ຂ່າວສານ

ແຂວງ ກວາງນິງ ໃຫ້ບຸລິມະສິດການທ່ອງທ່ຽວຄົບວົງຈອນຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ

ຄາດວ່າ, ແຂວງ ກວາງນິງ ຈະຕ້ອນຮັບນັກທ່ອງທ່ຽວຕ່າງແຂວງຢູ່ເຂດທ່ອງທ່ຽວ ແລະ ບັນເທິງສາກົນ ຕວນເຈົາ, ອ່າວ ຮະລອງ ແລະ ເຂດທັດສະນີຍະພາບ ອຽນຕື໋.
(ຄາດວ່າ, ແຂວງ ກວາງນິງ ຈະຕ້ອນຮັບນັກທ່ອງທ່ຽວຕ່າງແຂວງຢູ່ເຂດທ່ອງທ່ຽວ)

ຄາດວ່າ, ນັບແຕ່ເດືອນ ພະຈິກ 2021, ແຂວງ ກວາງນິງ ຈະຕ້ອນຮັບນັກທ່ອງທ່ຽວຕ່າງແຂວງ; ບົນພື້ນຖານນັ້ນກໍ່ດັດປັບການຕ້ອນຮັບນັກທ່ອງທ່ຽວໃຫ້ເໝາະສົມ, ຮັບປະກັນບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ຕາມນັ້ນແລ້ວ, ແນະນຳເງື່ອນໄຂລະອຽດສຳລັບນັກທ່ອງທ່ຽວຢູ່ພາຍໃນແຂວງ, ເງື່ອນໄຂໃຫ້ແກ່ນັກທ່ອງທ່ຽວຕ່າງແຂວງມາ ກວາງນິງ ແລະ ກົງກັນຂ້າມ. ທີ່ການປະຊຸມແບບທາງໄກໃນວັນທີ 04 ຕຸລາ, ທ່ານ ຟ້າມງອັກຖຸຍ, ຫົວໜ້າພະແນກທ່ອງທ່ຽວແຂວງ ກວາງນິງ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ຊີ້ນຳບັນດາວິສາຫະກິດກະກຽມພື້ນຖານວັດຖຸ, ບ່ອນພັກອາໄສ, ພາຫະນະຂົນສົ່ງ ແລະ ຖັນແຖວຜູ້ອອກແຮງງານໃຫ້ເປັນຢ່າງດີ ເພື່ອກະກຽມເລື່ອງຮັບປະກັນດ້ານຄຸນນະພາບໃຫ້ເປັນຢ່າງດີ. ພວກຂ້າພະເຈົ້າຈະປະຕິວັດການກວດວິໄຈຫາເຊື້ອໃຫ້ໄວສຳລັບນັກທ່ອງທ່ຽວ ເພື່ອຮັບປະກັນວ່າ ນັກທ່ອງທ່ຽວມາທ່ຽວຢູ່ແຂວງ ກວາງນິງ ມີຄວາມປອດໄພ ແລະ ກັບເມືອດ້ວຍຄວາມປອດໄພ”.

        ຄາດວ່າ, ແຂວງ ກວາງນິງ ຈະຕ້ອນຮັບນັກທ່ອງທ່ຽວຕ່າງແຂວງຢູ່ເຂດທ່ອງທ່ຽວ ແລະ ບັນເທິງສາກົນ ຕວນເຈົາ, ອ່າວ ຮະລອງ ແລະ ເຂດທັດສະນີຍະພາບ ອຽນຕື໋ ດ້ວຍເງື່ອນໄຂທີ່ໄດ້ຮັບການຄວບຄຸມຢ່າງແໜ້ນແຟ້ນ.

 (ແຫຼ່ງຄັດຈາກ VOV)


top