ຂ່າວສານ

ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາທ່ຽວ ຫວຽດ​ນາມ ໃນ​ເດືອນ​ຕຸ​ລາ ມີ​ລະ​ດັບ​ສູງ​ສະ​ຖິ​ຕິ

ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນໃນເດືອນຕຸລາ 1,73 ລ້ານເທື່ອຄົນ, ເຊິ່ງເປັນລະດັບສູງສຸດໃນປະຫວັດສາດ ເມື່ອທຽບໃສ່ໄລຍະດຽວກັນຂອງທຸກປີ ແລະ ເພີ່ມຂຶ້ນເກືອບ 14% ເມື່ອທຽບໃສ່ເດືອນກ່ອນ. ນີ້ແມ່ນຕົວເລກ ໂດຍກົມສະຖິຕິປະກາດໃນຕອນເຊົ້າວັນທີ 06 ພະຈິກ.
ແຂກທ່ອງທ່ຽວສາກົນຢ້ຽມຢາມເຂດວາງສະແດງຜະລິດຕະພັນຫັດຖະກຳຂອງ ຫວຽດນາມ ຢູ່ ວັນໝຽວ - ກວັກຕືຢາມ (ພາບ: TTXVN)

ຕາມກົມສະຖິຕິ, ຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ ໃນເດືອນ ຕຸລາ ກໍເພີ່ມຂຶ້ນ 22% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ບັນດາຕະຫຼາດທີ່ສົ່ງແຂກທ່ອງທ່ຽວມາຫຼາຍລ້ວນແຕ່ມີການເຕີບໂຕ, ເຊັ່ນ: ຈີນ, ສ.ເກົາຫຼີ, ໄຕ້ຫວັນ (ຈີນ), ອາເມລິກາ, ອົດສະຕາລີ, ກຳປູເຈຍ. ບັນດາຕະຫຼາດນີ້ເພີ່ມຂຶ້ນແຕ່ 10 – 24% ເມື່ອທຽບໃສ່ເດືອນກັນຍາ.

ໄລ່ສະເລ່ຍ 10 ເດືອນຕົ້ນປີ 2025, ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນ 17,2 ລ້ານເທື່ອຄົນ, ເພີ່ມຂຶ້ນ 22% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທ່ານ ຟ້າມຫາຍກວິ່ງ ຫົວໜ້າສະຖາບັນພັດທະນາການທ່ອງທ່ຽວ ອາຊີ ໃຫ້ຂໍ້ສັງເກດວ່າ ຕົວເລກ 1,7 ລ້ານເທື່ອຄົນນີ້ ແມ່ນ “ໝາກຜົນສູງສຸດ”, ມີສັນຍານທີ່ດີໃຫ້ແກ່ຂະແໜງການທ່ອງທ່ຽວ. ນີ້ແມ່ນກຳລັງຜັກດັນທີ່ສຳຄັນເພື່ອໃຫ້ທົ່ວຂະແໜງທ່ອງທ່ຽວ ຫວຽດນາມ ມຸ່ງໄປເຖິງເປົ້າໝາຍ ຕ້ອນຮັບແຂກທ່ອງທ່ຽວສາກົນ 22 – 23 ລ້ານເທື່ອຄົນໃນປີນີ້.


top