ຂ່າວສານ

ແຈ້ງການກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ເຖິງຄະນະທຸຕານຸທູດແລະບັນດາອົງການຈັດຕັ້ງສາກົນ

      ກອງປະຊຸມຈະດຳເນີນແຕ່ວັນທີ 25 ມັງກອນ ຫາວັນທີ 02 ກຸມພາ 2021, ຢູ່ນະຄອນຫຼວງຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 1.587 ທ່ານທີ່ໄດ້ຕາງໜ້າໃຫ້ສະມາຊິກພັກ 5,1 ລ້ານຄົນ.
(ແຈ້ງການກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ)
      ການແຈ້ງຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ດຳເນີນໃນຕອນບ່າຍວັນທີ 18 ມັງກອນ, ຢູ່ຮ່າໂນ້ຍ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຫວຽດນາມ ຮ່ວາງບິ່ງກວນ ຢືນຢັນວ່າ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແມ່ນເຫດການການເມືອງສຳຄັນຍິ່ງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ແລະ ແມ່ນຂີດໝາຍສຳຄັນໃນວິວັດທະນາການພັດທະນາຂອງພັກ ແລະ ປະເທດຫວຽດນາມ.
        ກອງປະຊຸມຈະດຳເນີນແຕ່ວັນທີ 25 ມັງກອນ ຫາວັນທີ 02 ກຸມພາ 2021, ຢູ່ນະຄອນຫຼວງຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 1.587 ທ່ານທີ່ໄດ້ຕາງໜ້າໃຫ້ສະມາຊິກພັກ 5,1 ລ້ານຄົນ. ພິທີໄຂກອງປະຊຸມໃຫຍ່ຈະດຳເນີນໃນຕອນເຊົ້າວັນທີ 26 ມັງກອນ. ກ່ຽວກັບເນື້ອໃນຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ທ່ານ ຮ່ວາງບິ່ງກວນ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຈະປຶກສາຫາລື ແລະ ຮັບຮອງເອົາເອກະສານ 5 ສະບັບ. ຕາມທ່ານ ຮ່ວາງບິ່ງກວນ ແລ້ວ, ເລື່ອງສ້າງບັນດາຮ່າງເອກະສານນັ້ນໄດ້ຮັບການກະກຽມນັບແຕ່ກ່ອນ, ພິຖິພິຖັນ, ລະອຽດ, ມີພູມປັນຍາ, ປະຊາທິປະໄຕ ແລະ ນັບຖື.
        ກ່ຽວກັບວຽກງານບຸກຄະລາກອນ, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຮ່ວາງບິ່ງກວນ ຢືນຢັນວ່າ:
“ພັກກອມມູນິດຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດຕໍ່ວຽກງານພະນັກງານ, ຖືນີ້ແມ່ນຂອດແກ່ນສານຂອງໜ້າທີ່ແກ່ນສານ. ວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດໃໝ່ ໄດ້ຮັບການກະກຽມຢ່າງລະອຽດ, ລະມັດລະວັງ, ຮັບປະກັນລັກສະນະປະຊາທິປະໄຕ, ພາວະວິໄສ ແລະ ທ່ຽງທຳ, ຮັບປະກັນວ່າ ຄະນະບໍລິຫານງານສູນກາງພັກຊຸດໃໝ່ ຈະແມ່ນອົງການສາມັກຄີຢ່າງແທດຈິງ, ປອດໄສ, ໝັ້ນຂົງເຂັ້ມແຂງ, ເປັນຈິດໜຶ່ງໃຈດຽວທາງດ້ານເຈດຈຳນົງ ແລະ ການກະທຳ, ຢືດໝັ້ນກັບເປົ້າໝາຍເອກະລາດຊົນຊາດ ແລະ ລັດທິສັງຄົມນິຍົມ; ມີຄວາມພົ້ນເດັ່ນດ້ານພູມປັນຍາ, ມີວິໄສທັດຍຸດທະສາດ, ມີຈີນຕະນາການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ”.
        ເນື່ອງໃນໂອກາດນີ້, ທ່ານ ຮ່ວາງບິ່ງກວານ ໄດ້ແຈ້ງໃຫ້ຊາບວ່າ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຈະເຊີນຄະນະທຸຕານຸທູດ ແລະ ບັນດາອົງການຈັດຕັ້ງສາກົນປະຈຳຫວຽດນາມ ເຂົ້າຮ່ວມພິທີໄຂ ແລະ ພິທີອັດກອງປະຊຸມໃຫຍ່.
(ແຫຼ່ງຄັດຈາກ VOV)


top