ຂ່າວສານ

ແຂວງ ນິງທ້ວນ ຍູ້ແຮງການສົ່ງເສີມການລົງທຶນ, ສ້າງກຳລັງຫນູນພັດທະນາເສດຖະກິດຢ່າງວ່ອງໄວ ແລະ ຍືນຍົງ

ແຂວງ ນິງທ້ວນ ແມ່ນປະຕູເຊື່ອມຕໍ່ເຂດເສດຖະກິດຈຸດສຸມທາງທິດຕາເວັນອອກພາກໃຕ້ກັບບັນດາແຂວງ ໄຕງວຽນ ແລະ ທາງທິດໃຕ້ພາກກາງ, ໄດ້ຮັບຖືວ່າເປັນເຂດດິນແດນທີ່ມີຄວາມສາມາດບົ່ມຊ້ອນທ່າໄດ້ປຽບຫລາຍຢ່າງເພື່ອສາມາດຂຸດຄົ້ນ ແລະ ກໍ່ໄດ້ຮັບການກຳນົດວ່າແມ່ນຫນຶ່ງໃນບັນດາເຂດຈຸດສຸມໃນຍຸດທະສາດພັດທະນາຂອງປະເທດຊາດ. ເພື່ອພັດທະນາເສດຖະກິດຢ່າງວ່ອງໄວ ແລະ ຍືນຍົງ, ແຂວງ ນິງທ້ວນ ພວມມານະພະຍາຍາມດຶງດູດ, ສົ່ງເສີມການລົງທຶນ, ນຳແຂວງ ນິງທ້ວນ ກາຍເປັນຈຸດນັດພົບອັນດູດດຶ່ມຂອງບັນດານັກລົງທຶນຢູ່ພາຍໃນ ແລະ ສາກົນ.

ແຂວງ ນິງທ້ວນ ແມ່ນປະຕູເຊື່ອມຕໍ່ເຂດເສດຖະກິດຈຸດສຸມທາງທິດຕາເວັນອອກພາກໃຕ້ກັບບັນດາແຂວງ ໄຕງວຽນ ແລະ ທາງທິດໃຕ້ພາກກາງ, ໄດ້ຮັບຖືວ່າເປັນເຂດດິນແດນທີ່ມີຄວາມສາມາດບົ່ມຊ້ອນທ່າໄດ້ປຽບຫລາຍຢ່າງເພື່ອສາມາດຂຸດຄົ້ນ ແລະ ກໍ່ໄດ້ຮັບການກຳນົດວ່າແມ່ນຫນຶ່ງໃນບັນດາເຂດຈຸດສຸມໃນຍຸດທະສາດພັດທະນາຂອງປະເທດຊາດ. ເພື່ອພັດທະນາເສດຖະກິດຢ່າງວ່ອງໄວ ແລະ ຍືນຍົງ, ແຂວງ ນິງທ້ວນ ພວມມານະພະຍາຍາມດຶງດູດ, ສົ່ງເສີມການລົງທຶນ, ນຳແຂວງ ນິງທ້ວນ ກາຍເປັນຈຸດນັດພົບອັນດູດດຶ່ມຂອງບັນດານັກລົງທຶນຢູ່ພາຍໃນ ແລະ ສາກົນ.

  ເຂດເສດຖະກິດແຄມທະເລ ທາງທິດໃຕ້ ແຂວງນິງທ້ວນ ຈະມີຍອດຜະລິດຕະພັນລວມ  

ດ້ວຍຄວາມສາມາດບົ່ມຊ້ອນ, ທ່າແຮງໃຫມ່ກ່ຽວກັບດ້ານພະລັງງານຜະລິດຄືນໃຫມ່, ການທ່ອງທ່ຽວທີ່ມີຄຸນນະພາບສູງ, ເສດຖະກິດທະເລ, ກະສິກຳເຕັກໂນໂລຊີສູງ, ອະສັງຫາລິມະຊັບ... ແຕ່ດົນນານມາແລ້ວ, ແຂວງ ນິງທ້ວນ ແມ່ນສະຖານທີ່ອັນດູດດຶ່ມນັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ. ດ້ວຍທ່າໄດ້ປຽບແມ່ນເຂດເສດຖະກິດຈຸດສຸມທາງພາກໃຕ້, ແຂວງ ພວມວາງແຜນກຳນົດກໍ່ສ້າງໃຫ້ກາຍເປັນເຂດເສດຖະກິດແຄມທະເລຂອງຫວຽດນາມ ດ້ວຍບັນດາໂຄງການຈຸດສຸມຄື: ທ່າກຳປັ່ນສັງລວມ ກ່ານາ ແມ່ນທ່າກຳປັ່ນນ້ຳເລິກຂອງເຂດ; ສູນໄຟຟ້າ ກ່ານາ; ພື້ນຖານໂຄງລ່າງເຂດອຸດສາຫະກຳ, ສາງນ້ຳມັນ….

ແຂວງ ນິງທ້ວນ  ຈະພັດທະນາ ແລະ ກາຍເປັນ 6 ຕົວເມືອງແຄມທະເລ ຊື່ງລວມມີ: ຫວີງຮີ, ແທງຫາຍ, ແຄງຫາຍ, ຟານຣາງ - ທາບຈາມ, ເຊີນຫາຍ, ກ່ານາ ແລະ ກໍ່ສ້າງເຂດແຄມທະເລ, ພັດທະນາຕາມຮູບແບບເຂດຕົວເມືອງທ່ອງທ່ຽວ. ທ່ານ ເຈີນກວັກນາມ, ປະທານຄະນະກຳມະການປະຊາຊົນ ແຂວງ ນິງທ້ວນ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຈະປະຕິຮູບລະບຽບການລົງທຶນ, ບັນດາກົນໄກນະໂຍບາຍໃຫ້ມີຄວາມສະດວກກວ່າ ເພື່ອສ້າງຄວາມເຊື່ອໝັ້ນຢ່າງແທ້ຈິງໃຫ້ປະຊາຄົມວິສາຫະກິດ, ບັນດານັກລົງທຶນເມື່ອເຂົ້າມາ ແຂວງ ນິງທ້ວນ. ພວກຂ້າພະເຈົ້າ ເຊື່ອໝັ້ນ ແລະ ຕັ້ງຄວາມຫວັງວ່າ ບັນດານັກລົງທຶນຈະມີຄວາມອຸ່ນອ່ຽນໃຈເມື່ອມາລົງທຶນຢູ່ ແຂວງ ນິງທ້ວນ ແລະ ຜະລິດອອກບັນດາຜະລິດຕະພັນທີ່ມີຄຸນນະພາບສູງໃຫ້ແກ່ວິສາຫະກິດກໍ່ຄືໃຫ້ ແຂວງ ນິງທ້ວນ”.

ດ້ວຍວິໄສທັດຍຸດທະສາດໄລຍະຈະມາເຖິງ ນັ້ນແມ່ນ “ແຂວງ ນິງທ້ວນ - ເຂດດິນແດນເຕົ້າໂຮມບັນດາຄຸນຄ່າທີ່ແຕກຕ່າງ”, ແຂວງ ມີແຜນນະໂຍບາຍສຸມໃສ່ບັນດາຂະແຫນງການທີ່ມີຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໃນການແກ້ງແຍ່ງຂອງແຂວງ, ມີຄວາມສາມາດແກ້ງແຍ່ງສູງ, ບຸລິມະສິດ 5 ໝວດຂະແຫນງ ຊື່ງລວມມີ: ພະລັງງານຜະລິດຄືນໃຫມ່ ແລະ ພະລັງງານສະອາດ, ການທ່ອງທ່ຽວ, ອຸດສາຫະກຳປຸງແຕ່ງ, ການຜະລິດປະດິດສ້າງ, ກະສິກຳເຕັກໂນໂລຊີສູງ, ສ້າງ - ດຳເນີນທຸລະກິດອະສັງຫາລິມະຊັບ. ທ່ານ ເຈືອງວັນຕຽນ, ຮອງຫົວຫນ້າພະແນກແຜນການ ແລະ ການລົງທຶນ ແຂວງ ນິງທ້ວນ ໃຫ້ຮູ້ວ່າ:

 “ ແຂວງ ນິງທ້ວນ  ພວມຍູ້ແຮງວິວັດການກໍ່ສ້າງທ່າກຳປັ່ນ ກ່ານາ ພ້ອມທັງຍູ້ໄວບັນດາໂຄງການຈຸດສຸມທາງທິດໃຕ້, ລະດັບຄວາມໄວກໍ່ສ້າງພື້ນຖານໂຄງລ່າງ, ເສັ້ນທາງຄົມມະນາຄົມເຊື່ອມຕໍ່, ພິເສດ ແມ່ນສາຍທາງເຊື່ອມຕໍ່ເຂດອຸດສາຫະກຳ ກ່ານາ ແລະ ທ່າກຳປັ່ນ ກ່ານາ. ແຂວງ ພວມສຸມໃສ່ດຶງດູດການລົງທຶນກ່ຽວກັບຂົງເຂດພະລັງງານ. ສຳລັບຂົງເຂດກະສິກຳ, ສິນໃນນ້ຳ, ແຂວງກໍ່ໃຫ້ບຸລິມະສິດບັນດາໂຄງການເພາະພັນສິນໃນນ້ຳ, ໝູນໃຊ້ເຕັກໂນໂລຊີສູງເຂົ້າໃນການຜະລິດເພາະພັນກຸ້ງ. ຄຽງຂ້າງນັ້ນ ຂົງເຂດອຸດສາຫະກຳປຸງແຕ່ງ, ການຜະລິດປະດິດສ້າງຈະໄປຕາມທິດອຸດສາຫະກຳສະອາດ”.

ໃນໄລຍະ 2021 -2030, ແຂວງ ນິງທ້ວນ ວາງຄາດໝາຍນຳລະດັບການເຕີບໂຕເສດຖະກິດສະເລ່ຍບັນລຸ 10,84%/ປີ. ຮອດປີ 2030, ຍອດຜະລິດຕະພັນພາຍໃນແຂວງ (GRDP) ສະເລ່ຍໃສ່ຫົວຄົນແມ່ນບັນລຸ 8000 USD/ ປີ. ເສດຖະກິດທະເລ ກວມເອົາ ແຕ່ 45-46% GRDP , ເສດຖະກິດຕົວເມືອງກວມເອົາ 70% GRDP. ເພື່ອຫັນຄາດໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ, ແຂວງ ນິງທ້ວນ ສືບຕໍ່ຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ ຕິດພັນກັບການປ່ຽນໃຫມ່ຮູບແບບເຕີບໂຕຕາມທິດລວງເລິກ, ໝູນໃຊ້ວິທະຍາສາດເຕັກໂນໂລຊີ, ຊຸກຍູ້ການປ່ຽນໃຫມ່ປະດິດຄິດສ້າງ, ຫັນເປັນດິຈີຕອນ, ເສດຖະກິດດິຈີຕອນ, ສັງຄົມດິຈີຕອນ, ຍົກສູງກຳລັງຄວາມສາມາດແກ້ງແຍ່ງ. ແຂວງ ນິງທ້ວນ ຈະສຸມໃສ່ດຶງດູດການລົງທຶນ, ພັດທະນາບາງຂະແຫນງການ, ຂົງເຂດຈຸດສຸມ. ທ່ານ ສື໋ດິງຫວີງ, ຫົວຫນ້າຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ ແຂວງ ນິງທ້ວນ ໃຫ້ຮູ້ວ່າ:

“ບັນດານະໂຍບາຍໃຫ້ບຸລິມະສິດທີ່ແຂວງ ນິງທ້ວນ ສະຫງວນໃຫ້ແກ່ນັກລົງທຶນ ປະຈຸບັນແມ່ນດີກວ່າໝູ່ເມື່ອທຽບກັບທຸກແຂວງໃນທົ່ວປະເທດ. ນອກນັ້ນ ພື້ນຖານໂຄງລ່າງຂອງທ້ອງຖິ່ນແມ່ນສະດວກທີ່ສຸດ. ທາງຫລວງ, ທາງລົດໄຟໄປຜ່ານທຸກເຂດອຸດສາຫະກຳ. ທາງທິດເຫນືອມີທ່າກຳປັ່ນ ກາມແຣງ, ທາງທິດໃຕ້ມີ ທ່າກຳປັ່ນນ້ຳເລິກ ກ່ານາ. 3 ທ້ອງຖິ່ນໃກ້ຄຽງລ້ວນແຕ່ມີສະຫນາມບິນ .. ສະນັ້ນແມ່ນສະດວກທີ່ສຸດ”.

ແຂວງ ນິງທ້ວນ ໄດ້ ແລະ ພວມລະດົມທຸກແຫລ່ງກຳລັງຢ່າງສຸດຂີດເພື່ອລົງທຶນກໍ່ສ້າງສຳເລັດພື້ນຖານໂຄງລ່າງທີ່ຈຳເປັນຕາມທິດຄົບຊຸດ, ທັນສະໄຫມ, ເຊື່ອມຕໍ່ກັບຫລາຍເປົ້າໝາຍ, ມີລັກສະນະເຊື່ອມຕໍ່ສູງ, ເສີມຂະຫຍາຍກຳລັງຄວາມສາມາດ, ທ່າໄດ້ປຽບຢ່າງສູງສຸດ, ສ້າງກຳລັງຫນູນຊຸກຍູ້ການພັດທະນາ. ນອກນັ້ນ ແຂວງ ນິງທ້ວນ ກໍ່ສືບຕໍ່ປ່ຽນແປງໃຫມ່ການສຶກສາ, ບຳລຸງສ້າງໂດຍພື້ນຖານ, ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດຮັບໃຊ້ບັນດາຂະແຫນງການ, ຂົງເຂດປາຍແຫລມ, ບຸກທະລຸ. ແຂວງ ນິງທ້ວນ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອໃຫ້ກາຍເປັນທ້ອງຖິ່ນນຳຫນ້າໃນການດຶງດູດການລົງທຶນຂອງ ຫວຽດນາມ ແລະ ແມ່ນຈຸດນັດພົບທີ່ປະສົບຜົນສຳເລັດສຳລັບບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ.


top