ທ່ອງທ່ຽວ

“ແດນສະຫວັນ ແຫ່ງການທ່ອງທ່ຽວທາງທະເລ” ໂຮ່ຈ່າມ

ຫ່າງຈາກນະຄອນ ໂຮ່ຈີມິນ ໄປທາງທິດຕາເວັນອອກ 120 ກມ

ຫ່າງຈາກນະຄອນ ໂຮ່ຈີມິນ ໄປທາງທິດຕາເວັນອອກ 120 ກມ, ທະເລ ໂຮ່ຈ່າມ ກຳລັງກາຍເປັນ ແຫຼ່ງທ່ອງທ່ຽວ ທີ່ດຶງດູດການລົງທຶນ, ທ່ອງທ່ຽວ, ບັນເທີງ ແລະ ພັກຜ່ອນ ເພື່ອສຸຂະພາບ ທີ່ໄດ້ຮັບຄວາມນິຍົມ ຂອງແຂວງ ບ່າເຣ້ຍ-ຫວຸ້ງເຕົ່າ ໃນຊຸມປີ ມໍ່ໆ ມານີ້. ເສັ້ນທາງແຄມທະເລທີ່ສວຍງາມ, ທັດສະນີຍະພາບ ດັ່ງໃນຝັນ ກັບຄວາມປະສົມກົມກຽວກັນ ລະຫວ່າງ ທະເລ, ພູເຂົາ ແລະ ໂນນຊາຍ ໄດ້ເຮັດໃຫ້ ໂຮ່ຈ່າມ ກາຍເປັນ ຈຸດໝາຍປາຍທາງທີ່ສ້າງຄວາມປະທັບໃຈສຳລັບນັກທ່ອງທ່ຽວ. 

 

ຄວາມປະທັບໃຈທຳອິດ ຂອງນັກທ່ອງທ່ຽວ ເມື່ອມາຍັງ ໂຮ່ຈ່າມ ອາດຈະແມ່ນເສັ້ນທາງແຄມທະເລ ທີ່ປອດໂປ່ງ, ກວ້າງຂວາງ ຊຶ່ງເລີີ່ມຈາກເທດສະບານ ລອງຫາຍ ຂອງ ເມືອງ ລອງດ່ຽນ ເຊື່ອມຕໍ່ຕາແສງ ເຟືອກຖ້ວນ, ບຶງຣ່ຽງ, ບິ່ງເຈົາ ຂອງ ເມືອງ ຊວຽນໂມກ, ແຂວງ ບ່າເຣ້ຍ-ຫວຸ້ງເຕ່ົາ. ເບື້ອງໜຶ່ງແມ່ນນ້ຳທະເລ ທີ່ຂຽວສົດໃສ, ຫາດຊາຍຂາວ ທີ່ຍ້ອມດ້ວຍແສງສີເຫຼືອງ, ບັນດາເຂດ ຣີສອດ ທີ່ກວ້າງຂວາງ ແລະ ສວຍງາມ ມີສະຖາປັດຕະຍະກຳທີ່ກົມກຽວ ແລະ ທັນສະໄໝ; ເບື້ອງກົງກັນຂ້າມແມ່ນປ່າດົງດິບ ບິ່ງເຈົາ-ເຟືອກບື໊ວ ມີເນື້ອທີ່ 11.293 ເຮັກຕາ ດ້ວຍພຶກສາສາດ ທີ່ອຸດົມສົມບູນ ແຜ່ຮົ່ມເຢັນ ພ້ອມກັບ ບັນດາ ໂນນຊາຍທີ່ເປັນຄື້ນ. ໂນນຊາຍ ເຄິ່ງທະເລຊາຍຢູ່ ໂຮ່ຈ່າມ ໃນເມື່ອກ່ອນ ຕົ້ນໄມ້ບໍ່ສາມາດເຕີບໃຫຍ່ໄດ້, ຕັ້ງແຕ່ປີ 2014 ໄດ້ປົກຄຸມດ້ວຍສີຂຽວ ຈາກສະໜາມກ໊ອຟ The Bluffs ໂຮ່ຈ່າມ Strip ກວ້າງ 164 ເຮັກຕາ, ຕັ້ງຢູ່ໃນກຸ່ມເຂດພັກຜ່ອນ ເພື່ອສຸຂະພາບ ໂຮ່ຈ່າມ Strip. ສະໜາມກ໊ອຟ ແຫ່ງນີ້ ໄດ້ຮັບການລົງຄະແນນສຽງ ຈາກວາລະສານ Golf Digest ວ່າເປັນໜຶ່ງໃນ 100 ສະໜາມກ໊ອຟ ທີ່ມີຊື່ສຽງທີ່ສຸດໂລກ.

 

ປັດຈຸບັນ, ໂຮ່ຈ່າມ ມີ ຣີສອດ 5 ດາວຫຼາຍແຫ່ງ ມີການອອກແບບທີ່ສວຍງາມ ແລະ ກົມກຽວກັບທຳມະຊາດ ພ້ອມກັບການບໍລິການບັນເທີງຫຼາຍຢ່າງ, ມຸ່ງສູ່ການບໍລິການທ່ີຫຼາກຫຼາຍ ສໍາລັບນັກທ່ອງທ່ຽວເມື່ອມາຄົ້ນພົບເຂດທະເລແຫ່ງນີ້ ຊຶ່ງສາມາດ ກ່າວເຖິງຊື່ ຣີສອດ ລະ ດັບຊັ້ນນຳຢູ່ ໂຮ່ຈ່າມ ຈຳນວນໜຶ່ງເຊັ່ນ: The Grand ໂຮ່ຈ່າມ, Melia, Sanctuary, Carmelia beach, Vietsovpetro ໂຮ່ຈ່າມ… ແລະ ເມື່ອມໍ່ໆ ນີ້ແມ່ນ Novaword ໂຮ່ຈ່າມ ດ້ວຍເນື້ອທີ່ 1.000 ເຮັກ ຕາ ໄດ້ປະກອບສ່ວນເຮັດໃຫ້ນະແຫ່ງນີ້ ກາຍເປັນ ກຸ່ມສະຖານທີ່ ທ່ອງທ່ຽວ ບັນເທີງ ແລະ ພັກຜ່ອນເພື່ອສຸຂະພາບທີ່ສວຍງາມ ລະດັບຊັ້ນນຳ. 

 

ນອກຈາກນັ້ນ, ຫາດຊາຍທະເລ ສາທາລະນະຢູ່ ໂຮ່ຈ່າມ ໃນທຸກວັນນີ້ ໄດ້ມີການວາງແຜນ ປັບປຸງໃຫ້ສະອາດ ແລະ ສວຍງາມ, ເພື່ອຮັບໃຊ້ຄວາມຕ້ອງການດ້ານການບັນເທີງ ແລະ ອາບນໍ້າຂອງຊາວທ້ອງຖິ່ນ ແລະ ນັກທ່ອງທ່ຽວໃຫ້ດີທີ່ສຸດ. ຍ່າງເລາະ ຮັບສາຍລົມເຢັນພັດມາຈາກທະເລ ແລະ ເພີດເພີນ ກັບອາຫານທະເລ ຢູ່ຕະຫຼາດກາງຄືນ ໂຮ່ຈ່າມ ກໍ່ເປັນປະສົບການຕົວຈິງ ທີ່ໜ້າດຶງດູດໃຈເມື່ອມາທ່ອງທ່ຽວ ຢູ່ທະເລ ໂຮ່ຈ່າມ.

ທະເລ ໂຮ່ຈ່າມ ມີຫາດຊາຍ ຫຼາຍແຫ່ງ ສໍາລັບການອາບນໍ້າ, ມີໝູ່ບ້ານ ຊາວປະມົງ ທ່ີປະຖົມປະຖານ ຫຼາຍແຫ່ງ ກັບປ່າດົງດິບ, ໜອງນໍ້າທີ່ມີຄວາມສວຍງາມຊວນຝັນ ແລະ ເຢັນດີ ຊຶຶ່ງເໝາະສົມສຳລັບຖ່າຍຮູບ, ເຊັກອິນ, ພັກຜ່ອນເພື່ອສຸຂະພາບ, ທ່ອງທ່ຽວ ຜ່ານປະສົບການຕົວຈິງປິກນິກ, ຕັ້ງຄ້າຍແຮມຄືນ... 


ປະຕິບັດໂດຍ: ຫງວຽນລວນ/VNP- ແປໂດຍ: ບິກລຽນ


top