ຂ່າວສານ

ແຂວງແຄ໋ງຮ່ວາປາດຖະໜາຢາກດຶງດູດການລົງທຶນຫຼາຍກ່ວາຈາກພື້ນຖານເສດຖະກິດຍີ່ປຸ່ນ

ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ແຄ໋ງ​ຮ່​ວາ ເລ​ດຶກວີງ (ຜູ້​ຍື່ນ​ທີ 5 ນັບ​ແຕ່​
ເບື້ອງ​ຊ້າຍ) ແລະ ບັນ​ດາ​ຜູ້​ແທນ​ ຍີ່​ປຸ່​ນ
(ພາບ: Tiên Minh - TTXVN)
      ວັນ​ທີ 1/3, ທ່ານ ເລ​ດຶກວີງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂ​ວງ ແຄ໋ງ​ຮ່​ວາ ໄດ້​ຕ​້ອນ​ຮັບ​ຄະ​ນະ​ຜູ້​ແທນ ຍີ່​ປຸ່ນ, ພວມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ APEC 2017 ຢູ່​ນະ​ຄອນ ຍາ​ຈາງ. ທີ່​ການ​ຕ້ອນ​ຮັບ, ການ​ນຳ​ແຂວງ ແຄ໋ງ​ຮ່​ວາ ໄດ້​ແນະ​ນຳ​ກ່ຽວ​ກັບ​ຄວາມ​ສ​າ​ມາດ​ບົ່ມ​ຊ້ອນ​ດ້ານ​ເສດ​ຖະ​ກິດ​ທະ​ເລ ແລະ ບັນ​ດາ​ການ​ກຳ​ນົດ​ທິດ, ບຸ​ລິ​ມະ​ສິດ​ຮຽກ​ຮ້ອງ​ການ​ລົງ​ທຶນ​ຂອງ​ທ້ອງ​ຖິ່ນ. ປະ​ຈຸ​ບັນ, ຢູ່​ແຂວງນີ້​ມີ 6 ໂຄງ​ການ​ມີເງິນ​ລົງ​ທຶນ​ຂອງ ຍີ່​ປຸ່ນ. ການ​ນຳ​ແຂວງ ແຄ໋ງ​ຮ່​ວາ ປາດ​ຖະ​ໜາ​ວ່າ ບັນ​ດາ​ຜູ້​ແທນ ຍີ່​ປຸ່ນ ເປັນ​ຂົວ​ຕໍ່​ເພື່ອ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ, ວິ​ສາ​ຫະ​ກິດ​ຂອງ ຍີ່​ປຸ່ນ ເພີ່ມ​ທະ​ວີ​ການ​ລົງ​ທຶນ, ທຳ​ມະ​ຫາ​ກິນ​ຢູ່ແຂວງ ແຄ໋ງ​ຮ່​ວາ. ທ່ານ ເລ​ດຶກວີງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ແຄ໋ງ​ຮ່​ວາ ໃຫ້​ຮູ້​ວ່າ: ໄລ​ຍະ​ຈະ​ມາ​ເຖິງ, ແຂວງ​ຈະ​ຈັດ​ຕັ້ງ​ການ​ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່ ຍີ່​ປຸ່ນ:
        “ແຂກ​ທ່ອງ​ທ່ຽ​ວ​ຈາກ ຍີ່​ປຸ່ນ ມາແຄ໋ງ​ຮ່​ວາ ​ຍັງບໍ່​ທັນຫຼາຍ, ດັ່ງ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ຢາ​ກ​ໂຄ​ສະ​ນາ​ພາບ​ພົ​ດ​ຂອງ​ນະ​ຄອນ ຍາ​ຈາງ - ແຄ໋ງ​ຮ່​ວາ ເຖິງ​ບັນ​ດາ​ແຂວງ​ຂອງ ຍີ່​ປຸ່ນ, ຜ່ານນັ້ນ​ຈຶ່ງ​ດຶງ​ດູດ​ແຂ​ກ​ທ່ອງ​ທ່ຽວ​ໄດ້. ພວກ​ຂ້າ​ພະ​ເຈົ້າ​ກໍ່​ຢາກ​ຮຽກ​ຮ້ອງ​ການ​ລົງ​ທຶນ​ໃນ​ຂົງ​ເຂດ​ຕ່າງໆ​ຄື: ເອ​ເລັກ​ໂຕ​ນິກ, ກ່ຽວ​ຂ້ອງ​ເຖິງ​ການ​ຕໍ່​ກ່ຳ​ປັ່ນ, ອຸດ​ສາ​ຫະ​ກຳ​ສຳ​ຮອງ​​ຕໍ່​ກ່ຳ​ປັ່ນຢູ່​ແຂວງ​ແຄ໋ງ​ຮ່ວາ.”
 (ແຫຼ່ງຄັດຈາກ VOV)
 

top