ຂ່າວສານ

ແຄ໋ງຮ່ວາ: ຊາວປະມົງເລີ່ມເດີນທະເລຫາປາຢູ່ເຂດທະເລເຈື່ອງຊາ

      ຕອນຄ່ຳວັນທີ 21 ກຸມພາ, ກົງກັບວັນທີ 6 ບຸນເຕັດ, ຊາວປະມົງໄດ້ຖືແມ່ນວັນດີ, ສະນັ້ນບັນດາກ່ຳປັ່ນຫາປາຢູ່ແຂວງແຄ໋ງຮ່ວາ ໄດ້ເລີ່ມເດີນທະເລຫາປາຢູ່ເຂດທະເລເຈື່ອງຊາ, ເລີ່ມຕົ້ນການຫາປາຂອງປີໃໝ່.

(ຊາວປະມົງເລີ່ມເດີນທະເລຫາປາຢູ່ເຂດທະເລເຈື່ອງຊາ)
      ນັບແຕ່ຮຸ່ງເຊົ້າ, ບັນຍາກາດຢູ່ບັນດາທ່າກ່ຳປັ່ນ ລຽບຕາມເຂດແຄມທະເລຂອງແຂວງແຄ໋ງຮ່ວາ ກັບມາຟົດຟື້ນຄືນອີກ, ບັນດາຊາວປະມົງໄດ້ທຳພິທີເລີ່ມເດີນທະເລເພື່ອຫາປາ. ຢູ່ທ່າກ່ຳປັ່ນຫາປາ ວິ້ງເລືອງ, ທາງພາກເໜືອຂອງ ຍາຈາງ, ເຊິ່ງແມ່ນແຫ່ງທີ່ຖືກຜົນເສຍຫາຍຢ່າງຮ້າຍແຮງຈາກພາຍຸ Damrey ກ່ອນນີ້ 3 ເດືອນ ກໍ່ມີກ່ຳປັ່ນຢ່າງຫຼວງຫຼາຍ. ລຸ່ງ ຫງວຽນຊວນກວາງ, ຊາວປະມົງຢູ່ຕາແສງ ວິ້ງເລືອງ ໃຫ້ຮູ້ວ່າ,  ພາຍຸ Damrey ໄດ້ເຮັດໃຫ້ກ່ຳປັ່ນ 2 ລຳຈົມນ້ຳ, ເສຍຫາຍເກືອບ 500 ລ້ານດົ່ງ. ພາຍຫຼັງພາຍຸ, ລຸ່ງ ກວາງ ໄດ້ຕັດສິນໃຈກູ້ຢືມທຶນມາສ້ອມແປງກ່ຳປັ່ນເພື່ອທັນເດີນທະເລໃນຍາມຕົ້ນປີໃໝ່.
        “ພາຍຫຼັງກ່ຳປັ່ນຈົມນ້ຳນັ້ນ, ຄອບຄົວຂ້າພະເຈົ້າເປັນກັງວົນທີ່ສຸດ, ໄປຢຶມເງິນມາສ້ອມແປງໃຫ້ທັນໄປທຳມາຫາກິນ. ຫວັງວ່າການອອກສູ່ທະເລໃນຍາມຕົ້ນປີໃໝ່ຈະຫາປາໄດ້ຫຼາຍ. ແລະກໍ່ຫວັງວ່າ, ລັດຈະມີບັນດານະໂຍບາຍຕື່ມອີກເພື່ອສ້າງເງື່ອນໄຂສະດວກໃຫ້ຊາວປະມົງທຳມາຫາກິນ”.
        ໃນຂະນະນັ້ນ, ຢູ່ທ່າກ່ຳປັ່ນປາ ຮ່ອນເຣີ໋, ນະຄອນຍາຈາງ, ບັນດາກ່ຳປັ່ນຫາປາຢູ່ເຂດໄກຝັ່ງຂອງຊາວປະມົງບັນດາແຂວງທິດໃຕ້ພາກກາງກໍ່ໄດ້ກໍ່ແຖວກັນເຂົ້າທຽບທ່າຢ່າງຫຼວງຫຼາຍ. ບັນດາກ່ຳປັ່ນຫາປາດັ່ງກ່າວແມ່ນກັບມາຈາກເຂດທະເລເຈື່ອງຊາ. ໃນເວລາເກືອບ 10 ວັນຜ່ານມາ, ກ່ຳປັ່ນແຕ່ລະລຳເມື່ອເຂົ້າທຽບທ່າລ້ວນຫາປາໄດ້ແຕ່ 10 – 20 ໂຕນ.
 (ແຫຼ່ງຄັດຈາກ VOV)

top