ຂ່າວສານ

ແຂວງ ບິ່ງດິ້ງ ມານະພະຍາຍາມອະນຸລັກ ບັນດາມໍລະດົກວັດທະນະທຳ ລະດັບຊາດ

      ຕໍ່ໜ້າສະພາບການຕົວຈິງ ເຊິ່ງປູຊະນີຍະສະຖານມໍລະດົກວັດທະນະທຳຫຼາຍແຫ່ງໃນບໍລິເວນແຂວງ ບິ່ງດິ້ງ ຖືກຫຼຸດລະດັບ,ເປເພ, ໃນຊຸມປີທີ່ຜ່ານມາ ດ້ວຍບັນດາແຫຼ່ງເງິນໃຊ້ຈ່າຍທີ່ແຕກຕ່າງກັນ, ແຂວງ ບິ່ງດິ້ງ ໄດ້ມານະພະຍາຍາມບູລະນະປະຕິສັງຂອນ ບັນດາປູຊະນີຍະສະຖານ. ແຂວງ ບິ່ງດິ້ງ ໄດ້ກຳນົດວຽກງານບູລະນະປະຕິສັງຂອນອະນຸລັກບັນດາປູຊະນີຍະສະຖານ ແມ່ນໜ້າທີ່ສຳຄັນ ແລະ ປັດຈຸບັນພວມຕັ້ງໜ້າຂຶ້ນແຜນການ ບູລະນະປະຕິສັງຂອນຍົກລະດັບບັນດາປູຊະນີຍະສະຖານ ຕິດພັນກັບການພັດທະນາການທ່ອງທ່ຽວໃນໄລຍະໃໝ່
ປູຊະນີຍະສະຖານປະຫວັດສາດລະດັບຊາດ ຄຸກເລກທີ 09 - ດ່າວຢຸຍຕື່
      ປູຊະນີຍະສະຖານປະຫວັດສາດລະດັບຊາດ ຄຸກເລກທີ 09 - ດ່າວຢຸຍຕື່ ນະຄອນກຸຍເຍີນ ແຂວງ ບິ່ງດິ້ງ ໄດ້ວາງສະແດງວັດຖຸພັນຫຼາຍຢ່າງທີ່ມີຄຸນຄ່າປະຫວັດສາດ. ຢູ່ແຫ່ງນີ້ຍາມໃດກໍ່ແມ່ນສະຖານທີ່ ເພື່ອມາຢ້ຽມຊົມທັດສະນະສຶກສາແຖວໜ້າຂອງແຂກທ່ອງທ່ຽວ ເປັນຕົ້ນ ແມ່ນເປົ້າໝາຍນັກຮຽນນັກສຶກສາ ຊາວໜຸ່ມ. ເພື່ອຮັບປະກັນການເປີດປະຕູປູຊະນີຍະສະຖານຢ່າງເປັນປະຈຳ ເພື່ອຮັບໃຊ້ແຂກມາຢ້ຽມຊົມທັດສະນະສຶກສານັ້ນ ວຽກງານຕິດຕາມກວດກາຄົ້ນພົບ ແລະ ແກ້ໄຂເຫດຕິດຂັດ ສຳລັບປູຊະນີຍະສະຖານ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່.  ທ່ານ ດັ້ງວັນເດ ພະນັກງານຮັບຜິດຊອບຄຸ້ມຄອງປູຊະນີຍະສະຖານ ຄຸກເລກທີ 09 - ດ່າວຢຸຍຕື່ ໃຫ້ຮູ້ວ່າ:
      “ນີ້ແມ່ນສະຖານທີ່ປະຫວັດສາດ ເພື່ອໃຫ້ບັນດານັກຮຽນນັກສຶກສາ ຊາວໜຸ່ມຢູ່ບັນດາພະແນກ,ຄະນະ,ຂະແໜງການໃນບໍລິເວນແຂວງມາຢ້ຽມຊົມ ທັດສະນະສຶກສາ. ປູຊະນີຍະສະຖານແຫ່ງນີ້ໄດ້ມີມາແຕ່ດົນນານ ແລະ ພວມຖືກເສື່ອມຄຸນນະພາບ. ພວກຂ້າພະເຈົ້າໄດ້ລາຍງານຕໍ່ພະແນກວັດທະນະທຳ ກິລາ ແລະ ຫົວໜ້າພະແນກ ແລະ ຄະນະຄຸ້ມຄອງໂຄງການຂອງພະແນກ ກໍ່ໄດ້ລົງສຳຫຼວດກວດກາ ເພື່ອຊອກຫາທິດທາງແກ້ໄຂ. ຫວັງວ່າລັດຈະສະໜອງແຫຼ່ງເງິນໃຊ້ຈ່າຍເພື່ອບູລະນະປະຕິສັງຂອນປູຊະນີຍະສະຖານດັ່ງກ່າວ”.
        ປັດຈຸບັນແຂວງ ບິ່ງດິ້ງ ມີປູຊະນີຍະສະຖານ 133 ແຫ່ງໄດ້ຮັບການຢັ້ງຢືນ ໃນນັ້ນມີປູຊະນີຍະສະຖານລະດັບພິເສດ 2 ແຫ່ງ, ປູຊະນີຍະສະຖານລະດັບຊາດ 34 ແຫ່ງ ແລະ ປູຊະນີຍະສະຖານລະດັບແຂວງ 97 ແຫ່ງ. ເພື່ອອະນຸລັກຮັກສາບັນດາປູຊະນີຍະສະຖານຖືກເປ້ເພຫຼຸດລະດັບ, ແຂວງ ບິ່ງດິ້ງ ໄດ້ສະຫງວນບັນດາແຫຼ່ງເງິນໃຊ້ຈ່າຍ ເພື່ອລົງທຶນໃຫ້ແກ່ວຽກງານບູລະນະປະຕິສັງຂອນ ແລະ ອະນຸລັກບັນດາປູຊະນີຍະສະຖານ. ໝາກຜົນໃນເບື້ອງຕົ້ນທີ່ບັນລຸໄດ້ເປັນໜ້າຊື່ນຊົມ ມີປູຊະນີຍະສະຖານຫຼາຍແຫ່ງໄດ້ຮັບການປົກປັກຮັກສາຢ່າງທັນການ. ເຖິງຢ່າງໃດກໍ່ຕາມ ການນຳແຂວງ ບິ່ງດິ້ງ ໄດ້ກຳນົດວ່າວຽກງານຍົກລະດັບບູລະນະປະຕິວັງຂອນ ຮັກສາບັນດາປູຊະນີຍະສະຖານປະຫວັດສາດວັດທະນະທຳໃນບໍລິເວນ ຄວນສືບຕໍ່ໄດ້ຮັບການທຶນ ແລະ ຊຸກຍູ້ໃຫ້ດີກວ່າອີກ. ບົນເນື້ອໃນຈິດໃຈດັ່ງກ່າວ ເມື່ອບໍ່ດົນມານີ້ ແຂວງ ບິ່ງດິ້ງ ໄດ້ສົ່ງເອກະສານເຖິງກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ  ເພື່ອສະເໜີຊ່ວຍໜູນເງິນໃຊ້ຈ່າຍ ເພື່ອປະຕິບັດການວາງແຜນຜັງອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳລະດັບຊາດພິເສດ ແລະ ລະດັບຊາດທີ່ມີຄຸນຄ່າດີເດັ່ນໃນໄລຍະ 2021 – 2025. ຄະນະກຳມະການປະຊາຊົນແຂວງ ໄດ້ຊີ້ນຳພະແນກວັດທະນະທຳ ແລະ ກິລາ ພ້ອມກັບບັນດາພະແນກ ຂະແໜງການຕ່າງໆທີ່ກ່ຽວຂ້ອງຂອງແຂວງ ສຳຫຼວດກວດກາບັນດາປູຊະນີຍະສະຖານ ວັດທະນະທຳ ປະຫວັດສາດ ທີ່ໄດ້ຮັບການຢັ້ງຢືນລະດັບຊາດ, ລະດັບຊາດພິເສດ ແລະ ກິດຈະກຳວັດທະນະທຳທີ່ພົ້ນເດັ່ນເພື່ອນຳເຂົ້າການລົງທຶນຕາມໂຄງການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ ຫວຽດນາມ ໄລຍະ 2021 – 2025 ແບບຍືນຍົງ ແລະ ແຫຼ່ງງົບປະມານຂອງສູນກາງຊ່ວຍໜູນ. ທ່ານ ຮວິ່ງວັນເລີ້ຍ ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລາ ແຂວງ ບິ່ງດິ້ງ ຢືນຢັນວ່າ:
      “ພະແນກວັດທະນະທຳ ແລະ ກິລາ ແຂວງ ບິ່ງດິ້ງ ໄດ້ມອບໃຫ້ຫໍພິພິທະພັນ ບິ່ງດິ້ງ ແລະ ຫໍພິພິທະພັນ ກວາງຈຸງ ສືບຕໍ່ຄຸ້ມຄອງເສີມຂະຫຍາຍບັນດາປູຊະນີຍະສະຖານ. ພ້ອມກັນນັ້ນ ພວກຂ້າພະເຈົ້າກໍ່ໄດ້ກະກຽມບັນດາວິທີການ ເພື່ອສຳຫຼວດກວດກາ, ກຽມພ້ອມເມື່ອມີບັນດາແຫຼ່ງເງິນຊ່ວຍໜູນຂອງສູນກາງ, ເມື່ອມີການຈັດແບ່ງແຫຼ່ງເງິນໃຊ້ຈ່າຍຂອງແຂວງ, ພວກຂ້າພະເຈົ້າຈະດຳເນີນບັນດາຂັ້ນຕອນກໍ່ສ້າງບູລະນະປະຕິສັງຂອນຢ່າງທັນການ ແລະ ຖືກຕາມກົດໝາຍວ່າດ້ວຍມໍລະດົກ”.
       ແຂວງ ບິ່ງດິ້ງ ໄດ້ກຳນົດວ່າ ວຽກງານອະນຸລັກບູລະນະປະຕິສັງຂອນ ແລະ ຮັກສາບັນດາປູຊະນີຍະສະຖານປະຫວັດສາດ ວັດທະນະທຳໃນບໍລິເວນແມ່ນໜ້າທີ່ສຳຄັນເຊິ່ງບໍ່ພຽງແຕ່ຮັກສາບັນດາຄຸນຄ່າປະຫວັດສາດວັດທະນະທຳເຂັ້ມຂົ້ນໄປດ້ວຍລັກສະນະສຶກສາອົບຮົມຂອງທ້ອງຖິ່ນເທົ່ານັ້ນ ຫາກຍັງມີຄຸນປະໂຫຍດດຶງດູດແຂກທ່ອງທ່ຽວ ແລະ ນັກລົງທຶນ ອັນໄດ້ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ. 
 (ແຫຼ່ງຄັດຈາກ VOV)


top