ເນື່ອງໃນໂອກາດນີ້, ທ້ອງຖິ່ນໄດ້ຕ້ອນຮັບແຂກປະມານ 6,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 12% ເມື່ອທຽບໃສ່ປີ 2025.
ທ້ອງຖິ່ນໄດ້ຕ້ອນຮັບແຂກປະມານ 6,5 ລ້ານເທື່ອຄົນ
ໂອກາດຈັດງານບຸນໄຫວ້ບູຊາເຈົ້າຊີວິດ ຮຸ່ງ - ງານບຸນວິຫານ ຮຸ່ງ 2026, ແຂວງ ຝູເຖາະ ຮັບຮູ້ວ່າ ຈຳນວນແຂກທ່ອງທ່ຽວໄດ້ເພີ່ມຂຶ້ນຫຼາຍພໍສົມຄວນເມື່ອທຽບໃສ່ປີ 2025, ຜ່ານນັ້ນ, ກໍ່ສືບຕໍ່ຢືນຢັນທີ່ຕັ້ງແມ່ນຈຸດນັດພົບພົ້ນເດັ່ນກ່ຽວກັບການທ່ອງທ່ຽວວັດທະນະທຳ - ການເຫຼື້ອມໃສເຊື່ອຖື, ແຫ່ງເຕົ້າໂຮມຄຸນຄ່າກົກເຄົ້າເຫງົ້າກໍຂອງຊາດ. ໃນຂອບເຂດງານບຸນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ແລະ ສັບປະດາວັດທະນະທຳ - ທ່ອງທ່ຽວເຂດດິນແດນບັນພະບູລຸດ 2026 ໄດ້ຈັດຫຼາຍການເຄື່ອນໄຫວທີ່ມີຂອບຂະໜາດ, ສີສັນສະເພາະ, ສ້າງກຳລັງແຜ່ກະຈາຍຢ່າງກ້ວາງຂວາງ, ຈາກເຂດປູຊະນີຍະສະຖານປະຫວັດສາດວິຫານ ຮຸ່ງ ໄປເຖິງບັນດາບໍລິເວນ, ຄື: ຕາແສງ ຫວຽດຈີ, ເວິນຝູ, ນົງຈາງ, ແທັງມຽວ… ເນື່ອງໃນໂອກາດນີ້, ທ້ອງຖິ່ນໄດ້ຕ້ອນຮັບແຂກປະມານ 6,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 12% ເມື່ອທຽບໃສ່ປີ 2025.
ພ້ອມກັນນັ້ນ, ທາງແຂວງ ກໍ່ຜັນຂະຫຍາຍໂຄງການກະຕຸ້ນການທ່ງອທ່ຽວປີ 2026 ດ້ວຍຫົວຂໍ້ “ຝູເຖາະ - ມາເພື່ອມັກຮັກ”, “ທ່ອງທ່ຽວ ຝູເຖາະ - ການປະພຶດຕົວຈິງດ້ວຍສີສັນຫຼາກຫຼາຍ”, ປະກອບສ່ວນສ້າງຄວາມດຶງດູດໃຈໃຫ້ແກ່ສະຖານທີ່ແຫ່ງນີ້.