ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ຮັບຮູ້ວ່າ ບັ້ນເຄື່ອນໄຫວກວາງຈຸງ ຢູ່ຢາລາຍມາຮອດປັດຈຸບັນໄດ້ປະຕິບັດສຳເລັດຕາມຄວາມຄືບໜ້າທີ່ໄດ້ວາງອອກໂດຍພື້ນຖານ.
ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ລົງ ກວດກາ, ຊຸກຍູ້ຄວາມຄືບໜ້າຜັນຂະຫຍາຍປະຕິບັດບັ້ນເຄື່ອນໄຫວ ກວາງຈຸງ ຢູ່ຕາແສງຕຸຍເຟືອກດົງ (ພາບ: VGP)
ວັນທີ 12 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ພ້ອມກັບຄະນະປະຕິບັດງານຂອງລັດຖະບານໄດ້ມີການເຮັດວຽກັບຄະນະກຳມະການປະຊາຊົນແຂວງ ຢາລາຍກ່ຽວກັບສະພາບການແກ້ໄຂຜົນຕາມມາຈາກໄພທຳມະຊາດ ແລະ ຄວາມຄືບໜ້າໃນການຜັນຂະຫຍາຍກໍ່ສ້າງ, ສ້ອມແປງເຮືອນຢູ່ໃຫ້ແກ່ປະຊາຊົນຖືກຜົນເສຍຫາຍຍ້ອນພາຍຸ, ຝົນຕົກນ້ຳຖ້ວມກໍ່ຂຶ້ນໃນປີ 2025, ຈຸດສຸມແມ່ນການປະຕິບັດ ບັ້ນເຄື່ອນໄຫວກວາງຈຸງ.
ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ຮັບຮູ້ວ່າ ບັ້ນເຄື່ອນໄຫວກວາງຈຸງ ຢູ່ຢາລາຍມາຮອດປັດຈຸບັນໄດ້ປະຕິບັດສຳເລັດຕາມຄວາມຄືບໜ້າທີ່ໄດ້ວາງອອກໂດຍພື້ນຖານ. ທ່ານຮອງນາຍົກລັດຖະມົນຕີ ສະເໜີທາງແຂວງສືບຕໍ່ລະດົມກຳລັງຢ່າງສຸດຂີດ, ສູ້ຊົນຮອດວັນທີ 15 ມັງກອນກໍ່ສ້າງສຳເລັດເຮືອນຫຼັງຕ່າງໆໃຫ້ແກ່ປະຊາຊົນ, ເພື່ອໃຫ້ປະຊາຊົນໄດ້ຮັບຕ້ອນບຸນປີໃໝ່ປະຈຳຊາດໃນເຮືອນຫຼັງໃໝ່.
ຢູ່ແຂວງດັກລັກ, ພາຍຫຼັງເວລາກວ່າໜຶ່ງເດືອນ, ພະນັກງານ, ນັກຮົບບັນດາເຫຼົ່າຮົບຂຶ້ນກັບກະຊວງປ້ອງກັນປະເທດ, ທະຫານເຂດ 5 ແລະ ທະຫານທ້ອງຖິ່ນ ໄດ້ປະຕິບັດສຳເລັດ “ບັ້ນເຄື່ອນໄຫວກວາງຈຸງ”.