ຂ່າວສານ

ແຂວງກວາງບິງ ຕ້ອງຜັນຂະຫຍາຍ ໂຄງການຈຸດສຸມກ່ຽວກັບການພັດທະນາບຸກຄະລາກອນປະສິດທິຜົນ

ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ແຂວງກວາງບິງ ເປັນເຈົ້າການສຳຫຼວດກວດກາຄືນ, ກະກຽມພະນັກງານຫຼັກແຫຼ່ງ, ພະນັກງານໜຸ່ມ, ພະນັກງານຍິງ ແລະ ພະນັກງານທີ່ເປັນຊົນເຜົ່າ.
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີງເຫວະ ກ່າວຄຳເຫັນທີ່ການເຮັດວຽກ  

ແຂວງກວາງບິງ ຕ້ອງຜັນຂະຫຍາຍ  ໂຄງການຈຸດສຸມກ່ຽວກັບ ການພັດທະນາບຸກຄະລາກອນປະສິດທິຜົນ ນີ້ແມ່ນການຊີ້ນຳຂອງ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີງເຫວະ ໃນຕອນບ່າຍວັນທີ 8 ມັງກອນ, ເມື່ອຢ້ຽມຢາມ ແລະ ອວຍພອນປີໃໝ່ ປະຈຳຊາດ ຫວຽດນາມ ຕໍ່ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງກວາງບິງ. ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ແຂວງກວາງບິງ ເປັນເຈົ້າການສຳຫຼວດກວດກາຄືນ, ກະກຽມພະນັກງານຫຼັກແຫຼ່ງ, ພະນັກງານໜຸ່ມ, ພະນັກງານຍິງ ແລະ ພະນັກງານທີ່ເປັນຊົນເຜົ່າ… ນັບແຕ່ຂັ້ນແຂວງຕະຫຼອດເມືອງ, ຕາແສງ ແລະ ຮາກຖານ. ພ້ອມກັນນັ້ນ, ແຂວງກໍ່ຕ້ອງສືບຕໍ່ເອົາໃຈໃສ່, ສ້າງໂຄງປະກອບ ຂະແໜງທ່ອງທ່ຽວຄືນໃໝ່ຢ່າງຮອບດ້ານ ທັງກ່ຽວກັບສະພາບແວດລ້ອມ, ໂຄງລ່າງ, ຊັບພະຍາກອນທຳມະຊາດ ແລະ ຜະລິດຕະພັນທ່ອງທ່ຽວ; ເອົາໃຈໃສ່ພັດທະນາຕົວເມືອງ ຕິດພັນກັບເສດຖະກິດຕົວເມືອງ.

        ເນື່ອງໃນໂອກາດນີ້, ທ່ານເວືອງດີງເຫວະ ໄດ້ກົດປຸມເລີ່//ມປະຕິບັດຕາມຮູບການທາງໄກ 3 ໂຄງການທີ່ເປັນກຳລັງໜູນຂອງແຂວງກວາງບິງ, ລວມມີ: ໂຄງການຂົວ ເຢິດເລະ 3, ໂຄງການສູນຄວບຄຸມໂລກພະຍາດ ແລະ ໂຄງການສູນກິລາຂອງແຂວງ.

        ກ່ອນໜ້ານີ້, ໃນຕອນເຊົ້າຂອງວັນດຽວກັນ, ທ່ານ ເວືອງດີງເຫວະ ໄດ້ຢ້ຽມຢາມ, ອວຍພອນປີໃໝ່ ຫວຽດນາມ ຢູ່ປ້ອມທະຫານປ້ອງກັນຊາຍແດນ ເຢິດເລະ (ແຂວງກວາງບິງ).

 


top