ຂ່າວສານ

ແຈ້ງການກ່ຽວກັບກອງປະຊຸມຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ 12

      ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ດໍາເນີນກອງປະຊຸມຄັ້ງທີ 11 ເພື່ອປຶກສາຫາລື, ປະກອບຄໍາເຫັນໃສ່ບັນດາຮ່າງເອກະສານ ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງ  
      ວັນທີ 12 ຕຸລາ, ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ອອກແຈ້ງການໃຫ້ຮູ້ວ່າ ໃນລະຫວ່າງວັນທີ 07 – 12 ຕຸລາ 2019, ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ດໍາເນີນກອງປະຊຸມຄັ້ງທີ 11 ເພື່ອປຶກສາຫາລື, ປະກອບຄໍາເຫັນໃສ່ບັນດາຮ່າງເອກະສານ ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ; ບົດລາຍງານສະພາບການເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ ປີ 2019; ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ ປີ 2020 ແລະ ບັນຫາອື່ນໆຈໍານວນໜຶ່ງ. ຄະນະບໍລິຫານງານສູນກາງພັກ ກໍໄດ້ປຶກສາຫາລື, ປະກອບຄໍາເຫັນໃສ່ແຜນການການເງິນງົບປະມານໄລຍະ 3 ປີ 2020 – 2022 ອີກດ້ວຍ.
 (ແຫຼ່ງຄັດຈາກ VOV)


top