ຂ່າວສານ

ແຂວງ ລາວກາຍ ມີ 4 ມໍລະດົກວັດທະນະທຳບໍ່ເປັນວັດຖຸຕື່ມອີກ

      ເລື່ອງປະກາດ 4 ມໍລະດົກບໍ່ເປັນວັດຖຸລະດັບຊາດດັ່ງກ່າວ ຈະປະກອບສ່ວນສ້າງຄວາມສະດວກໃຫ້ແກ່ການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຄົມບັນດາເຜົ່າສ່ວນໜ້ອຍ
ງານບຸນແຂ່ງມ້າ ບັກຮ່າ
(ພາບ: TTXVN)
      ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຫາກໍ່ຮັບຮອງເອົາງານບຸນແຂ່ງມ້າ ບັກຮ່າ, ສິລະປະປະດັບໃນຊຸດອາພອນຂອງຊາວເຜົ່າ ມົ້ງຮວາ ເມືອງ ບັກຮ່າ, ສິລະປະປະດັບໃນຊຸດອາພອນຂອງຊາວເຜົ່າ ນຸ່ງ ຢູ່ເມືອງ ເມື່ອງເຄືອງ ແລະ ອາຊີບເຮັດພາບບູຊາຂອງຊາວເຜົ່າ ຢາວແດງ ຢູ່ເທດສະບານ ຊາປາ ແມ່ນ 4 ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ດ້ວຍເລື່ອງປະກາດ 4 ມໍລະດົກບໍ່ເປັນວັດຖຸລະດັບຊາດດັ່ງກ່າວ ຈະປະກອບສ່ວນສ້າງຄວາມສະດວກໃຫ້ແກ່ການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຄົມບັນດາເຜົ່າສ່ວນໜ້ອຍໃນບໍລິເວນແຂວງ ລາວກາຍ.
 (ແຫຼ່ງຄັດຈາກ VOV)


top