ຂ່າວສານ

ແຂວງ ກວາງຈິ້ ຈະຈັດພິທີສະເຫຼີມສະຫຼອງ 50 ປີທີ່ຜູ້ນຳ ກຸຍບາ Fidel Castro ມາຢ້ຽມຢາມເຂດປົດປ່ອຍ ກວາງຈິ້

ບັນດາຄວາມຊົງຈຳຮູບພາບກ່ຽວກັບຜູ້ນຳ Fidel Castro ມາຢ້ຽມຢາມ ກວາງຈິ້ ໄດ້ກາຍເປັນສັນຍາລັກຂອງນ້ຳໃຈສາມັກຄີລະຫວ່າງ 2 ຊາດ ຫວຽດນາມ - ກຸຍບາ.
ກວາງຈິ້ ຈະຈັດພິທີສະເຫຼີມສະຫຼອງ 50 ປີທີ່ຜູ້ນຳ ກຸຍບາ Fidel Castro ມາຢ້ຽມຢາມ (ພາບ: trungtamquanlyditichvabaotangquangtri.vn)

ຕອນບ່າຍວັນທີ 27 ກຸມພາ, ທ່ານ Orlando Nicolas Hernandez Guillen, ເອກອັກຄະລັດຖະທູດ ກຸຍບາ ປະຈຳ ຫວຽດນາມ ແລະ ຄະນະປະຕິບັດງານໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບແຂວງ ກວາງຈິ້ ກ່ຽວກັບເລື່ອງຈະຈັດພິທີສະເຫຼີມສະຫຼອງ 50 ປີທີ່ຜູ້ນຳ ກຸຍບາ Fidel Castro ມາຢ້ຽມຢາມເຂດປົດປ່ອຍ ຫວຽດນາມ ຢູ່ແຂວງ ກວາງຈິ້ (ເດືອນ ກັນຍາ 1973 - ກັນຍາ 2023). ທີ່ການເຮັດວຽກ, ທ່ານ ຮ່ວາງນາມ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງຈິ້, ຢືນຢັນວ່າ ບັນດາຄວາມຊົງຈຳຮູບພາບກ່ຽວກັບຜູ້ນຳ Fidel Castro ມາຢ້ຽມຢາມ ກວາງຈິ້ ໄດ້ກາຍເປັນສັນຍາລັກຂອງນ້ຳໃຈສາມັກຄີລະຫວ່າງ 2 ຊາດ ຫວຽດນາມ - ກຸຍບາ. ພິເສດ, ຍາມໃດ ກຸຍບາ ກໍ່ເອົາໃຈໃສ່ໜູນຊ່ວຍແຂວງ ກວາງຈິ້ ໃນວິວັດການສ້າງສາປະເທດຊາດຄືນໃໝ່ພາຍຫຼັງສົງຄາມ, ພັດທະນາບ້ານເກີດເມືອງນອນໃນເກືອບທຸກຂົງເຂດ. ແຂວງ ກວາງຈິ້ ໄດ້ຕ້ອນຮັບບັນດາວິສາຫະກິດຂອງ ກຸຍບາ ມາລົງທຶນໃນບັນດາລົງເຂດຄື: ວັດທະນະທຳ, ທ່ອງທ່ຽວ, ສາທາລະນະສຸກ, ການສຶກສາ.

ເພື່ອກະກຽມໃຫ້ເຫດການຢ່າງລອບຄອບທີ່ຖ້ວນນັ້ນ, ຄະນະກຳມະການປະຊາຊົນແຂວງ ກວາງຈິ້ ໄດ້ສ້າງລາຍການລວມມີບັນດາການເຄື່ອນໄຫວ, ຄື: ຈັດງານຊຸມນຸມມິດຕິງລະດັບຊາດຢ່າງສົມກຽດ; ງານວາງສະແດງພາບຖ່າຍ ຫວຽດນາມ -ກຸຍບາ; ການໂອ້ລົມສົນທະນາ 62 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກຸຍບາ ແລະ ເຫດການ 50 ປີທີ່ຜູ້ນຳ ກຸຍບາ Fidel Castro ມາຢ້ຽມຢາມເຂດປົດປ່ອຍທາງພາກໃຕ້ ຫວຽດນາມ ຢູ່ແຂວງ ກວາງຈິ້; ຢ້ຽມຢາມບັນດາຮ່ອງຮອຍປະຫວັດສາດ ທີ່ຜູ້ນຳ Fidel Castro ເຄີຍມາໃນປີ 1973…


top