ຂ່າວສານ

ແຂວງແຄ໋ງຮ່ວາ: ເປີດສະຫຼອງສະຖານີສະໜາມບິນສາກົນລະດັບ 4 ດາວທຳອິດຢູ່ ຫວຽດນາມ

ໂຄງການ ສະຖານີທ່າອາກາດສະຍານສາກົນ ກາມແຣງ ໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນກັນຍາ 2016

ພິທີເປີດສະຫຼອງສະຖານີຮັບຜູ້ໂດຍສານສາກົນຢູ່ທ່າອາກາດສະຍານ ກາມແຣງ 

ວັນທີ 30 ມິຖຸນາ, ບໍລິສັດຫຸ້ນສ່ວນສະຖານີສາກົນ ກາມແຣງ ໄດ້ເປີດສະຫຼອງສະຖານີສາກົນຢູ່ທ່າອາກາດສະຍານສາກົນ ກາມແຣງ. ນີ້ແມ່ນສະຖານີທ່າອາກາດສະຍານບັນລຸມາດຖານ 4 ດາວລະດັບສາກົນແຫ່ງທຳອິດຢູ່ ຫວຽດນາມ.

        ໂຄງການ ສະຖານີທ່າອາກາດສະຍານສາກົນ ກາມແຣງ ໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນກັນຍາ 2016, ດ້ວຍສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະທີ່ເລີ່ມມາຈາກຮັງນົກແອນ, ເຊິ່ງເປັນຜະລິດຕະພັນທີ່ເປັນເອກະລັກສະເພາະຂອງແຂວງ ແຄ໋ງຮ່ວາ. ກ່າວຄຳເຫັນທີ່ພິທີເປີດສະຫຼອງ, ທ່ານ ຫງວຽນວັນເຖ, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ເນັ້ນໜັກວ່າ: ເລື່ອງເປີດສະຫຼອງທ່າອາກາດສະຍານແຫ່ງໃໝ່ນີ້ໄດ້ແກ້ໄຂສະພາບການຮັບຜູ້ໂດຍສານເກີນກຳນົດຂອງສະຖານີເກົ່າຂອງສະໜາມບິນສາກົນ ກາມແຣງ, ພ້ອມທັງປະກອບສ່ວນເຂົ້າໃນການເຊື່ອມຕໍ່ແຂວງ ແຄ໋ງຮ່ວາ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ ກັບເພື່ອນມິດສາກົນ.

 (ແຫຼ່ງຄັດຈາກ VOV)
 


top