ຂ່າວສານ

ແຂວງ​ເຊີນ​ລາ ເອົາ​ໃຈ​ໃສ່​ຕໍ່​ການ​ບຳ​ລຸງ​ສ້າງ​ນັກ​ສຶກ​ສາ ລາວ

ເຖິງວ່າຢູ່ຫ່າງໄກຈາກຄອບຄົວ, ຢູ່ຕ່າງແດນ, ຕ່າງພາສາ, ຕ່າງວັດທະນະທຳ... ກໍຕາມ ແຕ່ນັກສຶກສາ, ພະນັກງານ ທີ່ມາຈາກ ປະເທດລ້ານຊ້າງ ທີ່ໄດ້ ແລະ ກຳລັງຮຽນຢູ່ ຫວຽດນາມ ເວົ້າລວມ ແລະ ແຂວງ ເຊີນລາ ເວົ້າສະເພາະ ລ້ວນແຕ່ຮູ້ສຶກວ່າ ນັ້ນແມ່ນໄລຍະເວລາທີ່ບໍ່ອາດຫຼົງລືມໄດ້. ເຂົາເຈົ້າບໍ່ພຽງແຕ່ຈະກາຍເປັນພະນັກງານຫຼັກແຫຼ່ງທີ່ມີຄຸນນະພາບມາຮັບໃຊ້ປະເທດເທົ່ານັ້ນ, ຫາກຍັງແມ່ນ “ແກ່ນສານ” ປະກອບສ່ວນສ້າງຄວາມຜູກພັນ, ເພີ່ມພູນຄູນສ້າງໃຫ້ແກ່ໄມຕີຈິດມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ - ລາວ ອີກດ້ວຍ.

ຜ່ານໄລຍະ 5 ເດືອນທີ່ສຶກສາຮ່ຳຮຽນ, ບັນດານັກສຶກສາ ລາວ ທີ່ມາຈາກບັນດາແຂວງ ພາກເໜືອຂອງ ລາວ ກໍຄ່ອຍມີຄວາມຮູ້ສຶກລຶ້ງເຄີຍກັບສະພາບແວດລ້ອມໃໝ່ຢູ່ແຂວງ ເຊີນລາ. ຄວາມຫຍຸ້ງຍາກໃນການຮຽນພາສາ ຫວຽດ, ການສື່ສານ ຫຼື ການດຳລົງຊີວິດກໍຄ່ອຍໆໄດ້ແກ້ໄຂ ຍ້ອນໄດ້ຮັບຄວາມເອົາໃຈໃສ່ຢ່າງສຸດຈິດສຸດໃຈຈາກ ຄູອາຈານ, ພ້ອມດ້ວຍບັນດາວິທີເຮັດທີ່ປະດິດສ້າງຄື: ຮູບແບບ “ຄູ່ເພື່ອນມິດ ຫວຽດ - ລາວ” (ນັກສຶກສາ ຫວຽດນາມ ໜຶ່ງຄົນ ຊ່ວຍເຫຼືອ ນັກສຶກສາ ລາວ ໜຶ່ງຄົນ); ຮຽນ ແລະ ຝຶກເວົ້າພາສາ ຫວຽດ ຜ່ານບົດເພງ; ຢ້ຽມຊົມທັດສະນະສຶກສາສະຖານທີ່ຮ່ອງຮອງປະຫວັດສາດ, ທັດສະນີຍະພາບ; ໄປຕະຫຼາດ, ຊື້ເຄື່ອງຂອງ… ເອື້ອຍ ເຈນນີ ມະໄລສານ ມາຈາກແຂວງ ຊຽງຂວາງ ພວມຮຽນພາສາ ຫວຽດ ຢູ່ ວິທະຍາໄລ ເຊີນລາ ແບ່ງປັນວ່າ:

ກ່ອນທີ່ມາຮຽນຢູ່ ຫວຽດນາມຂ້າພະເຈົ້າຮູ້ສຶກເປັນຫ່ວງເພາະວ່າຍັງບໍ່ທັນຮູ້ວິຖີຊີວິດ ແລະ ການຮຽນຢູ່ຫວຽດ ຈະເປັນແນວໃດໃນເວລາມາຮອດແຂວງ ເຊີນລາໄດ້ຮັບຄວາມເອົາໃຈໃສ່ຈາກຄູອາຈານພາຍຫຼັງເກືອບ 5 ເດືອນຮຽນພາສາ ຫວຽດຂ້າພະເຈົ້າກໍສາມາດເວົ້າໄດ້ຂຽນເປັນແລ້ວບັນດາຄູອາຈານ ຢູ່ທີ່ນີ້ ມີຫຼາຍວິທີສິດສອນ ຫຼື ອະທິບາຍດ້ວຍພາສາ ລາວ ເພື່ອໃຫ້ພວກຂ້ພະເຈົ້າເຂົ້າໃຈບົດຮຽນໄດ້ງ່າຍຂຶ້ນ.”

  ຄູອາຈານຢູ່ວິທະຍາໄລ ເຊີນລາ ໄດ້ປ່ຽນແປງໃໝ່ວິທີການຮຽນ-ການສອນ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການສອນພາສາ ຫວຽດ ໃຫ້ຄົນຕ່າງປະເທດ (ພາບ: VOV)  

ດ້ວຍຄວາມສຸດຈິດສຸດໃຈ ແລະ ນ້ຳໃຈຄວາມຮັບຜິດຊອບ, ບັນດາພະນັກງານ, ຄູອາຈານຢູ່ວິທະຍາໄລ ເຊີນລາ ໄດ້ປ່ຽນແປງໃໝ່ວິທີການຮຽນ-ການສອນ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການສອນພາສາ ຫວຽດ ໃຫ້ຄົນຕ່າງປະເທດ ແລະ ບຳລຸງສ້າງດ້ານວິຊາສະເພາະ; ເປັນເຈົ້າການໃນການຮຽນບຳລຸງພາສາ ລາວ ເພື່ອຮັບໃຊ້ໃຫ້ແກ່ການສິດສອນ, ການສື່ສານ, ຊ່ວຍເຫຼືອນັກຮຽນ. ໄປຄຽງຄູ່ກັນນັ້ນ, ທາງໂຮງຮຽນກໍໄດ້ຈັດກິດຈະກຳເຄື່ອນໄຫວຫຼາຍຢ່າງໃນມື້ວັນພັກ, ວັນບຸນໃຫຍ່ຂອງສອງປະເທດເພື່ອໃຫ້ນັກສຶກສາ ລາວ ແລະ ນັກສຶກສາ ຫວຽດນາມ ໄດ້ພົບປະແລກປ່ຽນ, ມີປະສົບການໃໝ່ ແລະ ປະກອບຄວາມຮູ້. ທ່ານ ຫງວຽນຊວັນຖັງ, ຮອງຜ້ອຳນວຍການ ວິທະຍາໄລເຊີນລາ ໃຫ້ຮູ້ວ່າ: ນັບແຕ່ປີ 2001 ມາຮອດປັດຈຸບັນ, ວິທະຍາໄລເຊີນລາ ໄດ້ຈັດຊຸດຝຶກອົບຮົມພາສາ ຫວຽດ  ແລະ ວິຊາສະເພາະ 20 ຊຸດໃຫ້ແກ່ນັກສຶກສາຢູ່ບັນດາແຂວງພາກເໜືອຂອງ ລາວ ເກືອບ 3000 ຄົນ. ທ່ານກ່າວວ່າ:

ທາງໂຮງຮຽນໄດ້ຜັນຂະຫຍາຍຫຼາຍນະໂຍບາຍໜູນຊ່ວຍນັກສຶກສາຄື ໄດ້ຈ່າຍເງິນເບ້ຍລ້ຽງ ຈາກງົບປະມານຂອງແຂວງຮັບປະກັນໃຫ້ຖືກຕ້ອງ ແລະ ຄົຖ້ວນໄປຄຽງຄູ່ກັນນັ້ນ ແມ່ນຈັດແຈງບ່ອນຢູ່ໃຫ້ ແລະ ຊ່ວຍຈ່າຍຄ່ານ້ຳຄ່າໄຟຊື້ ຈ່າຍຄ່າປະກັນສຸຂະພາບໃຫ້ຢ່າງຄົບຖ້ວນໃຫ້ພວກນ້ອງໄດ້ກວດປິ່ນປົວພະຍາດຕາມລະບອບນະໂຍບາຍ ເມື່ອມີຄວາມຕ້ອງການ…”.

ນັກສຶກສາ ລາວ ທຸກຄົນ ເມື່ອມາຮຽນຢູ່ແຂວງ ເຊີນລາ, ຖ້າຜູ້ໃດຍັງບໍ່ທັນຮູ້ພາສາ ຫວຽດ ກໍຈະໄດ້ຮຽນກຽມກ່ອນ 1 ປີ. ຫຼັງຈາກນັ້ນ ຈຶ່ງສັບຊ້ອນເຂົ້າຮຽນພ້ອມກັບນັກສຶກສາ ຫວຽດນາມ ຕາມຂະແໜງການ ຫຼື ຫຼັກສູດການຮຽນ ທີ່ໄດ້ລົງທະບຽນຢູ່ໂຮງຮຽນແຫ່ງຕ່າງໆຄື: ມະຫາວິທະຍາໄລ ເຕີຍບັກ, ວິທະຍາໄລເຊີນລາ, ວິທະຍາໄລແພດສາດ ເຊີນລາ, ໂຮງຮຽນຊັ້ນກາງ ວັດທະນະທຳສິລະປະ ແລະ ການທ່ອງທ່ຽວ ເຊີນລາ... ທ້າວ ຈອນນີ ພູທອນ, ມາຈາກແຂວງ ໄຊຍະບູລີ ແບ່ງປັນວ່າ:

ຂ້າພະເຈົ້າເລືອກໄປຮຽນຢູ່ ເຊີນລາ ເພາະວ່າ ຜ່ານການຊອກຮູ້ຂ້າພະເຈົ້າເຫັນວ່າ ວິທະຍາໄລເຊີນລາ ມີປະສົບການສອນພາສາ ຫວຽດ ໃຫ້ນັກສຶກສາ ລາວມາຫຼາຍປີແລ້ວ ແລະ ມະຫາວິທະຍາໄລ ເຕີຍບັກ ມີຂະແໜງ ເຕັກໂນໂລຢີຂໍ້ມູນຂ່າວສານ ເຊິ່ງເປັນຂະແໜງທີ່ຂ້າພະເຈົ້າຢາກຮຽນຂ້າພະເຈົ້າຈະພະຍາຍາມຮ່ຳຮຽນ ເພື່ອນຳເອົາຄວາມຮູ້ໄປປະກອບສ່ວນເຂົ້າໃນການສ້າງສາບ້ານເກີດເມືອງນອນໃນອະນາຄົດ.”

ໂດຍປະຕິບັດຕາມບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມລະຫວ່າງ ແຂວງ ເຊີນລາ ກັບບັນດາແຂວງພາກເໜືອຂອງ ລາວ, ນັບແຕ່ປີ 1969 ມາຮອດປັດຈຸບັນ, ແຂວງ ເຊີນລາ ໄດ້ບຳລຸງສ້າງພະນັກງານ, ນັກຮຽນ, ນັກສຶກສານັບພັນຄົນໃຫ້ແກ່ບັນດາແຂວງພາກເໜືອຂອງລາວ. ນັບແຕ່ປີ 2015 ມາຮອດປັດຈຸບັນ, ມີນັກສຶກສາລາວ ເກືອບ 3.000 ຄົນມາຮຽນຢູ່ ເຊີນລາ; ໃນນັ້ນມີກວ່າ 2.100 ຄົນ ໄດ້ຈົບການສຶກສາ ແລະ ກັບເມືອເຮັດວຽກຮັບໃຊ້ປະເທດຊາດ; ສ່ວນຍັງເຫຼືອກໍກຳລັງຮຽນຢູ່ໂຮງຮຽນແຫ່ງຕ່າງໆໃນບໍລິເວນແຂວງ. ນອກຈາກນັ້ນແລ້ວ, ຍັງມີພະນັກງານຢູ່ບັນດາແຂວງພາກເໜືອຂອງ ລາວ ກວ່າ 600 ຄົນ ໄດ້ຮັບການຮຽນບຳລຸງພາສາ ຫວຽດ ເພື່ອກັບເມືອຮັບໃຊ້ການເຮັດວຽກຢູ່ປະເທດຕົນ.

ທ່ານ ຫງວຽນວັນຈຽນ, ຫົວໜ້າພະແນກພົວພັນຕ່າງປະເທດ ແຂວງເຊີນລາ ຖືວ່າ: ມີນັກສຶກສາລາວ ຫຼາຍຄົນ ເປັນແຫຼ່ງບຸກຄະລາກອນຂອງກົງຈັກລັດ ແລະ ພະນັກງານ, ລັດຖະກອນ, ພາລະກອນນອນໃນແຜນກຳນົດພະນັກງານເພື່ອເປັນການນຳ, ນັກຄຸ້ມຄອງຂອງລາວ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນຢ່າງສູງເຊິ່ງບັນດາແຂວງຂອງລາວ ມີຕໍ່ແຂວງ ເຊີນລາ; ແລະ ກໍສ່ອງແສງໃຫ້ເຫັນຄວາມມານະພະຍາຍາມ, ໝາກຜົນຕັ້ງໜ້າໃນການເຄື່ອນໄຫວຮ່ວມມືກ່ຽວກັບການສຶກສາ, ບຳລຸງສ້າງເວົ້າສະເພາະ ແລະ ການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງແຂວງເຊີນລາ ກັບບັນດາແຂວງພາກເໜືອຂອງລາວ ເວົ້າລວມ:

ແຂວງ ເຊີນລາ ໄດ້ ເອົາໃຈໃສ່ເປັນພິເສດເຖິງການຮ່ວມມືບຳລຸງສ້າງພະນັກງານໃຫ້ແກ່ບັນດາແຂວງພາກເໜືອຂອງລາວຈຳນວນນັກສຶກສາທີ່ແຂວງເຊີນລາ ຮັບໃນແຕ່ລະປີລ້ວນແຕ່ເພີ່ມຂຶ້ນປີ 2022  2023, ເຊີນລາ ໄດ້ສ້າງແຜນການຈະຮັບສະໝັກນັກສຶກສາ 405 ຄົນ ຈາກບັນແຂວງພາກເໜືອຂອງລາວພວຂ້າພະເຈົ້າກໍເປັນເສນາທິການໃຫ້ແກ່ຄະນະກຳມະການປະຊາຊົນແຂວງ ຊີ້ນຳໃຫ້ບັນດາຮາກຖານການສຶກສາໃນລິເວນ ສືບຕໍ່ປັບປຸງຄຸ້ມຄອງຍົກສູງຄຸນນະພາບບຳລຸງສ້າງນັກສຶກສາ”.

  ຫໍພັກນັກສຶກສາ ລາວ ຢູ່ ເຊີນລາ (ພາບ: VOV) 

ມີນັກສຶກສາລາວຫຼາຍລຸ້ນຄົນຈົບການສຶກສາ ໄດ້ກັບເມືອປະເທດ ແລະ ເສີມຂະຫຍາຍໄດ້ກຳລັງຄວາມສາມາດ, ມີວິຊາສະເພາະໜັກແໜ້ນ, ມີຄວາມຊຳນານກ່ຽວກັບທັກສະວິຊາອາຊີບ, ກາຍເປັນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງປະເທດຊາດ. ຜ່ານນັ້ນ, ປະກອບສ່ວນຮັດແໜ້ນສາຍພົວພັນໄມຕີຈິດມິດຕະພາບແບບຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ ເວົ້າລວມ, ລະຫວ່າງແຂວງ ເຊີນລາ ແລະ ບັນດາແຂວງພາກເໜືອລາວ ເວົ້າສະເພາະ./.


top