ຂ່າວສານ

ແຈ້ງການກອງປະຊຸມຄັ້ງທີ 7 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 14


ກອງ​ປະ​ຊຸມ​ຄັ້ງ​ທີ 7, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14
(ພາບ​: quochoi.vn)
      ​​​ໃນ​ລະ​ຫວ່າງວັນ​ທີ 20 - 21/02, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ໄດ້​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 7 ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ. ທີ່ກອງ​ປະ​ຊຸມ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ປະ​ມວນ​ກົດ​ໝາຍ​ອາ​ຍາ; ຮ່າ​ງ​ກົດ​ໝາຍ​ວ່າ​ດ້ວຍ​ຊົນ​ລະ​ປະ​ທານ. ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຍັງ​ໃຫ້​ຄຳ​ເຫັນ​ໃສ່​​ບັນ​ຊີລາຍ​ຊື່ ແລະ ​ການ​ຈັດ​ແບ່ງ​​ທຶນລະ​ອຽດ​ໃຫ້​ແຕ່​ລະ​ໂຄງ​ການ​ໃນ​ແຜນ​ການ​ລົງ​ທຶນ​​ສາ​ທາ​ລະ​ນະໄລ​ຍະ​ກາງ​ 2016 – 2020… ກໍ່​ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄຳ​ເຫັນ​ໃສ່​ກ່ຽວ​ກັບ​ຮ່າງ​ມະ​ຕິ​ກຳ​ນົດ​ເພີ່ມ​ເຕີ່ມ​ບາງ​ລະບອບ ແລະ ເງື່ອນ​ໄຂ​ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ. ສະ​ເໜີ​ໃຫ້​ອົງ​ການ​ຮຽບ​ຮຽງ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການກວດ​ກາ​ຮັບ​ເອົາ​ຄຳ​ເຫັນ, ປັບ​ປຸງ ແລະ ສ້າງ​ຮ່າງ​​ມະ​ຕິ​ໃຫ້​ສົມ​ບູນ ເພື່ອ​ຍື​່ນ​ສະ​ເໜີ​ຕໍ່​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ​ທີ່ກອງ​ປະ​ຊຸມ​ຄັ້ງ​ຕໍ່​ໄປ.
 (ແຫຼ່ງຄັດຈາກ VOV)

top