ຂ່າວສານ

ແຂວງ ຖ໊າຍງວຽນ ຊຸກ​ຍູ້​ການ​ຫັນ​ເປັນ​ດີ​ຈີ​ຕ​ອນ​ຢູ່ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ

ປັດຈຸບັນ, ແຂວງ ຖ໊າຍງວຽນ ມີ 142 ບ້ານປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ໃນນັ້ນ ມີຫຼາຍສະຖານທີ່ຍັງປະສົບກັບຄວາມຫຍຸ້ງຍາກໃນການຕິດຕໍ່ພົວພັນ. ທາງແຂວງ ໄດ້ສົມທົບກັບບັນດາບໍລິສັດໂທລະຄົມມະນາຄົມ ສ້າງສະຖານີ ແລະ ເສົາສົ່ງສັນຍານໂທລະສັບ, ປະກອບສ່ວນຊຸກຍູ້ການຫັນເປັນດີຈີຕອນຢູ່ເຂດຊາວເຜົ່າສ່ວນໜ້ອຍ. ຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານຂອງແຂວງ ວາງເປົ້າໝາຍປະຕິບັດເພື່ອໃຫ້ 100% ເຂດຫ່າງໄກສອກຫຼີກມີສັນຍານໂທລະສັບໃນປີ 2023 ນີ້.
ບ້ານ ນາຊ່າງ, ຕາແສງ ຝຸໂດ, ເມືອງ ຝູເລືອງ, ແຂວງ ຖ໊າຍງວຽນ ມີຄອບຄົວຊາວເຜົ່າມົ້ງທັງໝົດ 27 ຄອບຄົວດຳລົງຊີວິດຢູ່. ຍ້ອນພູມີປະເທດທີ່ກວ້າງຂວາງ, ປະຊາຊົນຢູ່ແບບກະແຈກກະຈາຍ, ສະນັ້ນ, ສັນຍານໂທລະສັບຍັງບໍ່ມີ. ເມື່ອປະຊາຊົນຢາກນໍາໃຊ້ໂທລະສັບມືຖື ຕ້ອງໄປຊອກຫາຢູ່ບ່ອນທີ່ສັນຍານ. ແຕ່ທ້າຍປີ 2022, ບໍລິສັດ ໄປສະນີ ໂທລະຄົມມະນາຄົມ ຖ໊າຍງວຽນ  (VNPT ຖ໊າຍງວຽນ) ໄດ້ຜັນຂະຫຍາຍການຕິດຕັ້ງສະຖານີເຄື່ອງສົ່ງສັນຍານໂທລະສັບມືຖືຢູ່ບ້ານ ນາຊ່າງ, ຮັບປະກັນການຕິດຕໍ່ ແລະ ຄວາມຕ້ອງການນຳໃຊ້ສັນຍານ ອິນເຕີເນັດຂອງປະຊາຊົນທ້ອງຖິ່ນ. ທ່ານ ຮວ່າງວັນຮຸ່ງ, ປະຊາຊົນຢູ່ບ້ານ ນາຊ່າງ ກ່າວວ່າ:

“ການຕິດຕັ້ງເສົາສັນຍານໂທລະສັບມືຖືຢູ່ບ້ານ ນາຊ່າງ ໄດ້ຊ່ວຍໃຫ້ພໍ່ແມ່ປະຊາຊົນໄດ້ເຂົ້າເຖິງເຕັກໂນໂລຢີຂໍ້ມູນຂ່າວສານ. ເມື່ອໃຜມີວຽກຫຍັງ ກໍສາມາດຕິດຕໍ່ຫາກັນໄດ້ຢ່າງສະດວກສະບາຍ”.

  ເມື່ອລະບົບສັນຍານໂທລະຄົມໄດ້ຕິດຕັ້ງ ປະຊາຊົນສາມາດຮຽນຮູ້ວິທະຍາສາດທີ່ກ້າວໜ້າ, ເຕັກນິກ, ຮູບແບບເສດຖະກິດທີ່ມີປະສິດທິຜົນ (ພາບປະກອບ: VOV)  

ມື່ອລະບົບສັນຍານໂທລະຄົມໄດ້ຕິດຕັ້ງ ແລະ ນຳເຂົ້າເຄື່ອນໄຫວ, ພໍ່ແມ່ປະຊາຊົນຢູ່ໝູ່ບ້ານຕ່າງໆໃນເຂດຫ່າງໄກສອກຫຼີກ ມີເງື່ອນໄຂກຳໄດ້ແຜນນະໂຍບາຍ, ນະໂຍຍາຍຂອງພັກ, ລັດຢ່າງຫຼາຍກວ່າອີກ. ພ້ອມດຽວກັນນັ້ນ, ປະຊາຊົນຍັງສາມາດຮຽນຮູ້ວິທະຍາສາດທີ່ກ້າວໜ້າ, ເຕັກນິກ, ຮູບແບບເສດຖະກິດທີ່ມີປະສິດທິຜົນ ເພື່ອໝູນໃຊ້ເຂົ້າໃນການຜະລິດ, ປະຕິບັດບັນດາການບໍລິການຊື້ - ຂາຍສິນຄ້າໄດ້ຢ່າງສະດວກສະບາຍ ແລະ ວ່ອງໄວກວ່າ. ທ່ານ ຮວ່າງວັນບິ່ງ, ເລຂາໜ່ວຍພັກ ບ້ານນາຊ່າງ ໃຫ້ຮູ້ວ່າ:

“ມີສັນຍານແລ້ວ ການຄ້າຂາຍສິນຄ້າກໍງ່າຍກວ່າ. ຕົວຢ່າງຄື ຕອນເຊົ້າ ຂ້າພະເຈົ້າໄປເດັດຍອດຊາໄດ້ຫຼາຍໜ້ອຍສ່ຳໃດ ກໍສາມາດໂທເອີ້ນແມ່ຄ້າມາເກັບຊື້ໄດ້ຢ່າງສະດວກກວ່າ”.

ບັນດາບ້ານຢູ່ເຂດຫ່າງໄກສອກຫຼີກຢູ່ແຂວງ ຖ໊າຍງວຽນ ລ້ວນແຕ່ຢູ່ຫ່າງໄກຈາກເຂດໃຈກາງຕາແສງ, ພູມີປະເທດຖືກຕັດແບ່ງ, ການຕິດຕໍ່ພົວພັນດ້ວຍໂທລະສັບມືຖືບໍ່ເປັນປົກກະຕິ. ເພື່ອແກ້ໄຂສະພາບການດັ່ງກ່າວ, ບັນດາຫົວໜ່ວຍໂທລະຄົມມະນາຄົມຢູ່ ຖ໊າຍງວຽນ ກໍພວມສຳຫຼວດ ແລະ ຕິດຕັ້ງບັນດາສະຖານີສົ່ງສັນຍານ. ເພື່ອແນໃສ່ລົບລ້າງບັນດາເຂດ “ທີ່ບໍ່ມີສັນຍານ” ໂທລະຄົມມະນາຄົມໃນບໍລິເວນແຂວງ, ໄລຍະຜ່ານມາ, ບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນຕ່າງໆ ໄດ້ຕັ້ງໜ້າສົມທົບກັບວິສາຫະກິດໂທລະຄົມມະນາຄົມ, ເປັນຕົ້ນແມ່ນ: Viettel ຖ໊າຍງວຽນ, VNPT ຖ໊າຍງວຽນ,  Mobifone ຖ໊າຍງວຽນ… ຕິດຕັ້ງສະຖານີ BTS, ໃນນັ້ນ ໄດ້ສຸມໃສ່ຫຼາຍບ້ານທີ່ປະສົບກັບຄວາມຫຍຸ້ງຍາກຂອງເມືອງຄື: ຫວໍຍາຍ, ດົ່ງຫິ, ດິ້ງຮວ໊າ, ຝຸເລືອງ. ທ່ານ ຫງວຽນກວັກຫືວ, ເລຂາພັກເມືອງ ຝຸເລືອງ, ແຂວງ ຖ໊າຍງວຽນ, ໃຫ້ຮູ້ວ່າ:

“ປັດຈຸບັນນີ້, ທົ່ວເຂດຫ່າງໄກສອກຫຼີກຢູ່ເມືອງ ຝຸເລືອງ ລ້ວນແຕ່ມີສັນຍານເພື່ອຮັບປະກັນໃຫ້ພໍ່ແມ່ປະຊາຊົນສາມາດນຳໃຊ້ໂທລະສັບເພື່ອຕິດຕໍ່ພົວພັນ, ມີການຄ້າຂາຍສິນຄ້າ, ເຂົ້າຮ່ວມຕະຫຼາດການຄ້າເອເລັກໂຕນິກ; ພ້ອມທັງເຂົ້າເຖິງແຜນນະໂຍບາຍ, ນະໂຍຍາຍຂອງພັກ ແລະ ລັດ”.

ແຂວງ ຖ໊າຍງວຽນ ໄດ້ວາງເປົ້າໝາຍມີການບໍລິການສັນຍານອິນເຕີເນັດ 4G/5G ແລະ ໂທລະສັບມືຖືສະມາດໂຟນ ຢ່າງທົ່ວເຖິງໃນໄລຍະ 2021 – 2025. ມາຮອດປັດຈຸບັນ, ຫຼາຍເຂດປະສົບກັບຄວາມຫຍຸ້ງຍາກພິເສດຢູ່ແຂວງ ຖ໊າຍງວຽນ ພວມຕິດຕັ້ງສະຖານີ BTS ເພື່ອປົກຄຸມສັນຍານໂທລະສັບມືຖື ເທື່ອລະກ້າວ. ອັດຕາບ້ານມີອິນເຕີເນັດ ບອດແບນ (Internet Broad Band) ບັນລຸໄດ້ 99,5%, ອັດຕາຄຸ້ມບ້ານທີ່ມີການບໍລິການອິນເຕີເນັດ ບອດແບນ (4G) ບັນລຸແຕ່ 90% - 99,3%. ທ່ານ ລືວກວາງຕວັນ, ຫົວໜ້າຫ້ອງການພື້ນຖານໂຄງລ່າງ, ບໍລິສັດໂທລະຄົມະນາຄົມກອງທັບ Viettel ຖ໊າຍງວຽນ ໃຫ້ຮູ້ວ່າ:

“ປີ 2022, ບໍລິສັດໂທລະຄົມມະນາຄົມກອງທັບ Viettel ພ້ອມກັບແຂວງ ຖາຍງວຽນ ໄດ້ເຂົ້າຮ່ວມລາຍການຫັນເປັນດີຈີຕອນ. ພວກຂ້າພະເຈົ້າ ໄດ້ຜັນຂະຫຍາຍສະຖານີເຄື່ອງສົ່ງສັນຍານ BTS 52 ແຫ່ງ ເພື່ອຮັບໃຊ້ປະຊາຊົນ, ໃນນັ້ນ ໄດ້ສົ່ງສັນຍານເຖິງເຂດຫ່າງໄກສອກຫຼີກ ເຊິ່ງກ່ອນນີ້ບໍ່ມີສັນຍານ”.

ແຂວງ ຖ໊າຍງວຽນ ກຳນົດວ່າ ເຖິງວ່າການຕິດຕັ້ງເສົາຮັບ - ສົ່ງສັນຍານໂທລະສັບ ຈະເສຍເງິນຫຼາຍກໍຕາມ, ແຕ່ເພື່ອໜ້າທີ່ການເມືອງ ແລະ ເປົ້າໝາຍສະຫວັດດີການສັງຄົມ, ທຸກເຂດຫ່າງໄກສອກຫຼີກແຂວງ ຖ໊າຍງວຽນ ຈະຕິດຕັ້ງສຳເລັດສະຖານີເຄື່ອງສົ່ງສັນຍານ. ຜ່ານນັ້ນ, ກໍ່ປະກອບສ່ວນຊຸກຍູ້ການຫັນເປັນດີຈີຕອນຢູ່ເຂດປະສົບກັບຄວາມຫຍຸ້ງຍາກຂອງແຂວງ, ຊ່ວຍປະຕິບັດສຳເລັດເປົ້າໝາຍ ຮອດປີ 2025,  ນຳແຂວງ ຖ໊າຍງວຽນ ນອນໃນກຸ່ມ 15 ແຂວງ, ນະຄອນ ນຳໜ້າທົ່ວປະເທດກ່ຽວກັບການຫັນເປັນດີຈີຕອນ./.


top