ຂ່າວສານ

ແຂວງ​ແຄັງ​ຮ່​ວາ​ພ້ອມ​ແລ້ວ​ທີ່​ຈະ​ປະ​ກາດ​ສິ້ນ​ສຸດໂລກ​ລະ​ບາດ COVID-19

ພາຍຫຼັງສຸມໃສ່ການປ້ອງກັນ, ຕ້ານໂລກລະບາດມາເປັນເວລາ 1 ເດືອນ, ແຂວງແຄັງຮ່ວາ ມີເງື່ອນໄຂຢ່າງຄົບຖ້ວນ ເພື່ອປະກາດສິ້ນສຸດໂລກລະບາດອັກເສບປອດຈາກໄວຣັດໂຄໂຣນາ ສາຍພັນໃໝ່ (Covid-19) ກໍ່ຂຶ້ນ.

ພາບ: ຜູ້ຕິດເຊື້ອ 
Covid-19 ຜູ້ດຽວຢູ່ແຂວງແຄັງຮ່ວາໄດ້ຮັບການປິ່ນປົວດີແລ້ວ

ແຄັງຮ່ວາ ແມ່ນໜຶ່ງໃນບັນດາທອ້ງຖິ່ນທຳອິດໃນທົ່ວປະເທດ ເກີດໂລກລະບາດດັ່ງກ່າວ. ໃນ 1 ເດືອນທີ່ຜ່ານມາ, ທາງແຂວງໄດ້ຜັນຂະຫຍາຍຫຼາຍມາຕະການຮັບມືຢ່າງຄົບຊຸດ. ນອກຈາກໂຮງໝໍເຂດຮ້ອນແລ້ວ, ໂຮງໝໍອີກ 5 ແຫ່ງກໍ່ພ້ອມແລ້ວທີ່ຈະຮັບມືກັບໂລກລະບາດ. ມີຈຳນວນເງິນກ່ວາ 12.2 ຕື້ດົ່ງໄດ້ຮັບການແຈກຢາຍຢ່າງວ່ອງໄວເພື່ອປ້ອງກັນ ແລະ ຕ້ານໂລກລະບາດ. ຜ້າອັດປາກ-ດັງນັບໝື່ນໆອັນ ໄດ້ແຈກຢາກຟີໃກ້ປະຊາຊົນ. ບັນດາບໍລິສັດທ່ອງທ່ຽວໄດ້ປະຕິບັດເປັນຢ່າງດີ ການກວກອູນຫະພູມຮ່າງກ່າຍ, ແຈກຢາຍຜ້າອັດປາກ-ດັງ, ນ້ຳຢາສີດຂ້າເຊື້ອໃຫ້ແກ່ແຂກທ່ອງທ່ຽວ. ມາຮອດຈຸດເວລານີ້, ແຂວງແຄັງຮ່ວາ ຍັງຄົງຮັກສາໄດ້ຈຳນວນແຂກທ່ອງທ່ຽວເອີລົບຢ່າງເປັນປົກກະຕິ. ແຂກທ່ອງທ່ຽວພາຍໃນປະເທດກໍ່ຍາດແຍ່ງເວລາລູກໄດ້ພັກຮຽນເພື່ອໄປທ່ອງທ່ຽວ. ນາງຫງວຽນທິຮວາ ແຂກທ່ອງທ່ຽວຮ່າໂນ້ຍ ໃຫ້ຮູ້ວ່າ:

   ປະຈຸບັນ, ແຄັງຮວາ ບໍ່ມີກໍລະນີຕ້ອງແຍກຕົວອອກຢູ່ຕ່າງຫາກແລ້ວ, ສະນັ້ນຂ້າພະເຈົ້າກໍ່ມີຄວາມອຸ່ນອຽນໃຈ. ບັນດາຜູ້ທີ່ເຄີຍໄປທ່ອງທ່ຽວ, ມາຈາກເຂດມີໂລກລະບາດຄື ອູຮັ້ນ ກໍ່ບໍ່ມີແລ້ວ, ບໍ່ມີຫຍັງຕ້ອງເປັນຫ່ວງກັງວົນ.

 (ແຫຼ່ງຄັດຈາກ VOV)


top