ຂ່າວສານ

ແຂວງ ເຊີນລາ (ຫວຽດນາມ) ມອບຜ້າອັດປາກ-ດັງໃຫ້ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ (ລາວ) 30.000 ອັນ

      ພະແນກສາທາລະນະສຸກ ແລະ ພະແນກການພົວພັນຕ່າງປະເທດແຂວງ ເຊີນລາ (ຫວຽດນາມ )ຫາກໍ່ມອບຜ້າອັດປາກ-ດັງ 30.000 ອັນໃຫ້ແກ່ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ (ລາວ).

 ແຂວງ ເຊີນລາ ມອບຜ້າອັດປາກ-ດັງໃຫ້ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ
      ທີ່ພິທີມອບ-ຮັບ, ການນຳພະແນກສາທາລະນະສຸກແຂວງ ເຊີນລາ ແລະ ແຂວງ ຫົວພັນໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. 2 ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ ຈະເພີ່ມທະວີການຮ່ວມມືກັບແຂວງ ເຊີນລາ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ເພື່ອຮັກສາສຸຂະພາບ ແລະ ຄວາມປອດໄພໃຫ້ແກ່ປະຊາຊົນ.
 (ແຫຼ່ງຄັດຈາກ VOV)


top