ຂ່າວສານ

ແຂວງ ຈາວິງ ພົບປະສັງສັນຂ່ຳນັບຮັບຕ້ອນບຸນປີໃໝ່ Chol Chnam Thmay ຊາວເຜົ່າຂະແມ

      ວັນທີ 6 ເມສາ, ແຂວງ ຈາວິງ ໄດ້ຈັດຕັ້ງການພົບປະສັງສັນຂ່ຳນັບຮັບຕ້ອນບຸນປີໃໝ່ Chol Chnam Thmay ຊາວເຜົ່າຂະແມ ປີ 2018.

ແຂວງ ຈາວິງ ພົບປະສັງສັນຂ່ຳນັບຮັບຕ້ອນບຸນປີໃໝ່ Chol Chnam Thmay ຊາວເຜົ່າຂະແມ (ພາບ: nhandan.com.vn)
            ເຂົ້າຮ່ວມການພົບປະສັງສັນມີຜູ້ຕາງໜ້າການນຳແຂວງພ້ອມດ້ວຍພະນັກງານຊາວເຜົ່າຂະແມພວມປະຕິບັດງານ, ພະນັກງານກິນເບ້ຍບຳນານ, ບັນດາແມ່ຫວຽດນາມວິລະຊົນ, ຄອບຄົວນະໂຍບາຍ, ພະສົງສຳມະເນນ - ຜູ້ມີຍົດຖາບັນດາສັກຕາງໜ້າບັນດາວັດຂະແມດີເດັ່ນໃນແຂວງ. ທ່ານ ແທັກແຈງສໄຣ ພະນັກງານກິນເບ້ອບຳນານ ເມືອງ ເກົາຫງາງ ໃຫ້ຮູ້ວ່າ:
        “ມື້ນີ້ໄດ້ເຂົ້າຮ່ວມງານພົບປະສັງສັນໂດຍຄະນະພັກແຂວງຈັດຕັ້ງ, ໄດ້ພົບປະກັບບັນດາພະມະຫາອາຈານ, ເຈົ້າອະທິການວັດ ບັນດາພະນັກງານຊາວຂະແມ, ອີກຄັ້ງໜຶ່ງຢືນຢັນວ່າ ພັກ, ອຳນາດການປົກຄອງທ້ອງຖິ່ນ ຍາມໃດກໍ່ເອົາໃຈໃສ່ເຖິງພໍ່ແມ່ປະຊາຊົນຊາວເຜົ່າຂະແມ, ຍາມໃດກໍ່ສ້າງເງື່ອນໄຂເພື່ອໃຫ້ບັນດາພະສົງສຳມະເນນ, ບັນດາພະນັກງານຫຼັກແຫຼ່ງ, ຜູ້ມີຄຸນງາມຄວາມດີເປັນຊາວເຜົ່າຂະແມມີໂອກາດໄດ້ພົບປະ, ຢື້ຢາມຖາມຂ່າວກ່ຽວກັບສຸຂະພາບ, ຊີວິດການເປັນຢູ່ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ.
        ເນື່ອງໃນໂອກາດນີ້, ແຂວງ ຈາວິງ ໄດ້ຫັກເງິນງົບປະມານກ່ວາ 800 ລ້ານດົ່ງ ເພື່ອຈັດຕັ້ງບຸນປີໃໝ່ປະຈຳຊາດໃຫ້ຊາວເຜົ່າຂະແມ.
 (ແຫຼ່ງຄັດຈາກ VOV)

top