ຂ່າວສານ

ແຂວງ ຮູເປີຍ (ປະເທດຈີນ) ປະກາດມີຜູ້ເສຍຊີວິດຕື່ມອີກ 93 ຄົນ ຍ້ອນຕິດໄວຣັດ COVID 19

      ຕອນເຊົ້າວັນທີ 18 ກຸມພາ, ຄະນະກຳມະການສາທາລະນະສຸກແຂວງ ຮູເປີຍປະເທດຈີນ ໄດ້ຢັ້ງຢືນວ່າ ໃນວັນທີ 17 ກຸມພາ, ມີຜູ້ເສຍຊີວິດຍ້ອນ ເຊື້ອ COVID – 19 ຕື່ມອີກ 93 ຄົນ, ຍົກຈຳນວນຜູ້ເສຍຊີວິດຢູ່ສະເພາະແຂວງຮູເປີຍຂຶ້ນເປັນ 1.789ຄົນ. 

ພະນັກງານທາງການແພດສົ່ງຜູ້ຕິດເຊື້ອ COVID-19  ໄປຍັງ ໂຮງໝໍກາງສະໜາມ ຢູ່ແຂວງຮູເປີຍປະເທດຈີນໃນວັນທີ 4 ກຸມພາ 2020 (ພາບ: THX/TTXVN)
      ແລະກໍ່ໃນແຈ້ງການດັ່ງກ່າວ, ແຂວງຮູເປີຍໄດ້ຢັ້ງຢືນ ວ່າມີ 1.807 ກໍລະນີຕິດເຊື້ອ COVID - 19, ຍົກຈຳນວນກໍລະນີຜູ້ຕິດເຊື້ອຢູ່ແຂວງນີ້ຂຶ້ນເປັນ 59.989 ຄົນ. ໃນຂະນະນັ້ນ, ຈຳນວນຄົນເຈັບທີ່ໄດ້ຮັບການປິ່ນປົວຫາຍດີ ແລະ ໄດ້ອອກໂຮງໝໍຢູ່ແຂວງຮູເປີຍໃນປັດຈຸບັນແມ່ນ 7.862 ຄົນ. ຕາມຂໍ້ມູນທີ່ໄດ້ປະກາດຢູ່ແຂວງຮູ້ເປີຍ, ຈຳນວນຜູ້ເສຍຊີວິດຢູ່ຈີນປະຈຸບັນໄດ້ເພີ່ມຂຶ້ນແມ່ນ 1.863 ຄົນ.
            ຢູ່ກອງປະຊຸມຖະແຫຼງຂ່າວໃນວັນທີ 17 ກຸມພາ, ທ່ານນາງ Sun Yanrong, ຮອງຜູ້ອຳນວຍການສູນພັດທະນາເຕັກໂນໂລຢີຊີວະສາດ ຂຶ້ນກັບກະຊວງວິທະຍາສາດ ແລະ ເຕັກໂນໂລຢີຈີນໃຫ້ຮູ້ວ່າ:  Chloroquine Phosphate - ຊຶ່ງແມ່ນຢາຕ້ານໄຂ້ຍຸງຊະນິດໜຶຶ່ງ, ມີປະສິດທິຜົນຢ່າງຈະແຈ້ງໃນການປິ່ນປົວພະຍາດອັກເສບປອດ COVID – 19. ຕາມທ່ານນາງ Sun Yanrong ແລ້ວ, ບັນດານັກຊ່ຽວຊານສາທາລະນະສຸກ ໄດ້ເຫັນດີເປັນເອກະພາບຈະນຳໃຊ້ຢາ Chloroquine Phosphate ເຂົ້າ ປິ່ນປົວ COVID - 19 ແລະ ຈະນຳຢາດັ່ງກ່າວເຂົ້າທຳການທົດລອງ ໂດຍໄວ.
            ໃນເຫດການທີ່ກ່ຽວຂ້ອງ, ມີກຸ່ມນັກຊ່ຽວຊານລວມຂອງ ຈີນ ແລະ ອົງການອະນາໄມໂລກ (WHO) ຈະໄປ ປັກກິ່ງ, ແຂວງ ກວາງຕຸງ ແລະ ແຂວງ ຊືຈວານ ເພື່ອ ກວດກາສະພາບການຕົວຈິງຂອງວຽກງານປ້ອງກັນ, ຕ້ານ ແລະ ຄວບຄຸມເຊື້ອພະຍາດອັກເສບປອດ COVID -19
 (ແຫຼ່ງຄັດຈາກ VOV)


top