ຂ່າວສານ

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ນັບແຕ່ວັນທີ 04 – 05 ພະຈິກ, ສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ລາວ ໄດ້ຮັບເງິນຈຳນວນ 1,6 ຕື້ດົ່ງ ຈາກອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ ຈຳປາສັກ ແລະ ສາລະວັນ ທີ່ຊ່ວຍເຫຼືອບັນດາແຂວງ, ນະຄອນຂອງ ຫວຽດນາມ ທີ່ຖືກຜົນກະທົບຈາກພາຍຸລູກທີ 12 ຜ່ານມາ.
ພິທີມອບຮັບເງິນຊ່ວຍເຫຼືອ (ພາບ: ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ປາກເຊ)

ໃນການພົບປະກັບຜູ້ຕາງໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ປາກເຊ, ການນຳແຂວງ ຈຳປາສັກ ແລະ ແຂວງ ສາລະວັນ ກໍສະແດງຄວາມເຫັນໃຈ ແລະ ແບ່ງປັນຕໍ່ການສູນເສຍທັງຊີວິດອິນຊີ ແລະ ຊັບສິນຂອງບັນດາແຂວງພາກກາງ ຫວຽດນາມ, ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກ, ລັດ ຫວຽດນາມ ກໍຄືການນຳບັນດາແຂວງ, ນະຄອນທີ່ຖືກຜົນກະທົບຈາກໄພພິບັດທຳມະຊາດນັ້ນ, ບັນດາທ້ອງຖິ່ນຈະແກ້ໄຂບັນດາຄວາມຫຍຸ້ງຍາກ, ການສູນເສຍເຫຼົ່ານັ້ນໄດ້ຢ່າງທັນການ.

ທ່ານ ຕ້າເຟືອງຢຸງ ກົງສູນໃຫຍ່ ຫວຽດນາມ ປະຈຳ ປາກເຊ ເນັ້ນໜັກວ່າ ຄວາມເອົາໃຈໃສ່, ການແບ່ງປັນ, ການລະດົມກຳລັງໃຈຢ່າງທັນການຂອງອຳນາດການປົກຄອງ ແລະ ປະຊາຊົນແຂວງ ຈຳປາສັກ, ສາລະວັນ ແມ່ນແຫຼ່ງກຳລັງໃຈຢ່າງໃຫຍ່ຫຼວງສຳລັບອຳນາດການປົກຄອງ ແລະ ປະຊາຊົນບັນດາແຂວງ, ນະຄອນຂອງ ຫວຽດນາມ ທີ່ຖືກຜົນເສຍຫາຍຈາກພາຍຸ; ພ້ອມທັງຢັ້ງຢືນວ່າ ນີ້ແມ່ນສິ່ງພິສູດອັນຈະແຈ້ງຂອງສາຍພົວພັນມິດຕະພາບຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ.


top