ຂ່າວສານ

ແຂວງລາວກາຍ ປະກາດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 120 ປີແຫ່ງການທ່ອງທ່ຽວ ຊາປາ

ນອກຈາກນັ້ນ, ຍັງມີຫຼາຍເຫດການ, ລາຍການທີ່ເປັນເອກະລັກສະເພາະ,ຄື: ງານແຂ່ງຂັນຊີງລາງວັນບານສົ່ງຍິງສາກົນ VTV Cup, ໃນໄຕມາດ III 2023
  ພາບປະກອບ  

ວັນທີ 14 ເມສາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ແຂວງ ລາວກາຍ ໄດ້ຈັດກອງປະຊຸມຖະແຫຼງຂ່າວປະກາດກ່ຽວກັບບັນດາເຫດການຕອບສະໜອງການສະເຫຼີມສະຫຼອງ 120 ປີແຫ່ງການທ່ອງທ່ຽວ ຊາປາ. ພິທີສະເຫຼີມສະຫຼອງ 120 ປີການທ່ອງທ່ຽວ ຊາປາ (1903 – 2023) ຄາດວ່າຈະຈັດຂຶ້ນໃນກາງເດືອນ ກັນຍາ 2023, ຢູ່ເທດສະບານ ຊາປາ. ພິທີສະເຫຼີມສະຫຼອງລວມມີບັນດາລາຍການສະແດງສິລະປະພິເສດ ແນະນຳເສັ້ນທາງ 120 ປີແຫ່ງການທ່ອງທ່ຽວ ຊາປາ. ນີ້ກໍ່ແມ່ນເຫດການຕອບສະໜອງປີທ່ອງທ່ຽວແຫ່ງຊາດ 2023.

ນອກຈາກນັ້ນ, ຍັງມີຫຼາຍເຫດການ, ລາຍການທີ່ເປັນເອກະລັກສະເພາະ,ຄື: ງານແຂ່ງຂັນຊີງລາງວັນບານສົ່ງຍິງສາກົນ VTV Cup, ໃນໄຕມາດ III 2023, ຢູ່ນະຄອນ ລາວກາຍ; ການທ່ອງທ່ຽວກິລາງພະຈົນໄພ ຢູ່ເຂດປ່າສະຫງວນແຫ່ງຊາດ ຮ່ວາງລຽນເຊີນ; ງານມະໂຫລານອາຫານການກິນ ສາກົນ ໃນເດືອນ ກັນຍາ ແລະ ເດືອນ ຕຸລາ ປີ 2023….

ເນື່ອງໃນໂອກາດນີ້, ແຂວງ ລາວກາຍ ຈະເປີດສະຫຼອງ, ເລີ່ມລົງມືກໍ່ສ້າງກິດຈະກຳ, ໂຄງການຈຸດສຸມສະເຫຼີມສະຫຼອງ 120 ປີແຫ່ງການທ່ອງທ່ຽວ ຊາປາ.


top