ຂ່າວສານ

ແຂວງແຄ໊ງຮ່ວາ ຕ້ອງເປັນກຳລັງໜູນໃນການພັດທະນາຂອງເຂດແຄມທະເລຕອນໃຕ້ພາກກາງ ແລະ ເຂດໄຕງວຽນ

      ໃນໄລຍະຈະມາເຖິງ, ແຂວງແຄ໊ງຮ່ວາ ຕ້ອງປະຕິບັດຂໍ້ສະຫຼຸບຂອງກົມການເມືອງກ່ຽວກັບການສ້າງ, ພັດທະນາແຂວງແຄ໊ງຮ່ວາ ຮອດປີ 2020 ແລະ ວິໄສທັດຮອດປີ 2030. 

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່
      ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ ອົງຄະນະພັກ ແຂວງແຄ໊ງຮ່ວາ ຄັ້ງທີ XVIII, ອາຍຸການ 2020 – 2025, ເຊິ່ງໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 13 ຕຸລາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ, ແຂວງແຄ໊ງຮ່ວາ ຕ້ອງປະຕິບັດຂໍ້ສະຫຼຸບຂອງກົມການເມືອງກ່ຽວກັບການສ້າງ, ພັດທະນາແຂວງແຄ໊ງຮ່ວາ ຮອດປີ 2020 ແລະ ວິໄສທັດຮອດປີ 2030. ແຂວງແຄ໊ງຮ່ວາ ຕ້ອງນຳໃຊ້ບັນດາບຸລິມະສິດເພື່ອດຶງດູດບັນດາໂຄງການລົງທຶນໃຫຍ່. ທ່ານນາງ ຫງວຽນທິກິມເງິນໃຫ້ຮູ້ວ່າ:
        ແຄ໊ງຮ່ວາມີທີ່ຕັ້ງຍຸດທະສາດ ສຳຄັນທີ່ສຸດກ່ຽວກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງທົ່ວປະເທດ ແລະ ເຂດພາກກາງ - ໄຕງວຽນ, ແມ່ນປະຕູເຂົ້າອອກສູ່ ເຂດໄຕງວຽນ, ມີທ່າກຳປັ່ນທະຫານເຮືອ ກຳແຣງ ແລະ ພິເສດແມ່ນມີເມືອງ ເຈື່ອງຊາ, ໂດຍເປັນແນວໜ້າໃນການປົກປັກຮັກສາ ອະທິປະໄຕຜືນແຜ່ນດີນທີ່ສັກກະລະບູຊາຂອງປະເທດຊາດ. ດັ່ງນັ້ນ, ແຄ໊ງຮ່ວາຕ້ອງສົມທົບກັນຢ່າງແໜ້ນແຟ້ນ ການພັດທະນາເສດຖະກິດ - ສັງຄົມ ກັບການປັບປຸງການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ເປັນເຈົ້າການໃນການຄົ້ນຄ້ວາ, ຄາດຄະເນລ່ວງໜ້າສະພາບການ, ມີວິທີການຮັບມື, ບໍ່ປະໃຫ້ຖືກຕົກເຂົ້າສູ່ທ່າຮັບຢ່າງກະທັນຫັນ, ຮັກສາສະຖຽນລະພາບຄວາມໝັ້ນຄົງ ດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍສັງຄົມ, ປົກປັກຮັກສາອະທິປະໄຕເຂດນ້ຳແດນດິນ, ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ, ເພື່ອແນໃສ່ສ້າງສະພາບແວດລ້ອມແຫ່ງສະຖຽນລະພາບ ເພື່ອໃຫ້ແຂວງພັດທະນາໃນທຸກຂົງເຂດຢ່າງຮອບດ້ານ.
(ແຫຼ່ງຄັດຈາກ VOV)

top