ່ລາຍການ  

ໃນແຜນສັງລວມພັດທະນາການຮ່ວມສຳພັນເຂດ, ໄທ ໄດ້ຮັບຮອງເອົາແນວທາງການພັດທະນາ 4 ແຂວງທາງພາກໃຕ້ ກາຍເປັນແລວເສດຖະກິດສຸຂະພາບ Andaman (Andaman Wellness Corridor: AWC), ເຊິ່ງລວມມີ: ພູເກັດ, ກຣະບີ່, ພັງງາ, ຣະນອງ; ສ້າງຕັ້ງໂຮງໝໍປິ່ນປົວສະເພາະມະເຮັງ ແລະ ພັດທະນາກຳລັງຄວາມສາມາດດ້ານການແພດມາດຖານສາກົນ.

ສ່ວນຕາມຝ່າຍສະຖານທູດ ໄທ ປະຈຳ ຫວຽດນາມ ແລ້ວ, ເນື່ອງໃນໂອກາດພິທີສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງລາຊະອານາຈັກ ໄທ (5 ທັນວາ 1927 – 5 ທັນວາ 2022), ວັນຄ້າຍວັນເກີດເຈົ້າຊີວິດ ພູມິພົນ ອາດຸນຍາເດດ ລາດຊະການທີ 9, ສະຖານທູດ ໄດ້ຈັດການໂຄສະນາເຜີຍແຜ່ເຫດການ Phuket Expo. ຈຸດປະສົງແມ່ນເພື່ອແນໃສ່ນຳມາບັນດາແງ່ມູມໃໝ່ກ່ຽວກັບ ພູເກັດ ມາສູ່ທຸກຄົນທີ່ເຂົ້າຮ່ວມເຫດການ. ທ່ານ ຕະກວາງງອັກ, ປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ, ໃຫ້ຂໍ້ສັງເກດວ່າ:

“ຂ້າພະເຈົ້າເຫັນວ່າ, ເຫດການງານວາງສະແດງ ພູເກັດ ເຊິ່ງ ລັດຖະບານ ໄທ ເປັນເຈົ້າພາບຈັດຂຶ້ນແມ່ນການເຄື່ອນໄຫວທີ່ດີ. ໃນການພົວພັນສອງຝ່າຍ, ພວມຄິດໄລ່ຊັ່ງຊາເຖິງການສະເຫຼີມສະຫຼອງ 10 ປີແຫ່ງການພົວພັນຍຸດທະສາດໃນປີ 2023. ໃນນັ້ນ, ຈະມີການເຄື່ອນໄຫວຮ່ວມມືລົງທຶນ, ການຄ້າ, ວັດທະນະທຳຫຼາຍຢ່າງ ເພື່ອແນໃສ່ສ້າງການພົວພັນໃນລະດັບຍຸດທະສາດ. ກ່ຽວກັບດ້ານເສດຖະກິດ, ຕ້ອງຖືປັດໄຈຍືນຍົງແມ່ນປັດໄຈຕົ້ນຕໍ”.

ບັ້ນຍຸດທະສາດຂົນຂວາຍປຸກລະດົມເພື່ອໃຫ້ ພູເກັດ ໄດ້ເປັນເຈົ້າພາບຈັດງານຕະຫຼາດນັດສະເພາະຂະແໜງ Specialised Expo 2028 ຈະມີໝາກຜົນໃນປີໜ້າ. ແຕ່ເຖິງຢ່າງໃດກໍ່ຕາມ, ອຳນາດການປົກຄອງ ພູເກັດ ໄດ້ວາງເປົ້າໝາຍ, ໃນ 10 ປີຈະມາເຖິງ, ປະຊາຊົນທ້ອງຖິ່ນຈະມີອາຍຸຍືນກ່ວາ ແລະ ສຸຂະພາບດີກ່ວາ, ພິເສດແມ່ນບັນດາຄົນເຈັບທີ່ເປັນພະຍາດເບົາຫວານ, ຄວາມດັນເລືອດ ແລະ ມະເຮັງ ຈະຫລຸດລົງ. ພື້ນຖານໂຄງລ່າງ ແລະ ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນຈະໄດ້ຮັບການຍົກສູງຂຶ້ນ, ພິເສດແມ່ນການພັດທະນາລະບົບກຳຈັດສິ່ງເສດເຫຼືອ ຕາມມາດຖານຂອງສູນຈັດຕັ້ງເຫດການສາກົນ./.


top