ຂ່າວສານ

ແຂວງ ຊອກຈັງ ຄວນຍູ້ແຮງການຫັນປ່ຽນຈິນຕະນາການຈາກການພັດທະນາການຜະລິດກະສິກຳໄປເປັນການ “ພັດທະນາເສດຖະກິດກະສິກຳ”

ຕອນບ່າຍວັນທີ 28 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະປະຕິບັດງານຂອງລັດຖະບານໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຊອກຈັງ ກ່ຽວກັບສະພາບການ, ໝາກຜົນການປະຕິບັດໜ້າທີປີ 2021, ໄຕມາດ I/2022 ແລະ ທິດທາງໜ້າທີ່ປີ 2022 ແລະ ໄລຍະຈະມາເຖິງ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຊອກຈັງ (ພາບ: VOV)  

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຈາະຈີ້ມບາງບັນຫາ ເຊິ່ງແຂວງ ຊອກຈັງຄວນປະຕິບັດເພື່ອຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ແລະ ກໍ່ສ້າງພັກໃນປີ 2022 ແລະ ໃນຊຸມປີຕໍ່ໄປ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ແຂວງ ຊອກຈັງ ເສີມຂະຫຍາຍມູນເຊື້ອປະຕິວັດຢ່າງແຮງ, ຍູ້ແຮງການຫັນປ່ຽນຈິນຕະນາການຈາກການ “ພັດທະນາການຜະລິດກະສິກຳ” ໄປເປັນການ “ພັດທະນາເສດຖະກິດກະສິກຳ”, ຍົກສູງຄຸນນະພາບ, ມູນຄ່າເພີ່ມ, ປະສິດທິຜົນການຜະລິດ; ຍູ້ແຮງການໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນຂົງເຂດກະສິກຳ, ມຸ່ງໄປເຖິງຂະແໜງກະສິກຳເຕັກໂນໂລຢີສູງ, ກະສິກຳອັດສະລິຍະ, ຊຸກຍູ້ການຮ່ວມສຳພັນລະຫວ່າງລະບົບຜະລິດກັບລະບົບຈຳໜ່າຍຜະລິດຕະພັນ.


top