ຂ່າວສານ

ແຂວງ ບັກ​ຢາງ ຄວນ​ຍູ້​ແຮງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສີ​ຂຽວ ແລະ ຍືນ​ຍົງ

ຕອນບ່າຍວັນທີ 12 ມິຖຸນາ, ຢູ່ແຂວງບັກຢາງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບຄະນະປະຈຳພັກແຂວງ ບັກຢາງ ກ່ຽວກັບສະພາບ, ໝາກຜົນການຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XIX ຂອງອົງຄະນະພັກແຂວງ ບັກຢາງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ 

ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ແຂວງ ບັກຢາງ ຈົ່ງສຸມໃສ່ພັດທະນາເສດຖະກິດສີຂຽວ ແລະ ພັດທະນາແບບຍືນຍົງ; ຍູ້ແຮງການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ຫັນປ່ຽນພະລັງງານ; ດຶງດູດນັກລົງທຶນໂດຍມີການຄັດເລືອກ; ຍົກສູງປະສິດທິຜົນການລົງທຶນ… ແຂວງຕ້ອງພັດທະນາຢ່າງຮອບດ້ານທຸກຂະແໜງເສດຖະກິດ, ໃນນັ້ນ ອຸດສາຫະກຳ ແມ່ນກຳລັງໜູນຕົ້ນຕໍ, ກະສິກຳເປັນພື້ນຖານຮັບປະກັນ, ການບໍລິການແມ່ນເງື່ອນໄຂເພື່ອຊຸກຍູ້. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ແຂວງ ບັກຢາງ ຈົ່ງສຸມໃສ່ສ້າງກົງຈັກໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

top