ຂ່າວສານ

ແຈ້ງການພິເສດ

      ວັນທີ 17 ມີນາ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ອອກແຈ້ງການພິເສດ. ແຈ້ງການໃຫ້ຮູ້ວ່າ: ທ່ານ ຟານວັນຂາຍ ອະດີດນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ເຖິງແກ່ມໍລະນະກຳໃນເວລາ 1 ໂມງ 30 ນາທີ ຂອງວັນທີ 17/03/2018.

ປະຊາຊົນໄດ້ມາຖະຫວາຍທູບທຽນອາໄລຫາອະດີດນາຍົກລັດຖະມົນຕີ ຟານວັນຂາຍ ເປັນຈຳນວນຫລວງຫລາຍ (ພາບ: TTXVN)
      ທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ ເກີດວັນທີ 25/12/1933 ຢູ່ເມືອງ ກູຈີ, ນະຄອນ ໂຮ່ຈີມິນ. ທ່ານເຂົ້າຮ່ວມການປະຕິວັດໃນປີ 1947, ໄດ້ເຂົ້າເປັນສະມາຊິກພັກກອມມູນິດ ຫວຽດນາມ ໃນວັນທີ 15/07/1959; ເປັນອະດີດກຳມະການຄະນະບໍລິຫານງານສູນກາງພັກຊຸດທີ 5,6,7,8,9; ກຳມະການກົມການເມືອງຊຸດທີ 7,8,9; ກຳມະການປະຈຳກົມການເມືອງຊຸດທີ 8; ອະດີດນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ; ສະມາຊິກສະພາແຫ່ງຊາດຊຸດທີ 8,9,10,11.
        ກ່ວາ 70 ປີເຂົ້າຮ່ວມການເຄື່ອນໄຫວປະຕິວັດ, ທ່ານ ຟານວັນຂາຍ ໄດ້ມີການປະກອບສ່ວນໃຫຍ່ຫລວງຫລາຍຢ່າງ ຕໍ່ພາລະກິດການປະຕິວັດຂອງພັກ ແລະ ຂອງປະເທດຊາດ; ໄດ້ຮັບຫຼຽນໄຊດາວຄຳ, ກາໝາຍສະມາຊິກພັກ 55 ປີ ແລະ ຫຼຽນໄຊ, ຫຼຽນກາອັນສູງສົ່ງຫລາຍຫຼຽນຈາກພັກ, ລັດ ຫວຽດນາມ ແລະ ສາກົນ.
        ເພື່ອສະແດງຄວາມຮູ້ບຸນຄຸນອາໄລຫາອະດີດນາຍົກລັດຖະມົນຕີ ຟານວັນຂາຍ, ງານສົບຈະໄດ້ຈັດຕັ້ງດ້ວຍລະດັບຊາດ ແລະ ທົ່ວປະເທດຈະໄວ້ທຸກໃນວັນທີ 20 – 21/03/2018.
        ຕອນເຊົ້າວັນທີ 18 ມີນາ, ປະຊາຊົນພ້ອມກັບຜູ້ຕາງໜ້າບັນດາໝູ່ຄະນະ, ອົງການຈັດຕັ້ງໄດ້ມາຖະຫວາຍທູບທຽນອາໄລຫາອະດີດນາຍົກລັດຖະມົນຕີ ຟານວັນຂາຍ ຢູ່ເຮືອນສ່ວນຕົວທີ່ຕາແສງ ເຕີນທົງໂຫ້ຍ, ເມືອງ ກູຈີ, ນະຄອນ ໂຮ່ຈີມິນ ເປັນຈຳນວນຫລວງຫລາຍ.
        ນັບແຕ່ຮຸງເຊົ້າ, ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງກໍ່ໄດ້ໄປຖະຫວາຍທູບທຽນອາໄລຫາ ແລະ ສະແດງຄວາມເສົ້າສະຫລົດໃຈຕໍ່ອະດີດນາຍົກລັດຖະມົນຕີ ຟານວັນຂາຍ; ກ່ອນໜ້ານັ້ນ, ອະດີດປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ, ອະດີດຜູ້ປະຈຳຄະນະເລຂາສູນກາງພັກ ເລຮົ່ງແອງ ກໍ່ໄດ້ມາໄວ້ອາໄລອະດີດນາຍົກລັດຖະມົນຕີ ຟານວັນຂາຍ ເຊັນດຽວກັນ.
 (ແຫຼ່ງຄັດຈາກ VOV)

top