ໂດຍກຳເນີດ ແລະ ໃຫຍ່ຢູ່ປະເທດຝຣ່ັງ, ແຕ່ຕັ້ງແຕ່ເຍົາ ໄວ ນາງ ໄດ້ມີການສະໜິດຕິດພັນກັບອາຫານຫວຽດ, ສາວນ້ອຍ ຊາວຝຣ່ັງ ເຊື້ອສາຍຫວຽດ ຮີ່ວນແຂ໋ງລີ ໄດ້ຄວ້າ ຕຳແໜ່ງ ແຊມປຽນ ງານປະກວດ Master Chef 2015 ຢູ່ປະເທດ ຝຣ່ັງ ຈາກລາຍການອາຫານ
ທີ່ເປັນເອກະລັກ ຊຶ່ງໄດ້ ສົມທົບ ລະຫວ່າງລົດຊາດອາຫານຝຣ່ັງ ກັບລົດຊາດ ຫວຽດນາມ
ໃນຂອບເຂດກິດຈະການຕ່າງໆ ທີ່ໄດ້ຈັດຕັ້ງເນື່ອງໃນໂອກາດ ວັນບຸນພາສາຝຣ່ັງ ແລະ ລາຍການກິນດື່ມ “ລົດຊາດປະເທດ ຝຣັ່ງ”, ຮ່ີວນແຂ໋ງລີ
ໄດ້ມາຮ່າໂນ້ຍ ໃນເດືອນ ເມສາ 2017 ຕາມຄຳເຊີນ ຂອງ ທ່ານ ເອກອັກຄະລັດຖະທູດ ຝຣ່ັງ ປະຈຳ ຫວຽດນາມ ແລະ
ສະຖາບັນ ຝຣ່ັງ ຫວຽດນາມ. ໃນຮູບ: ຮ່ີວນ ແຂ໋ງລີ ແນະນຳການແຕ່ງເຂົ້າຈີ່ຈືນແບບຝຣ່ັງ ໃຫ້ ແກ່ ນັກສຶກ
ສາທີ່ຮ້ານກິນດື່ມ ຂອງມະຫາວິທະຍາໄລ ແຫ່ງຊາດຮ່າໂນ້ຍ.
ຜູ້ຄົນຮູ້ສຶກຈັບໃຈເມື່ອໄດ້ຊີມອາຫານ ໂດຍແຊມປຽນພ່ໍ່ຄົວ ຊາວຝຣ່ັງ ເຊື້ອສາຍ ຫວຽດນາມ ເປັນຜູ້ແຕ່ງ.
ຮ່ີວນແຂ໋ງລີ ເຂົ້າຮ່ວມການມອບລາງວັນ ແຕ່ງກິນແຊບ ໃຫ້ແກ່ເພື່ອນນັກສຶກສາ ທີ່ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ.
ຮ່ີວນແຂ໋ງລີ ພົບປະສັງສັນກັບບັນດາພ່ໍຄົວຊາວຝຣ່ັງ ທີ່ພວມ ເຮັດວຽກໃນຮ້ານອາຫານ, ໂຮງແຮມແຫ່ງຕ່າງໆ ຢູ່ຫວຽດນາມ.
ໃນງານລ້ຽງຄ່ຳວັນທີ 21 ເມສາ ຈັດຂຶ້ນຢູ່ສະຖານທູດຝຣ່ັງ, ແຊມປຽນພ່ໍຄົວ ຮ່ີວນແຂ໋ງລີ ໄດ້ສະແດງຄວາມສາມາດດ້ວຍ
ການແຕ່ງອາຫານສຳລັບການເລີ່ມຕົ້ນງານລ້ຽງແມ່ນໄຂ່ກັບ ໜ່ໍໄມ້ຝຣ່ັງ…
ອາຫານສຳລັບການຫອມປາກຫອມຄໍແມ່ນຂະໜົມ ໃນໝາກ ປົມ, ກະແລມໝາກນາວ.
ຮ່ີວນແຂ໋ງລີ ເລາະຫຼິ້ນຕາມຮ່ອມທາງຕ່າງໆ ຂອງຮ່າໂນ້ຍ…
ຮ່ີວນແຂ໋ງລີ ຊີມ “ແບ໋ງກວ໊ນ” ທີ່ຄຸ້ມເມືອງເກົ່າ ຂອງ ຮ່າໂນ້ຍ.
ພາຍຫຼັງໄດ້ຊີມ “ແບ໋ງກວ໊ນ”, ຮ່ີວນແຂ໋ງລີ ໄດ້ລອງເຮັດ ດ້ວຍ ຕົນເອງ…
ນາງ ໄດ້ສະແດງໃຫ້ເຫັນເຖິງຄວາມຊື່ນຊົມຕ່ໍກັບ ການປຸງ ແຕ່ງ ອາຫານເຍື່ອງນີ້.
ຮ່ີວນແຂ໋ງລີ ແຕ່ງກິນໃນເຮືອນຄົວ ຂອງ ທ່ານ ເອກອັກຄະ ລັດຖະທູດ ຝຣ່ັງ ປະຈຳ ຫວຽດນາມ. |
“ຫວ່າງແລ້ວນີ້, ຂ້າພະເຈົ້າໄດ້ຮັບເຊີນໄປ ສິງກະໂປ ເພື່ອ ທຳ ອາຫານ ຈັດງານລ້ຽງ ໃຫ້ແຂກ. ຂ້າພະເຈົ້າໄດ້ນຳຜັກ ແລະ ໝາກໄມ້ທົ່ວໄປຂອງ ຫວຽດນາມ ເຂົ້າຢູ່ໃນພາເຂົ້າ. ສຳລັບ ຊາວ ສິງກະໂປ, ແບບແຜນການກິນດື່ມ ກໍມີລັກສະນະ ຄື ກັບຊາວອາຊີ ຕາເວັນອອກ ໝາຍຄວາມວ່າ ຕ້ອງມີຊີ້ນ, ປາ ໃນພາເຂົ້າປະຈຳວັນ, ສ່ວນຊາວ ຫວຽດນາມ ມັກກິນຜັກ ຫຼາຍ, ເມື່ອໃກ້ຈະອີ່ມກໍຕັກແກງຕ່ືມໜ້ອຍໜຶ່ງ. ດ້ວຍຄວາມ ພະຍາຍາມຂອງຕົນ, ຂ້າພະເຈົ້າ ໄດ້ສ້າງໃຫ້ ມີລົດຊາດ ທີ່ ແຊບເຖິງໃຈ ຂອງເຍື່ອງຕ່າງໆ ດ້ວຍການນຳໃຊ້ ຜັກ ແລະ ໝາກໄມ້ຫຼາຍຊະນິດ ຂອງ ຫວຽດນາມ ເຂົ້າໃນລາຍການ. ເມື່ອງານລ້ຽງສິ້ນສຸດລົງ, ແຂກ ຈຳນວນໜຶ່ງເວົ້າ ກັບຂ້າພະ ເຈົ້າວ່າ ເຂົາຮູ້ສຶກກິນແຊບ ແລະ ພໍໃຈຕ່ໍອາຫານ ທີ່ຂ້າພະ ເຈົ້າແຕ່ງໃນມື້ນັ້ນ”. ຮ່ີວນແຂ໋ງລີ ຫວນຄືນເລື່ອງ ລາວ ຂອງ ຕົນຈັ່ງຊັ້ນ.
ເປັນຜູ້ໜຶ່ງທີ່ເອົາໃຈໃສ່ ເຖິງ ວັດທະນະທຳການກິນດື່ມ ຫວຽດ ນາມ ແລະ ປາຖະໜາໄດ້ອະນຸລັກຮັກສາ ຄຸນຄ່ານັ້ນ ໃນຂົງ ເຂດການເຄື່ອນໄຫວຂອງຕົນ, ເມື່ອມາ ຫວຽດນາມ ຄັ້ງນີ້ ຮ່ີວນແຂ໋ງລີ ໄດ້ຍາດເວລາໄປທັດສະນະສຶກສາ ແລະ ຊີມເບິ່ງ ອາຫານບາງເຍື່ອງຂອງ ຫວຽດນາມ ຄື ເຂົ້າປຸ້ນງົວເມືອງ ເຫວ້, ໝີ່ແຖບດິນ ກວາງນາມ, “ກາວເລົ່າ”… ນາງໃຫ້ຊາບ ວ່າ ພະລັງຈຸງໃຈ ຂອງອາຫານຫວຽດ ຕ່ໍເພື່ອນມິດ ສາກົນ ໄດ້ຮັບການພິສູດ ເມື່ອນາງ ມີການພົບປະສັງສັນ ໃນບາງ ລາຍການ ແລະ ຕ່າງກໍໄດ້ຮັບຄຳຕອບວ່າ ເຂົາມັກອາຫານ ຫວຽດ ທີ່ສຸດໃນຈຳນວນປະເທດຢູ່ພາກພື້ນອາຊີອາຄະເນ. ດ້ວຍເຫດນັ້ນ, ເພື່ອດຶງດູດແຂກທ່ອງທ່ຽວມາ ຫວຽດນາມ ຫຼາຍກວ່າໃນໄລຍະຈະເຖິງ, ຫວຽດນາມ ຄວນຈະເຮັດ ອາ ຫານ ທີ່ມີລັກສະນະຍອດຢ້ຽມຂອງ ຫວຽດນາມ ມີຈຸດໃໝ່ ແລະ ໂດດເດັ່ນກວ່າ ຜ່ານພາຫະນະສື່ມວນຊົນ, ເພື່ອໃຫ້ໂລກ ຊາບຮູ້ວ່າ ແຕ່ລະເຂດ, ແຕ່ລະພາກ ເທິງແຜ່ນດິນ ທີ່ມີຮູບຕົວ ໜັງສື S ລ້ວນແຕ່ມີອາຫານ ອັນເປັນພິເສດສະເພາະ ແລະ ລົດຊາດຂອງໃຜລາວ.
ມາຫວຽດນາມ ຄັ້ງທຳອິດໃນປີ 2014, ໃນຄັ້ງທີສອງ ຮ່ີວນ ແຂ໋ງລີ ໄດ້ເຂົ້າຮ່ວມ ບາງກິດຈະກຳ ຄື ພົບປະສັງສັນ ແຕ່ງອາ ຫານຝຣ່ັງ ບາງເຍື່ອງ ກັບ ນັກສຶກສາມະຫາວິທະຍາໄລແຫ່ງ ຊາດຮ່າໂນ້ຍ, ແລກປ່ຽນບົດຮຽນ ກັບ ນັກສຶກສາ ຜູ້ທີ່ປະສົງ ຢາກໄປຝຣ່ັງ ເພື່ອຮຽນໃນຂົງເຂດອາຫານການກິນ. ພິເສດ, ນາງ ແມ່ນພ່ໍຄົວຫຼັກໃນລາຍການ “ລົດຊາດປະເທດຝຣ່ັງ” ໂດຍສະຖານທູດ ຝຣ່ັງ ເປັນຜູ້ຈັດຢູ່ ຮ່າໂນ້ຍ.
ທ່ານ Bertrand Lortholary ເອກອັກຄະລັດຖະທູດຝຣ່ັງ ປະ ຈຳ ຫວຽດນາມ ກ່າວວ່າ. “ແຂ໋ງລີ ບ່ໍພຽງແຕ່ແມ່ນພ່ໍຄົວທີ່ມີ ຄວາມສາມາດ, ແຕ່ຍັງ ແມ່ນນັກການທູດ ຜູ້ສຸດຍອດ ໃນ ການເປັນຂົວຕ່ໍໃຫ້ແກ່ສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດຝຣ່ັງ ແລະ ຫວຽດນາມ”.
ການທີ່ໄດ້ຮັບຂະໜານນາມ ແຊມປຽນ Master Chef 2015 ຊ່ວຍໃຫ້ ຮ່ີວນແຂ໋ງລີ ໄດ້ຮັບທຶນເຂົ້າຮ່ວມ ຊຸດເຝິກອົບຮົມ ສະເພາະກ່ຽວກັບການສ້າງຕັ້ງ, ຄຸ້ມຄອງຮ້ານ ອາຫານຕ່າງໆ ທີ່ສະຖາບັນ Paul Bocuse ທີ່ມີຊື່ສຽງຢູ່ Lyon (ຝຣ່ັງ). ປັດ ຈຸບັນ, ນາງ ໄດ້ຮັບຄຳເຊື້ອເຊີນຈາກຫຼາຍ ແຫ່ງໃນໂລກ ໃນ ນາມ ເປັນພ່ໍຄົວສ່ວນຕົວ ແລະ ທີ່ປຶກສາ ກ່ຽວ ກັບອາຫານ ການກິນ, ປະດິດສ້າງການແຕ່ງກິນ ແລະ ປະດິດສູດ ອາຫານ ຕ່າງໆ. ປີ 2016, ຮ່ີວນແຂ໋ງລີ ໄດ້ຈຳໜ່າຍປຶ້ມພາດຫົວ ເລື່ອງ “ຂ້າພະເຈົ້າ ພ່ໍຄົວໃຫຍ່” ປະກອບດ້ວຍ ສູດແຕ່ງອາ ຫານ 45 ເຍື່ອງ.
|