ຂ່າວສານ

ແຂວງ ກວາງບິ່ງ ຄວນມີວິໄສທັດຍາວນານໃນການພັດທະນາ

ທ່ານປະທານປະເທດ ຫງວຽນຊວນຟຸກສະເໜີໃຫ້ແຂວງ ກວາງບິ່ງຕ້ອງຂຸດຄົ້ນບັນດາທ່າແຮງສະເພາະ, ເປັນເອກະລັກທີ່ສຸດເພື່ອພັດທະນາ.

ທ່ານປະທານປະເທດ ຫງວຽນຊວນຟຸກສະເໜີໃຫ້ແຂວງ ກວາງບິ່ງຕ້ອງຂຸດຄົ້ນບັນດາທ່າແຮງສະເພາະ, ເປັນເອກະລັກທີ່ສຸດເພື່ອພັດທະນາ.

    

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານການເຮັດວຽກກັບຄະມະປະຈຳຄະນະພັກແຂວງ ກວາງບິ່ງ (ພາບ:TTXVN)

ດຍສືບຕໍ່ໂຄງການປະຕິບັດງານຢູ່ແຂວງ ກວາງບິ່ງ, ຕອນເຊົ້າວັນທີ 15 ມິຖຸນາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານການເຮັດວຽກກັບຄະມະປະຈຳຄະນະພັກແຂວງ ກວາງບິ່ງ.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ຫງວຽນຊວນຟຸກສະເໜີໃຫ້ແຂວງ ກວາງບິ່ງຕ້ອງຂຸດຄົ້ນບັນດາທ່າແຮງສະເພາະ, ເປັນເອກະລັກທີ່ສຸດເພື່ອພັດທະນາ, ໃນນັ້ນຄວນພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງປາຍແຫຼມ, ຈຸດສຸມ.

        “ແຂວງ ກວາງບິ່ງ ແມ່ນ “ເພັດເມັດຂຽວ”, ບໍ່ພຽງແຕ່ມີທະເລເທົ່ານັ້ນ ຫາກຍັງມີປ່າດົ່ງ, ສິ່ງແວດລ້ອມຂຽວສະອາດອີກດ້ວຍ. ກວາງບິ່ງມີເງື່ອນໄຂຢ່າງພຽງພໍເພື່ອພັດທະນາສະໜາມບິນ, ທ່າກ່ຳປັ່ນ, ມີມໍລະດົກທຳມະຊາດໂລກ, ມີດ່ານຊາຍແດນ. ບັນດາເງື່ອນໄຂນັ້ນບໍ່ແມ່ນວ່າແຂວງໃດກໍ່ມີ. ຍ້ອນເຫດນັ້ນ, ຂ້າພະເຈົ້າຈຶ່ງຕັກເຕືອນໃຫ້ແຂວງ ກວາງບິ່ງຕ້ອງມີວິໄສທັດຍາວນານໃນການພັດທະນາ. ຕົວຢ່າງຄືການທ່ອງທ່ຽວແມ່ນບັນຫາຍຸດທະສາດ.”

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ກໍ່ໄດ້ໄປຖະຫວາຍທູບທຽນທີ່ເຂດສຸສານພົນເອກ ຫວໍງວຽນຢາບ ທີ່ຕາແສງ ກວາງດົງ, ເມືອງ ກວາງແຈັກ, ແຂວງ ກວາງບິ່ງ.

(ແຫຼ່ງຄັດຈາກ VOV)


top