ຂ່າວສານ

ແຂວງບັ໊ກຢາງຊຸກຍູ້ການທ່ອງທ່ຽວຢູ່ພາຍໃນປະເທດ

ແຂວງ ບັ໊ກຢາງ ໄດ້ຈັດພິທີໄຂລາຍການ “ຊາວຫວຽດນາມ ໄປທ່ອງທ່ຽວຢູ່ຫວຽດນາມ”.

 
ພິທີໄຂລາຍການ “ຊາວຫວຽດນາມ ໄປທ່ອງທ່ຽວຢູ່ຫວຽດນາມ”

(ພາບ: TTXVN)


ວັນທີ 14 ມິຖຸນາ, ຢູ່ເຂດທ່ອງທ່ຽວຊີວະພາບ ຊ໊ວຍເມີ້, ເມືອງ ລູກນາມ, ຄະນະຊີ້ນຳພັດທະນາການທ່ອງທ່ຽວແຂວງ ບັ໊ກຢາງ ໄດ້ຈັດພິທີໄຂລາຍການ “ຊາວຫວຽດນາມ ໄປທ່ອງທ່ຽວຢູ່ຫວຽດນາມ”.

        ລາຍການແມ່ນເພື່ອແນະນຳໃຫ້ບັນດາວິສາຫະກິດທີ່ດຳເນີນທຸລະກິດການທ່ອງທ່ຽວ ແລະ ນັກທ່ອງທ່ຽວກ່ຽວກັບບັນດາເຂດ, ສະຖານທີ່ທ່ອງທ່ຽວຢູ່ບັ໊ກຢາງ; ໂຄສະນາບັນດາສະຖານທີ່ທ່ອງທ່ຽວ, ບັນດາຜະລິດຕະພັນທ່ອງທ່ຽວທີ່ດູດດື່ມ; ບັນດາທິວທັດທຳມະຊາດທີ່ມີຊື່ສຽງຢູ່ໃນແຂວງ. ບັນດາວິສາຫະກິດ, ຮາກຖານດຳເນີນການບໍລິການທ່ອງທ່ຽວຢູ່ແຂວງ ບັ໊ກຢາງ ໄດ້ລົງນາມບັນດາລາຍການຊຸກຍູ້ການທ່ອງທ່ຽວ, ພານັກທ່ອງທ່ຽວມາຢ້ຽມຢາມດ້ວຍບັນດາເນື້ອໃນແທດຈິງລະອຽດຄື: ມີໂປຼໂມຊັ່ນ, ຫຼຸດລາຄາການບໍລິການທ່ອງທ່ຽວ…

(ແຫຼ່ງຄັດຈາກ VOV)


top