ທ່ອງທ່ຽວ

“ແດນສະຫວັນ” ໃນຖໍ້າ ຕຽນ

ຂ້າພະເຈົ້າໄດ້ມີໜ້າຢູ່ ແຂວງ ກວ໊າງບິ່ງ ເພື່ອສໍາຜັດ ກັບທັດສະນີຍະພາບ ທີ່ມີຄວາມງາມດັ່ງໃນຝັນ ຢູ່ແຫ່ງນີ້, ນັ້ນຄື ຖໍ້າ ຕຽນ. 
ຖຳ້ ຕຽນ (ຕາແສງ ກາວກວ໊າງ, ເມືອງ ຕວຽນຮ໋ວາ) ເປັນ ຖ້ໍ້າແຫ້ງ ໃຫຍ່ທີສຸດ ໃນລະບົບຖຳ້ ຕູ໋ລ່ານ ຊຶ່ງມີຄວາມຍາວປະມານ 3 ກິໂລ ແມັດ ແລະ ມີຄວາມເລິກ 100 ແມັດ. ໃນລະດູຝົນ, ປະລິມານ ນໍ້າທັງໝົດ ຈາກບັນດາສາຍນຳ້ ຢູ່ອ້ອມຂ້າງ ຈະໄຫຼເຂົ້າມາ ສ້າງເປັນ ສາຍນໍ້າ ໃຕ້ດິນຢູ່ໃນຖຳ້, ເມື່ອນໍໍ້າລົດລົງ ກໍ່ໃຫ້ເກີດເປັນ ບັນດາ   ໜອງນຳ້ທຳມະຊາດ, ໃນເວລາດຽວກັນ ກໍສ້າງເປັນ ບັນດາຊັ້ນຫີນງອກຫີນຍ້ອຍ ເໝືອນດັ່ງ ນາຂັ້ນໄດ. ບັນດາກະແສນໍ້າ ທີ່ຊຶມເຂົ້າມາ ຈາກພາຍນອກ ຂອງ ພູຫີນປູນ ໄດ້ປະກອບສ່ວນບໍ່ໜ້ອຍ ເຂົ້າໃນຂະບວນວິວັດ ແຫ່ງການປະກົດເປັນຮູບເປັນຮ່າງຂອງຖຳ້ ແລະ ຜ່ານຊ່ວງເວລາ ອັນຍາວນານ ໄດ້ສ້າງເປັນ ບັນດາຮູບວົງວົນ ຢູ່ເທິງເພດານໂຄ້ງ ທີ່ມີຄວາມປະທັບໃຈ ຢ່າງຍິ່ງ.

ພຶກສາສາດ ພາຍໃນຖຳ້ ມີຄວາມຫຼາກຫຼາຍ ກັບບັນດາປະເພດ ໄຄ ນໍ້າ ແລະ ເຫັດ ຊ່ຶງສ້າງເປັນລະບົບນິເວດ ທີ່ມີຄວາມອຸດົມສົມບູນ ແລະ ແຕກຕ່າງ ເມື່ອທຽບກັບຖຳ ້ແຫ່ງອື່ນໆ. ບັນດາພຶກສາສາດນີ້ ໄດ້ກຳເນີດ ແລະ ຈະເລີນເຕີບໂຕຢ່າງໄວ ແລະ ຕິດເຂົ້າກັບ ຫີນງອກຫີນຍ້ອຍ ຊຶ່ງສ້າງເປັນໂງ່ນຫີນໜາມໜໍ່ ສີຂຽວ ມີຄວາມຈັບຕາຈັບໃຈ.


ບັນດາໂງ່ນຫີນຍ້ອຍ ສ້າງຄວາມດຶງດູດໃຈຕໍ່ນັກທ່ອງທ່ຽວ. ພາບ: ຫຼີຮວ່າງລອງ


ພື້ນທີ່ນີ້ມີໜອງນຳ້ທີ່ຂຽວສົດໃສ  ຊຶ່ງເປັ່ນບ່ອນນັກທ່ອງທ່ຽວສາມາດ ອາບນຳ້, ຕັ້ງຄ້າຍນອນແຮມຄືນ ຢູ່ໃກ້ໆນັ້ນ ກ່ອນເຂົ້າຊົມ ຖ້ຳ ຕຽນ. ພາບ: ຫຼີຮວ່າງລອງ


ພຶກສາສາດ ພາຍໃນຖຳ້ ມີຄວາມຫຼາກຫຼາຍ ກັບບັນດາປະເພດ ໄຄ ນໍ້າ ແລະ ເຫັດ ຊ່ຶງສ້າງເປັນລະບົບນິເວດ ທີ່ມີຄວາມອຸດົມສົມບູນ ແລະ ແຕກຕ່າງ ເມື່ອທຽບກັບຖຳ ້ແຫ່ງອື່ນໆ. ພາບ: ຫຼີຮວ່າງລອງ


ນັກທ່ອງທ່ຽວຜ່ານປະສົບການຕົວຈິງ ຢູ່ໜອງ ມັດຫງອກ ກ່ອນ ເຂົ້າ ຖ້ຳ ຕຽນ ແລະ ຄົ້ນພົບລະບົບ ພຶກສາສາດ ທີ່ອຸດົມສົມບູນ ຢູ່ພາຍໃນຖຳ້. ພາບ: ຫຼີຮວ່າງລອງ


ປະຕູເຂົ້າຖຳ້ ຕຽນ ມີເພດານສູງ ແລະ ມີຫີນຫງອກຫີນຍ້ອຍ ເຫຼື້ອມລະຍິບລະຍັບ ເໝືອນດັ່ງນາຂັ້ນໄດ. ພາບ: ຫຼີຮວ່າງລອງ


ບັນດາຮູບວົງວົນ ຢູ່ເທິງເພດານ ພາຍໃນຖຳ້ ຕຽນ. ພາບ: ຫຼີຮວ່າງລອງ
 
ປະຕິບັດ: ຫຼີຮວ່າງລອງ

top